
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືພັດທະນາປັບປຸງຫໍສະໝຸດແຂວງຈຳປາສັກ ຕິດພັນກັບການບໍລິການກາເຟ ແລະວາງສະແດງເຄື່ອງທີ່ລະນຶກ ເພື່ອສົ່ງເສີມການທ່ອງທ່ຽວ (Smart Library Coffee) ລະຫວ່າງ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງຈໍາປາສັກ ແລະ ບໍລິສັດ ສີສຸກ ຈະເລີນກຣຸບ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2026 ທີ່ຫ້ອງວ່າການແຂວງຈໍາປາສັກ ຕາງໜ້າເຊັນໂດຍທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ແລະ ທ່ານ ສີສຸກ ວົງພັກດີ ປະທານ ບໍລິສັດ ສີສຸກ ຈະເລີນກຣຸບ ຈໍາກັດຜູ້ດຽວ, ມີທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກໍາມະການປົກຄອງແຂວງຈໍາປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການ "Smart Library Coffee" ເປັນການຮ່ວມມືແບບພາກລັດ ແລະ ພາກເອກະຊົນ ໂດຍ ບໍລິສັດ ສີສຸກ ຈະເລີນກຣຸບ ຈໍາກັດຜູ້ດຽວ ເປັນຜູ້ລົງທຶນ 100% ໃນການມ້າງ, ອະນາໄມ ແລະ ກໍ່ສ້າງອາຄານຫໍສະໝຸດຫລັງໃໝ່ ໃຫ້ມີຄວາມທັນສະໄໝ ຕາມມາດຕະຖານສາກົນ, ພ້ອມທັງຮັບຜິດຊອບບໍລິຫານຈັດການ 3 ກິດຈະກໍາຕົ້ນຕໍ ຄື: ວຽກງານຫໍສະໝຸດ: ອອກແບບຫ້ອງອ່ານທີ່ທັນສະໄໝ ກົມກືນກັບບັນຍາກາດການບໍລິການກາເຟ ເພື່ອສົ່ງເສີມການອ່ານໃນຮູບແບບໃໝ່.
ວຽກງານບໍລິການ: ສ້າງຮ້ານກາເຟ-ອາຫານ ແລະ ຈຸດສາທິດການຮຽນຮູ້ຂະບວນການຜະລິດ, ປຸງແຕ່ງກາເຟທີ່ມີຊື່ສຽງຈາກເຂດພູພຽງບໍລິເວນ; ວຽກງານສົ່ງເສີມການທ່ອງທ່ຽວ: ສ້າງເຂດວາງສະແດງ-ຈໍາໜ່າຍສິນຄ້າ ໂອດັອບ, ວັດຖຸບູຮານຈໍາລອງ ແລະ ເຄື່ອງທີ່ລະນຶກຂອງລາວໃຕ້.
ນອກຈາກນີ້, ໂຄງການຍັງຈະໄດ້ປັບປຸງຈຸດຕ່າງໆໃຫ້ມີຄວາມຈົບງາມ, ຕິດຕັ້ງລະບົບໄຟປະດັບ, ສ້າງຈຸດຖ່າຍຮູບ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ໂຄງການມີອາຍຸການຮ່ວມມື 30 ປີ, ຊຶ່ງ MOU ສະບັບນີ້ ມີອາຍຸ 1 ປີ ເພື່ອໃຫ້ບໍລິສັດສຶກສາຄວາມເປັນໄປໄດ້ ແລະ ອອກແບບໂຄງການ ກ່ອນຈະກ້າວໄປສູ່ການເຊັນສັນຍາຮ່ວມມືດໍາເນີນໂຄງການຢ່າງເປັນທາງການ.
ຂ່າບ-ພາບ: ຈັນທະວີສັກ