ທູດມຽນມາ ມອບພຣະໄຕປິດົກ ແລະຄຳພີອັດຖະກະຖາ ໃຫ້ແກ່ແຂວງຫຼວງພະບາງ

ໃນວັນທີ 31 ກໍລະກົດ ຜ່ານມາ, ທ່ານ ອູ ອອງ ໂກ (H.E Mr. U Aung Ko) ເອກອັກຄະລັດຖະທູດ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ໄດ້ຖວາຍ-ມອບ ໜັງສືພຣະໄຕຣປິດົກ ແລະ ໜັງສືພຣະອັຕຖະຄາຖາທັມ ພາສາບາລີອັກສອນພະມ້າ ຈາກຄະນະສົງ ແລະ ລັດຖະບານ ສາທາລະນະລັດ ສະຫະພາບມຽນມາ ໄວ້ເປັນຄັງປັນຍາ ແລະ ມໍລະດົກພຸດທະສາສະໜາ ໃຫ້ແກ່ສູນຂໍ້ມູນພຸດທະສາສະໜາ ແຂວງຫຼວງພະບາງ ຊຶ່ງເປັນໂຄງການຄົ້ນຄວ້າ ແລະ ອະນຸລັກຮັກສາມໍລະດົກພຸດທະສາສະໜາ ຂອງອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ, ຮັບໂດຍ ພະອາຈານໃຫຍ່ ບົວວັນ ປຸນຍະສາໂຣ ຮອງປະທານອົງການພຸດທະສາສະໜາ ສຳພັນລາວແຂວງຫຼວງພະບາງ ຫົວໜ້າກັມມາທິການສາທາລະນູປະການ, ມີ ທ່ານ ທອງວັນ ຈັນນິລາ ຮອງປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍຄະນະສົງ, ຄະນະອໍານວຍການ ແລະ ພະນັກງານຂອງສູນຂໍ້ມູນພຸດທະສາສະໜາຫຼວງພະບາງ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ອູ ອອງ ໂກ ມີຄຳເຫັນວ່າ: ການມອບພຣະໄຕປິດົກ ແລະ ອັດຖະກະຖາໃຫ້ແກ່ສູນຂໍ້ມູນ ພະພຸດທະສາສະໜາຫຼວງພະບາງ ເປັນອີກກ້າວໜຶ່ງຂອງຄວາມຮ່ວມມືອັນດີລະຫວ່າງມຽນມາ ແລະ ແຂວງຫຼວງພະບາງ, ຫວັງວ່າ ຈະໄດ້ຮ່ວມກັນດຳເນີນໂຄງການຄວາມຮ່ວມມືຄັ້ງທີສາມ ໃນດ້ານວັນນະຄະດີ ແລະສາສະໜາ ຄື: ການແປ ແລະ ຈັດພິມບັນທຶກການເດີນທາງຂອງຄະນະສົງຫຼວງພະບາງ ທີ່ໄດ້ເດີນທາງໄປປະເທດມຽນມາໃນປີ 1956 ເປັນພາສາມຽນມາ ແລະ ພາສາລາວ ຊຶ່ງຂໍ້ລິເລີ່ມເຫຼົ່ານີ້ ຈະຊ່ວຍເສີມສ້າງສາຍສຳພັນອັນແໜ້ນແຟ້ນລະຫວ່າງຄະນະສົງຂອງມຽນມາ ແລະ ລາວ ສົ່ງເສີມການແລກປ່ຽນຄວາມຮູ້ດ້ານພຣະທຳ ແລະ ພຸດທະສຶກສາ ພ້ອມທັງສົ່ງເສີມຄວາມເຂົ້າໃຈດ້ານວັດທະນະທຳ ແລະ ຄວາມສຳພັນລະຫວ່າງປະຊາຊົນຂອງສອງປະເທດ ເພື່ອສືບສານມິດຕະພາບອັນດີງາມໃຫ້ຍືນຍົງຕໍ່ໄປ. ຈາກນັ້ນ ພະອາຈານ ບົວວັນ ປຸນຍະສາໂຣ ໄດ້ມີຄຳເຫັນກ່າວຮັບວ່າ: ຕະຫຼອດໄລຍະເວລາອັນຍາວນານ ຄະນະສົງລາວ ແລະ ຄະນະສົງມຽນມາ ໄດ້ຮັກສາສາຍສຳພັນອັນແໜ້ນແຟ້ນບົນພື້ນຖານ ຂອງພຣະພຸດທະສາສະ ໜາ ເຖຣະວາດ ທີ່ເປັນມໍລະດົກຮ່ວມຂອງປະຊາຊົນທັງສອງປະເທດ, ກາຍເປັນມິດຕະພາບ, ຄວາມເອື້ອເຟື້ອເຜື່ອແຜ່, ການເຄົາລົບຊຶ່ງກັນ ແລະ ກັນ, ຮ່ວມມືທຳນຸບຳລຸງພຣະພຸດທະສາສະໜາໃຫ້ຈະເລີນຮຸ່ງເຮືອງ. ພຣະໄຕຣປິດົກ ແລະ ຄໍາພີອັດຖະກະຖາ ທີ່ໄດ້ຮັບມອບໃນມື້ນີ້ ບໍ່ພຽງແຕ່ເປັນຄັງປັນຍາອັນລ້ຳຄ່າຂອງພຣະພຸດທະສາສະໜາ ຍັງເປັນສັນຍາລັກແຫ່ງສັດທາ ແລະ ຄວາມຮ່ວມມືອັນດີລະຫວ່າງຄະນະສົງຂອງສອງປະເທດ. ພ້ອມນີ້ ພະອາຈານໃຫຍ່ ໄດ້ຕາງໜ້າຄະນະສົງຫຼວງພຣະບາງ ສະແດງຄວາມຂອບໃຈ ແລະ ສຳນຶກໃນບຸນຄຸນຢ່າງສູງຕໍ່ ລັດຖະບານ ສາທາລະນະລັດ ສະຫະພາບມຽນມາ, ກະຊວງການຕ່າງປະເທດ, ສະຖານເອກອັກຄະລັດຖະທູດມຽນມາ ປະຈໍາ ສປປ ລາວ, ພະນະທ່ານທູດ ແລະ ທຸກພາກສ່ວນທີ່ໄດ້ສະໜັບສະໜູນພິທີໃນຄັ້ງນີ້.
ຂໍ້ມູນ-ພາບ: ອພສ ແຂວງ