ກສ ແຂວງອັດຕະປື ຈັບກຸ່ມແກ້ງສະແກັມເມີ ໄດ້ 4 ຄົນ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພາຍຫລັງ ໄດ້ຮັບເບາະແສ ຈາກການຂະຫຍາຍຜົນ ຫາເຄືອຂ່າຍ ກຸ່ມແກ້ງສະແກັມເມີ ໃນວັນທີ 31 ກໍລະກົດ 2026 ເວລາ 9 ໂມງ 37 ນາທີ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ແຕ່ງຕັ້ງເຈົ້າໜ້າທີ່ ວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ເຂົ້າມ້າງກຸ່ມແກ້ງ ສະແກັມເມີ ຢູ່ຫ້ອງແຖວແຫ່ງໜຶ່ງ ເຂດບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື.
 
ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ວິຊາສະເພາະໃນຄັ້ງນີ້ ສາມາດກັກຕົວເປົ້າໝາຍໄດ້ 4 ຄົນ ຄື: ທ້າວ ມາຍຖຸກບິງ ອາຍຸ 35 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ ຕາແສງ ມິງຮຶງ ແຂວງບິງເຜືອກ ບັດຜ່ານແດນ P02333331; ທ້າວ ເຈີເຖ້ລິນ ອາຍຸ 43 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ ຕາແສງວິງລ໋ອກ ແຂວງເຫງະອານ ບັດຜ່ານແດນ E03539610; ທ້າວ ໂຫ້ວິນເລືອງ ອາຍຸ 25 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ບ້ານສິບ ເມືອງກິນເຊີນ ແຂວງເຫງະອານ ບັດຜ່ານແດນ E01993746; ທ້າວ ເຈີກ໋ວກເກືອງ ອາຍຸ 29 ປີ, ຫວ່າງງານ, ເຊື້ອຊາດ ແລະ ສັນຊາດ ຫວຽດນາມ, ປັດຈຸບັນຢູ່ ຕາແສງ ກວາງເຊີນ ແຂວງເຫງະອານ ບັດຜ່ານແດນ P02356806.
 
ສາມາດກັກ-ຢຶດເຄື່ອງຂອງກາງຄອມພິວເຕີໂນດບຸກຈໍານວນ 5 ໜ່ວຍ, ປື້ມພັສປອດ 5 ຫົວ, ໂທລະສັບ 9 ໜ່ວຍ, ແປ້ນພິມ 2 ອັນ, ໂທລະສັບເຄື່ອງຂອງຕິດຕົວຜູ້ຖືກຫາ 6 ໜ່ວຍ, ຍີ່ຫໍ້ໄອໂພນ 03 ໜ່ວຍ, ຍີ່ຫໍ້ຊໍາຊຸງ 3 ໜ່ວຍ.
 
ສ່ວນການເຄືອນໄຫວຂອງພວກກ່ຽວ 4 ຄົນ ປັດຈຸບັນທາງເຈົ້າໜ້າທີ່ວິຊາສະເພາະຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂະຫຍາຍຜົນ ແລະ ປະກອບເອກະສານຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ມໍໄຊ