
ແຂວງຊຽງຂວາງ ເຜີຍອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ (GDP) ໃນໄລຍະ 6 ເດືອນຕົ້ນປີ 2026 ບັນລຸ 5.8% ຕາມຄາດໝາຍ. ພ້ອມກັນນັ້ນ, ທາງອົງການປົກຄອງແຂວງ ຍັງໄດ້ເລັ່ງວາງມາດຕະການເຂັ້ມງວດ ເພື່ອແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດຊະຊາຍ ແລະ ການບຸກລຸກທີ່ດິນ ຢ່າງຈິງຈັງໃນເຄິ່ງປີທ້າຍ.
ໃນກອງປະຊຸມຄະນະກຳມະການປົກຄອງແຂວງຊຽງຂວາງ ຄັ້ງທີ II ປີ 2026 ທີ່ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ຢູ່ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງ ທ່ານ ບົວເງິນ ຫຸມໄຊຍະພົມ, ຄະນະປະຈຳພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ໄດ້ມີການສະຫຼຸບຕີລາຄາສະພາບເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ພ້ອມທັງກຳນົດທິດທາງວຽກຈຸດສຸມ 6 ເດືອນທ້າຍປີ ໂດຍເນັ້ນໃສ່ການຮັກສາສະຖຽນລະພາບທາງດ້ານການເງິນ ແລະ ການປະຕິບັດຄຳສັ່ງ ເລກທີ 06/ນຍ ຢ່າງເຂັ້ມງວດ.
ທ່ານ ຄຳວຽນ ສີຫານາດ, ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ໄດ້ລາຍງານວ່າ: ເສດຖະກິດມະຫາພາກ (GDP) ຂອງແຂວງຂະຫຍາຍຕົວໃນລະດັບ 5.8%, ສ້າງລາຍຮັບສະເລ່ຍໄດ້ 1,214 ໂດລາ/ຄົນ/ປີ. ໃນນີ້: ຂະແໜງບໍລິການ ຂະຫຍາຍຕົວ 7.20% (ກວມ 31.41% ຂອງ GDP); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 7.17% (ກວມ 35.03% ຂອງ GDP); ຂະແໜງກະສິກຳ: ຂະຫຍາຍຕົວ 4.40% (ກວມ 33.56% ຂອງ GDP). ດ້ານການສົ່ງອອກສິນຄ້າກະສິກຳກໍມີຜົນງານພົ້ນເດັ່ນ ເຊັ່ນ: ສົ່ງອອກນົມງົວດິບ 4.81 ລ້ານກວ່າກິໂລ, ແປ້ງມັນສະຄູ 77 ໂຕນ, ຂີງ 14 ໂຕນ, ຊາ 4,850 ກິໂລ ແລະ ສັດໃຫຍ່ 429 ໂຕ.
ຄຽງຄູ່ກັນນັ້ນ, ແຂວງໄດ້ສຸມໃສ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດ, ຄຸ້ມຄອງຄົນຕ່າງປະເທດໄດ້ 1,227 ຄົນ (ຫຼາຍສຸດແມ່ນສັນຊາດຈີນ 672 ຄົນ). ຢ່າງໃດກໍຕາມ, ໃນ 6 ເດືອນຕົ້ນປີ ມີຄະດີເກີດຂຶ້ນທົ່ວແຂວງ 244 ເລື່ອງ (ກັກຕົວ 80 ຄົນ); ໃນນັ້ນ ມີຄະດີເສດຖະກິດ 69 ເລື່ອງ, ມູນຄ່າເສຍຫາຍກວ່າ 7.54 ຕື້ກີບ, 3.24 ລ້ານໂດລາ, 5.9 ແສນບາດ, 2.7 ໝື່ນຢູໂລ ແລະ 1.5 ແສນຢວນ.
ນອກຈາກນີ້, ສາມາດມ້າງຄະດີຢາເສບຕິດໄດ້ 39 ລາຍ (ກັກຕົວ 52 ຄົນ), ຢຶດຢາບ້າໄດ້ 136,820 ເມັດ, ເຮໂລອິນ 49 ຫໍ່ (ໜັກ 3,935 ກຣາມ). ພ້ອມດຽວກັນ, ຍັງມີອຸປະຕິເຫດທາງທ້ອງຖະໜົນ 69 ຄັ້ງ (ເສຍຊີວິດ 14 ຄົນ) ແລະ ອັກຄີໄພ 8 ຄັ້ງ.
ປະຈຸບັນ, ແຂວງກຳລັງເລັ່ງແກ້ໄຂບັນຫາປະຊາຊົນລັກລອບຂຸດຄົ້ນແຮ່ຄຳຊະຊາຍ ໂດຍສະເພາະຈຸດ 8 ພູແຮ້ ເຊິ່ງເກີດເຫດດິນຍູບທັບເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະບາດເຈັບ 4 ຄົນ.
ສຳລັບ 6 ເດືອນທ້າຍປີ 2026, ກອງປະຊຸມໄດ້ກຳນົດທິດທາງສຸມໃສ່: 1) ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ເພື່ອສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດ ແລະ ແຮ່ຄຳຕົກຂ້ອນຢ່າງເດັດຂາດ; 2) ແກ້ໄຂບັນຫາການບຸກລຸກຈັບຈອງທີ່ດິນຊະຊາຍ; 3) ຈັດຮຽບຮ້ອຍ ແລະ ພັດທະນາຕົວເມືອງແປກ ພ້ອມມີມາດຕະການຕໍ່ຜູ້ລະເມີດ; 4) ເພີ່ມທະວີການຄຸ້ມຄອງ ແລະ ກວດກາແຮງງານ ພ້ອມທັງສົ່ງເສີມການຜະລິດກະສິກຳເປັນສິນຄ້າໃຫ້ແຂງແຮງກວ່າເກົ່າ.
ຮຽບຮຽງໂດຍ: ສາວລາວໃຕ້