
ພິທີປິດການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນ (ນ.ວ) ປະຈໍາປີ 2026 ຢ່າງເປັນທາງການຈັດຂຶ້ນໃນວັນທີ 2 ສິງຫາ 2026 ຢູ່ສະໜາມບານເຕະຫຍ້າທຽມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນວ ມີທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ ພ້ອມດ້ວຍບັນດາຜູ້ໃຫ້ການສະໜັບສະໜູນ ຄະນະປະທານສະໂມສອນ ຄູເຝິກ ແລະນັກກີລາເຂົ້າຮ່ວມ.
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານສະຫະພັນບານເຕະ ນວ ທັງເປັນຫົວໜ້າຄະນະຈັດການແຂ່ງຂັນ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ຖືເປັນຜົນງານຄັ້ງທໍາອິດ ຂອງຄະນະບໍລິຫານງານສະຫະພັນຊຸດໃໝ່ ໃນການຈັດການແຂ່ງຂັນບານເຕະ ລະດັບລາວລີກ 2 ຫຼັງຈາກທີ່ບໍ່ໄດ້ຈັດມາເກືອບ 4 ປີ ເຊິ່ງໄດ້ຮັບການຊີ້ນໍາ-ແນະນໍາຢ່າງໃກ້ຊິດ ຈາກຄະນະບໍລິຫານງານສະຫະພັນບານເຕະ ນວ ພ້ອມທັງໄດ້ຮັບການຊ່ວຍເຫຼືອດ້ານເອກະສານ ແລະ ວິທີການດໍາເນີນງານທີ່ຖືກຕ້ອງຕາມລະບຽບ ຂອງສະຫະພັນບານເຕະແຫ່ງຊາດ.
ການແຂ່ງຂັນດັ່ງກ່າວ ເລີ່ມແຕ່ວັນທີ 13 ມິຖຸນາ ເປັນຕົ້ນມາ ໂດຍມີ 6 ສະໂມສອນເຂົ້າຮ່ວມ ມີການແຂ່ງຂັນທັງໝົດ 30 ນັດ ຜ່ານການແຂ່ງຂັນຜົນປາກົດວ່າ: ອັນດັບ 1 ໄດ້ແກ່ ສະໂມສອນ ເຄເອັມທີ ເອັຟຊີ ຮັບຂັນ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ແລະ ເງິນລາງວັນ 30 ລ້ານກີບ ພ້ອມທັງໄດ້ຮັບສິດເລື່ອນຂຶ້ນໄປຫຼິ້ນລາວລີກ 1 ອັນດັບ 2 ສະໂມສອນ ເອັຟຊີ ຈັນທະບູລີ ໄດ້ຮັບເງິນລາງວັນ 15 ລ້ານກີບ ແລະ ອັນດັບ 3 ສະໂມສອນ ເອັສອີຊີ ຢູໄນເຕັດ ໄດ້ຮັບເງິນລາງວັນ 5 ລ້ານກີບ.
ນອກຈາກນີ້ຍັງມີລາງວັນຄູເຝິກດີເດັ່ນແມ່ນທ່ານ ອ່ອນສີ ວັນນະເກດ ຈາກສະໂມສອນ ເຄເອັມທີ ເອັຟຊີ ຜູ້ຮັກສາປະຕູ (ນັກຮັບ) ດີເດັ່ນ ແມ່ນທ້າວ ຈັນທະວີໄຊ ທຽບອານົງ ຈາກສະໂມສອນ ເອັຟຊີ ຈັນທະບູລີ ແລະ ນັກເຕະດີເດັ່ນ ແມ່ນທ້າວ ມິນສະດາ ເວດສະວົງ ຈາກສະໂມສອນ ເຄເອັມທີ ເອັຟຊີ ແລະ ກໍາມະການດີເດັ່ນ ອີກ 5 ທ່ານ.
.