
ຖ້າເວົ້າເຖິງເມືອງລອງ ແຂວງຫຼວງນ້ຳທາ, ແຫຼ່ງທ່ອງທ່ຽວທຳມະຊາດທີ່ບໍ່ຄວນພາດຢ່າງຍິ່ງກໍແມ່ນ “ແຫຼ່ງທ່ອງທ່ຽວທຳມະຊາດ ພູຜາຄຳ” ເຊິ່ງເປັນແຫຼ່ງທ່ອງທ່ຽວທຳອິດຂອງເມືອງທີ່ໄດ້ເປີດບໍລິການຢ່າງເປັນທາງການມາຕັ້ງແຕ່ວັນທີ 18 ຕຸລາ 2010. ດ້ວຍເນື້ອທີ່ກວ້າງໃຫຍ່ເຖິງ 768.81 ເຮັກຕາ ໃນຂອບເຂດປ່າສະຫງວນ, ສະຖານທີ່ແຫ່ງນີ້ໄດ້ກາຍເປັນຈຸດໝາຍປາຍທາງສຳຄັນຂອງຜູ້ທີ່ຫຼົງໄຫຼໃນທຳມະຊາດ ແລະວິຖີຊີວິດຊຸມຊົນ.
ອີງຕາມຂໍ້ມູນຈາກ ຫ້ອງການວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງລອງ ໃຫ້ຮູ້ວ່າ: ສະຖານທີ່ແຫ່ງນີ້ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ຕົ້ນໄມ້ໃຫຍ່ອາຍຸຫຼາຍຮ້ອຍປີ, ປ່າດົງຕືບໜາ ແລະ ສັດສາວາສິ່ງນາໆຊະນິດ ເຊັ່ນ: ກວາງ, ຟານ, ລີງ ແລະ ອື່ນໆ. ດ້ານທີ່ຕັ້ງ ທິດເໜືອຕິດກັບບ້ານປໍທຳໃໝ່, ທິດໃຕ້ຕິດກັບເທດສະບານເມືອງ, ທິດຕາເວັນອອກຕິດກັບບ້ານຫຼັງຜາໃໝ່ ແລະ ທິດຕາເວັນຕົກຕິດກັບບ້ານໜອງຄຳ. ພາຍໃນມີຖ້ຳໃຫຍ່-ນ້ອຍຫຼາຍແຫ່ງ ພ້ອມດ້ວຍຈຸດຊົມວິວ 2 ຈຸດ ເຊິ່ງສາມາດເບິ່ງເຫັນທັດສະນີຍະພາບເທດສະບານເມືອງລອງໄດ້ຢ່າງສວຍງາມ. ສຳລັບທີ່ມາຂອງຊື່ "ພູຜາຄຳ" ແມ່ນຍ້ອນຍາມແລງ ເມື່ອແສງຕາເວັນສ່ອງໃສ່ໜ້າຜາ ຈະເຫັນເປັນສີເຫຼືອງເຫຼື້ອມລະຍິບລະຍັບຄ້າຍຄືສີຄຳ.
ພູຜາຄຳ ຍັງເປັນສະຖານທີ່ສັກສິດທີ່ຊາວເມືອງໃຫ້ຄວາມນັບຖືບູຊາ. ໃນໄລຍະທ້າຍເດືອນມັງກອນ ຫາ ຕົ້ນເດືອນກຸມພາຂອງທຸກໆປີ, ຊາວພຸດທະສາດສະໜາຈາກ 4 ໝູ່ບ້ານໃນເທດສະບານເມືອງ ຈະຮ່ວມກັນຈັດ "ພິທີງານປາງເມືອງ (ບຸນກຳເມືອງ)" ເພື່ອໄຫ້ວເຈົ້າພໍ່ແມ່ຫຼັກບ້ານຫຼັກເມືອງ, ເຊິ່ງຕໍ່ມາໃນປີ 2015 ໄດ້ຍົກລະດັບເປັນ ງານເທສະການທ່ອງທ່ຽວບຸນປາງເມືອງ ແລະ ໄດ້ກາຍເປັນໜຶ່ງໃນກິດຈະກຳຫຼັກຂອງເມືອງ.
ປັດຈຸບັນ, ແຫຼ່ງທ່ອງທ່ຽວ ພູຜາຄຳ ໄດ້ຮັບການພັດທະນາເປັນກິດຈະກຳການທ່ອງທ່ຽວແບບອານຸລັກ, ຍ່າງປ່າສຶກສາວັດທະນະທຳເຜົ່າອາຄາ, ເຜົ່າລາຮູ ແລະ ເຜົ່າລື້ ໃນລາຍການ 1 ວັນ ແລະ 2 ວັນ. ພ້ອມນີ້ ຍັງມີສິ່ງອຳນວຍຄວາມສະດວກຄົບຖ້ວນ ເຊັ່ນ: ເສັ້ນທາງລົດ, ເສັ້ນທາງຍ່າງປ່າ, ລະບົບການສື່ສານ ແລະ ປ້າຍຊີ້ບອກສະຖານທີ່. ໂດຍຢູ່ພາຍໃຕ້ການຄຸ້ມຄອງ ແລະ ປົກປັກຮັກສາຂອງ ຫ້ອງການ ຖວທ ເມືອງລອງ ຮ່ວມກັບ ຫ້ອງການກະສິກຳ-ປ່າໄມ້ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ.
ຮຽບຮຽງໂດຍ: ສາວລາວໃຕ້