ຕົກໃຈ! ແຂວງບໍ່ແກ້ວ ພົບກວ່າ 70% ຂອງຄົວເຮືອນ ຍັງບໍ່ຈ່າຍເງິນພັນທະພັດທະນາຕົວເມືອງ

ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງບໍ່ແກ້ວ (ອພບຕ) ໄດ້ຈັດກອງປະຊຸມຕີລາຄາຄືນການຈັດຕັ້ງປະຕິບັດ ແລະສິ່ງທ້າທາຍໃນການຈັດເກັບເງິນພັນທະຄຸ້ມຄອງ-ພັດທະນາຕົວເມືອງ ຂຶ້ນໃນວັນທີ 31 ກໍລະກົດ 2026 ຜ່ານມານີ້ໂດຍການເປັນປະທານຂອງ ທ່ານ ອຸ່ນແສງ ທູນອິນໃຈ ຫົວໜ້າ ອພບຕ ແຂວງບໍ່ແກ້ວ, ໂດຍມີຄະນະຮັບຜິດຊອບ, ພາກສ່ວນກ່ຽວຂ້ອງ ແລະ ຕົວແທນອົງການຈັດຕັ້ງບ້ານຈາກ 18 ບ້ານ ເທດສະບານແຂວງເຂົ້າຮ່ວມ.

ໃນກອງປະຊຸມໄດ້ລາຍງານວ່າ ເຖິງວ່າຈະສາມາດຈັດເກັບເງິນພັນທະຄຸ້ມຄອງ ແລະ ພັດທະນາຕົວເມືອງໄດ້ແລ້ວກວ່າ 112 ລ້ານກີບ, ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງປະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ ເນື່ອງຈາກອັດຕາການໃຫ້ຄວາມຮ່ວມມືຈາກປະຊາຊົນຍັງຢູ່ໃນລະດັບຕ່ຳ: ສະແດງອອກ ຄົວເຮືອນ: ຈັດເກັບໄດ້ພຽງ 1,429 ຄົວເຮືອນ ຈາກທັງໝົດ 4,891 ຄົວເຮືອນ (ຄິດເປັນ 29.2%). ໝາຍຄວາມວ່າ ກວ່າ 70% (3,462 ຄົວເຮືອນ) ຍັງຄ້າງພັນທະ ແລະ ພາກສ່ວນທຸລະກິດ ແລະ ສຳນັກງານ: ປະຕິບັດໄດ້ດີກວ່າ, ໂດຍສາມາດຈັດເກັບໄດ້ 69 ຫົວໜ່ວຍ ຈາກທັງໝົດ 107 ຫົວໜ່ວຍ (ຄ້າງເກັບ 38 ຫົວໜ່ວຍ).

ກອງປະຊຸມໄດ້ຊີ້ໃຫ້ເຫັນສາເຫດທີ່ເຮັດໃຫ້ການຈັດເກັບບໍ່ເປັນໄປຕາມແຜນ ເຊັ່ນ: ງົບປະມານຈຳກັດ: ເຮັດໃຫ້ການລົງເຄື່ອນໄຫວ ແລະ ໂຄສະນາເຜີຍແຜ່ວຽກງານບໍ່ທັນກວ້າງຂວາງ, ຄວາມຕື່ນຕົວຂອງສັງຄົມຍັງຕ່ຳ: ປະຊາຊົນ ແລະ ສຳນັກງານບາງສ່ວນໃນເທດສະບານ (ໂດຍສະເພາະບ້ານໃຫຍ່) ຍັງບໍ່ທັນເຂົ້າໃຈເລິກເຊິ່ງ, ມີທ່າອຽງເລື່ອຍອີງ ແລະ ບໍ່ທັນໃຫ້ຄວາມຮ່ວມມື, ການເຜີຍແຜ່ນິຕິກຳ ຍັງເຂົ້າບໍ່ເຖິງປະຊາຊົນຢ່າງທົ່ວເຖິງ, ຄວາມສາມາດຂອງພະນັກງານ ວິຊາການບາງສ່ວນຍັງບໍ່ທັນກຳແໜ້ນແນວທາງ ແລະ ລະບຽບການຢ່າງຈະແຈ້ງສຳລັບລາຍຮັບທີ່ເກັບໄດ້ 112 ກວ່າລ້ານກີບນັ້ນ, ໄດ້ຖືກນຳໃຊ້ເຂົ້າໃນວຽກງານຕົວຈິງ ເຊັ່ນ:ບໍລິຫານຈັດການຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ, ຈັດຊື້ອຸປະກອນ ແລະ ສ້ອມແປງໄຟຟ້າເຍືອງທາງ, ເບິ່ງແຍງສວນສາທາລະນະ (ເງິນເດືອນພະນັກງານເຝົ້າສວນ ແລະ ຈັດຊື້ອຸປະກອນບົວລະບັດຮັກສາ), ຫັກ 10% ມອບໃຫ້ຂັ້ນບ້ານ ຜູ້ທີ່ລົງຕິດຕາມເກັບເງິນຕົວຈິງ, ຍອດເງິນສ່ວນທີ່ເຫຼືອໄດ້ຝາກໄວ້ຢູ່ ຄັງເງິນແຫ່ງຊາດປະຈຳແຂວງ.

ໂອກາດຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ກ່ຽວກັບຂໍ້ຂ້ອງຮ້ອນໃຈຂອງປະຊາຊົນເຊັ່ນ: ບັນຫາໄຟເຍືອງທາງເປເພ,ການຄຸ້ມຄອງຂີ້ເຫຍື້ອ ແລະຄວາມບໍ່ເຂົ້າໃຈຕໍ່ພັນທະ. ພ້ອມນີ້, ທີ່ປະຊຸມໄດ້ເປັນເອກະພາບກັນກຳນົດທິດທາງໃນຕໍ່ໜ້າສືບຕໍ່ຈັດເກັບພັນທະ: ເລີ່ມເກັບພັນທະປະຈຳປີ 2026 ຢ່າງເປັນຮູບປະທຳພ້ອມທັງເກັບຕົກຄືນສຳລັບຄົວເຮືອນທີ່ຍັງຄ້າງໃນປີ 2025, ເພີ່ມທະວີການໂຄສະນາ: ເພີ່ມການເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງໃຫ້ປະຊາຊົນເຂົ້າໃຈພັນທະຂອງຕົນ, ປັບປຸງການບໍລິຫານຕົວເມືອງ: ເລ່ງແກ້ໄຂບັນຫາໄຟເຍືອງທາງ ແລະ ການຈັດລະບຽບເທດສະບານໃຫ້ມີຄວາມຈົບງາມຢ່າງເປັນຮູບປະທຳ.

ຂ່າວ: ສາຍສະໝອນ ແກ້ວວິສິດ