
ວັນທີ 31 ກໍລະກົດ 2026, ສະມາຄົມນັກທຸລະກິດຍິງແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງສະມາຄົມ ປະຈຳປີ 2016-2025 ແລະ ວາງທິດທາງແຜນການ ປະຈຳປີ 2026-2030 ຂຶ້ນ ໂດຍເປັນກຽດເຂົ້າຮ່ວມມີທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານນັກທຸລະກິດຍິງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະສະມາຊິກເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວໄດ້ສະຫຼຸບຜົນງານໃນໄລຍະ 10 ປີຜ່ານມາ (2016-2025) ເຊິ່ງສະມາຄົມໄດ້ເຄື່ອນໄຫວຕາມພາລະບົດບາດ ໂດຍຍຶດໝັ້ນ 4 ດ້ານຄື: ດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານການກໍ່ສ້າງໜ່ວຍງານ ແລະ ດ້ານການເຄື່ອນໄຫວດຳເນີນທຸລະກິດ. ຜົນງານພົ້ນເດັ່ນລວມມີການພັດທະນາສະມາຊິກ, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ການຮ່ວມມືກັບອົງການຈັດຕັ້ງທັງພາຍໃນ ແລະຕ່າງປະເທດ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ສຳລັບທິດທາງແຜນການ 2026-2030, ສະມາຄົມໄດ້ວາງ 3 ວຽກງານຈຸດສຸມຄື: ດ້ານການເມືອງ-ແນວຄິດ ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກ, ເສີມຂະຫຍາຍຄວາມສາມັກຄີ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງສະມາຊິກໃຫ້ສູງຂຶ້ນ, ດ້ານການຈັດຕັ້ງ ປັບປຸງກົງຈັກການຈັດຕັ້ງ, ຂະຫຍາຍສະມາຊິກໃໝ່ ແລະ ຈັດຕັ້ງປະຕິບັດລະບອບປະຊຸມຢ່າງເປັນປົກກະຕິ, ດ້ານການເຄື່ອນໄຫວດຳເນີນທຸລະກິດ ສືບຕໍ່ຊຸກຍູ້ສົ່ງເສີມການດຳເນີນທຸລະກິດຂອງສະມາຊິກ, ຍົກລະດັບການບໍລິຫານຈັດການ ແລະ ສ້າງເຄືອຂ່າຍການຄ້າທັງພາຍໃນ ແລະ ຕ່າງປະເທດ.
ກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍສຳຄັນໃນການສືບຕໍ່ ຜັນຂະຫຍາຍ ບົດບາດຂອງນັກທຸລະກິດຍິງແຂວງຄໍາມ່ວນ ໃຫ້ມີຄວາມເຂັ້ມແຂງ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃນ 5 ປີຕໍ່ໜ້າ.
ໂອກາດດຽວກັນ, ຍັງໄດ້ປະກາດການແຕ່ງຕັ້ງ ຄະນະບໍລິຫານງານນັກທຸລະກິດຍິງຊຸດໃໝ່ (ສະໄໝທີ III) ຊຶ່ງມີສະມາຊິກລວມຈໍານວນ 25 ທ່ານ. ໃນນັ້ນ ໄດ້ຕົກລົງແຕ່ງຕັ້ງທ່ານ ນາງ ສະຫຼັກຈິດ ໄຊຍະກຸມມານ ເປັນປະທານ, ທ່ານ ນາງ ສີພັນດອນ ຫຼວງຄໍາພີ ເປັນຮອງ ພ້ອມທັງແຕ່ງຕັ້ງຄະນະກວດກາຈໍານວນ 5 ທ່ານ ແລະຄະນະທີ່ປຶກສາ ຈໍານວນ 5 ທ່ານ. ພ້ອມດຽວກັນນີ້ຍັງໄດ້ປະດັບຫຼຽນໄຊແຮງງານ ແລະຫຼຽນກາແຮງງານ ລັດຖະບານ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດຕື່ມອີກ.
ຂ່າວ: ກອງຄໍາ