ປີ 2026 ສສງ ຫົວແຊຈະເລີນຕັ້ງເປົ້າໃຫ້ທຸລະກິດຂະຫຍາຍຕົວ 15 ເປີເຊັນ

ເຖີງແມ່ນວ່າລະພາບເສດຖະກິດໂດຍລວມຈະພົບຄວາມຫຍຸ້ງຍາກ ບວກກັບ ບັນຫານໍ້າມັນຂື້ນລາຄາ ສີນຄ້າແລ່ນຕາມ ຈະສົ່ງຜົນກະທົບຕໍ່ການດໍາເນີນທຸລະກິດ ແລະ ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ ແລະການຂະຫຍາຍຕົວຂອງບັນດາສະຖາບັນການເງິນຈຸລະພາກ ແລະ ການເພີ່ມຂື້ນຂອງສະຫະກອນສິນເຊື່ອໃນທົ່ວປະເທດຈະມີຫລາຍກໍ່ຕາມ ແຕ່ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຫົວແຊຈະເລີນ( ສສງ ) ກໍ່ຍັງເຊື່ອໝັ້ນລະບົບການບໍລິຫານຈັດການຂອງຕົນຢ່າງໝັ້ນທ່ຽງ ແລະ ຈະສູ້ຊົນເຮັດໃຫ້ທຸລະກິດຂະຫຍາຍຕົວໃນສະດັບ 15 ເປີເຊັນ ຂະນະທີ່ສອງໄຕມາດຂອງປີ 2026 ປະຕິບັດໄດ້ແລ້ວ 70 ເປີເຊັນ.
ທ່ານ ໄຊຍາ ທໍາມະວົງແສງ ຜູ້ອໍານວຍການສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຫົວແຊຈະເລີນໄດ້ກ່າວວ່າ: ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຫົວແຊຈະເລີນ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ມີຕົ້ນກຳເນີດມາຈາກ ກອງທຶນພັດທະນາບ້ານ ຫົວແຊ ເຊິ່ງສ້າງຕັ້ງຂື້ນ ຕາມແນວທາງນະໂຍບາຍຂອງ ພັກ-ລັດຖະບານ ເພື່ອເປັນສ່ວນໜຶ່ງໃນວຽກງານ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ໃນຊຸມປີ 2005 ພາຍຫລັງເຄື່ອນໄຫວມາໄດ້ 3 ປີເຫັນໄດ້ວ່າ ກອງທຶມີລັກສະນະເຕີບໃຫ່ຍຂະຫຍາຍຕົວ ແລະ ມີທ່າແຮງ ທາງຄະນະຜູ້ບໍລິຫານ ພ້ອມດ້ວຍສະມາຊິກກອງທຶນ ຈິ່ງໄດ້ຂໍຂື້ນທະບຽນ ເປັນສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເພື່ອຫັນເຂົ້າສູ່ລະບຽບຄຸ້ມຄອງຢ່າງເປັນລະບົບ ແລະ ມາດຕະຖານ, ໃນປີ 2008 ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ຫົວແຊຈະເລີນ ໄດ້ຮັບການສ້າງຕັ້ງຂື້ນ ຕາມໃບອະນຸຍາດ ເລກທີ: 03/ກຄທສ ລົງວັນທີ: 29 ທັນວາ 2008 ຈາກກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສ ປປ ລາວ, ຜ່ານການເຄື່ອນໄຫວມາເປັນເວລາ 15 ປີ ໃນ ວັນທີ: 10 ກຸມພາ 2026 ຈິ່ງໄດ້ຮັບ ໃບທະບຽນສະຫະກອນ ສະບັບເລກທີ: 001/ກສຂ.ຈສ ຈາກພະແນກກະສີກຳ ແລະ ສິ່ງແວດລ້ອມ ຈຳປາສັກ ຕາມກົດໝາຍວ່າດ້ວຍສະຫະກອນ.
ທ່ານຜູ້ອໍານວຍການໃຫ້ຮູ້ຕື່ມວ່າ: ປະຈຸບັນສະຫະກອນມີສະມາຊິກທັງໝົດ 4.749 ຄົນ, ຈໍານວນເງິນຮຸ້ນ 13.4 ຕື້ກີບ, ເພີ່ມຂື້ນ 15 ເປີເຊັນ, ຈໍານວນຜູ້ຝາກທັງໝົດ 61.2 ຕື້ກີບ, ເພີ່ມຂື້ນ 40 ເປີເຊັນ, ຈໍານວນເງິນປ່ອຍກູ້ໃຫ້ສະມາຊິກ 59.2 ຕື້ກີບ, ເພີ່ມຂື້ນ 18 ເປີເຊັນ, ໄດ້ມອບກໍາໄລໃຫ້ລັດຈໍານວນ 641 ລ້ານກີບ, ມີກໍາໄລສຸດທິ 2.7 ຕື້ກີບ, ເພີ່ມຂື້ນ 10 ເປີເຊັນ, ໝົດປີ 2026 ສສງ ຫົວແຊຈະເລີນ ຄາດຄະເນຂະຫຍາຍຕົວສະເລ່ຍໄວ້ທີ 15 ເປີເຊັນ ຕາມແຜນການທີ່ໄດ້ຮັບຮອງຈາກ ສະມາຊິກ, ຊຶ່ງການປະຕິບັດຕົວຈີງ ສອງໄຕມາດຂອງປີ 2026 ແມ່ນປະຕິບັດໄດ້ 70 ເປີເຊັນຂອງແຜນການ, ຕົວເລກດັ່ງກ່າວສະແດງເຖີງຄວາມໄວ້ວາງໃຈຂອງສະມາຊິກ ແລະ ປະລິມານຄວາມຕ້ອງການ ການຊົມໃຊ້ບໍລິການທາງການເງິນ ຂອງສະມາຊິກຍັງສຶບຕໍ່ຂະຫຍາຍຕົວ.
ທ່ານ ໄຊຍະ ທໍາມະວົງແສງ ກ່າວຕື່ມວ່າ: ປະຈຸບັນໄດ້ມີສະຖາບັນການເງິນຈຸລະພາກ ແລະ ສະຫະກອນສິນເຊື່ອເກີດຂື້ນຫລາຍໃນທົ່ວປະເທດ, ຊຶ່ງສະກອນໃນຍຸກປະຈຸບັນ ມີການບໍລິຫານຈັດການ ທີ່ເປັນລະບົບ ແລະ ໂປ່ງໃສ ພວກເຮົາມຸ້ງເນັ້ນຜົນປະໂຫຍດສະເພາະກຸ່ມ ແລະ ສ້າງຄວາມໄວ້ວາງໃຈ ໃຫ້ຜູ້ເປັນສະມາຊິກເທົ່ານັ້ນ, ການເກີດຂື້ນຂອງສະຖາບັນການເງີນປະເພດອື່ນ ແລະ ສະຫະກອນສິນເຊື່ອ ແບບດຽວກັນພວກເຮົາຖືວ່າ ເປັນຜົນປະໂຫຍດລວມຂອງປະຊາຊົນທັງຊາດ ທີ່ຈະມີໂອກາດເຂົ້າເຖີງແຫລ່ງທຶນ ຢ່າງກວ້າງຂວາງ ແລະ ສະດວກສະບາຍ, ແນ້ນອນໃນລະບົບທີ່ມີຄວາມຫລາກຫລາຍ ກໍຍ່ອມມີທັງດ້ານທີ່ເປັນອຸປະສັກ ແລະ ດ້ານທີ່ເປັນການສົ່ງເສີມເຊີ່ງກັນ ແລະ ກັນ.
ໂດຍ: ໂພທິລາດ