ຍ້າຍຂໍ້ມູນຈາກໄອໂຟນໄປສະມາດໂຟນ ຫົວເຫວີຍ ດ້ວຍແອັບ PHONE CLONE

Phone Clone ແອັບສຳ ລັບຊ່ວຍການຍ້າຍຂໍ້ມູນສຳລັບ iP- hone ໄປ Huawei ເພາະຢາກລອງລ້ຽວໄປລອງຫຸ່ນຂຽວເບິ່ງ ແດ່ ຫຼື ວ່າອາດຈະຢາກມີໂທລະສັບມາເພີ່ມເປັນໜ່ວຍທີສອງແຕ່ກໍຍາກຈະເກັບຂໍ້ມູນຈາກເຄື່ອງເກົ່າເອົາ ໄວ້ໃນເຄື່ອງໃໝ່ຊຶ່ງກໍມີແອັບນີ້ຊ່ວຍ ຈັດການເລື່ອງນີ້ໄດ້ງ່າຍໆ.

ການໃຊ້ແອັບນີ້ຈະມີ 2 ຝ່າຍຄືຝ່າຍ iOS ແລະAndroid ຊຶ່ງ ໂຈດຂອງການຍ້າຍຂໍ້ມູນຈາກiPhone ເຄື່ອງເກົ່າມາຍັງໂທລະສັບHuaweiເຄື່ອງໃໝ່ຊຶ່ງເຮົາຕ້ອງເຮັດທັງສອງເຄື່ອງໄປພ້ອມໆກັນ ເລື່ອງໜ້າຮູ້ກ່ຽວກັບແອັບນີ້ຄື: ສາມາດໂອນຍ້າຍຂໍ້ມູນໄດ້ໄວສູງສຸດ ເຖິງ 1GB ຕໍ່1 ນາທີ ມີລະບົບ ຄວາມປອດໄພຕ້ອງໃຊ້ລະຫັດຜ່ານ ຊຶ່ງລະຫັດຜ່ານຈະເຮັດການສຸ່ມທຸກ ຄັ້ງການຕັ້ງຄ່າເບື້ອງ Android Huawei ປາຍທາງ: 1.ເຂົ້າໄປທີ່ Setting ເລືອກ Phone Clone 2. ເລືອກ This is the new Phone 3.ເລືອກເຄື່ອງຕົ້ນທາງ ຂອງເຮົາ ຊຶ່ງມີໃຫ້ເລືອກຄື Android, iPhone 5 or Later  ແລະ Other iOS Device 4.ເຮັດການ ເຊື່ອມຕໍ່ກັບໂທລະສັບຕົ້ນທາງ ໂດຍເຄື່ອງປາຍທາງຈະເປີດຕົວເຊື່ອມຕໍ່ Wi-Fi ໂດຍໃຫ້ SSID ແລະລະຫັດ 5. ຖ້າເຮັດການເຊື່ອມຕໍ່ສຳ ເລັດແລ້ວໜ້າຈໍຈະຂຶ້ນຂໍ້ຄວາມວ່າ Connected to old device  6.ຖ້າຕ້ອງຢືນຢັນການຍ້າຍຂໍ້ມູນ ຈາກ iPhone ມາຍັງໂທລະສັບ ຫົວເຫວີຍໃຫ້ກົດYes ເພື່ອຕົກລົງ ແຕ່ຖ້າຕ້ອງການຍົກເລີກໃຫ້ກົດ No ການຕັ້ງຄ່າເບື້ອງ iPhone ຫຼືອຸປະກອນ iOS ຕົ້ນທາງ: 1. ເຂົ້າ ປທີ່ App Store  ດາວໂຫຼດແອັບPhone Clone ຊຶ່ງແອັບນີ້ເປັນ ຂອງຫົວເຫວີຍເອງແລ້ວເຮັດການ ຕິດຕັ້ງແອັບໃຫ້ຮຽບຮ້ອຍ 2. ເຮັດການເຊື່ອມຕໍ່ Wi-Fi  ໄປຍັງ SSIDທີ່ເຄື່ອງຕົ້ນທາງກຳນົດໄວ້ໃຫ້ຈາກ ນັ້ນໃຫ້ກອກລະຫັດຜ່ານທີ່ເຄື່ອງ ເຮັດການຕັ້ງຄ່າມາໃຫ້ 3. ກັບມາ ທີ່ແອັບອີກເທື່ອໜຶ່ງກົດປຸ່ມ Conect new Phone 4. ລໍຖ້າການ ເຊື່ອມຕໍ່ ໂດຍໜ້າຈໍຈະຂຶ້ນວ່າ Preparing Dataຊຶ່ງຄັ້ງທຳອິດຈະໃຊ້ເວລາໃນການເຊື່ອມຕໍ່ຢູ່ໃຫ້ລໍ ຖ້າບຶດໜຶ່ງ 5 ຂໍ້ມູນທີ່ສາມາດເຮັດການຍ້າຍຈະມີ Contacts, Pic tures, Videos, Schedule 6. ຖ້າແນ່ໃຈແລ້ວວ່າຕ້ອງການຍ້າຍທັງ ໝົດຂໍ້ມູນໃຫ້ກົດປຸ່ມ Transfer.

ຂໍ້ສຳຄັນໃນການໃຊ້ແອັບນີ້ຄື ວ່າກະລຸນາສາກໄຟໃສ່ແບັດເຕີຣີ ໄວ້ໃຫ້ເຕັມໃນກໍລະນີທີ່ມີພາບ ຫຼື ວ່າວິດີໂດຫຼາຍໆເພາະການໂອນຂໍ້ມູນ ຜ່ານ Wi-Fi ເຖິງຈະເຮັດໄດ້ໄວ ແນວໃດກໍຍັງໃຊ້ເວລາຢູ່ພໍສົມຄວນຫຼື ຈະໃຫ້ດີຕ້ອງສຽບສາກໄຟໄວ້ ເລີຍແລ້ວຢ່າຍົກໂທລະສັບໄປໃສ ຢ່າຟ້າວປິດການເຮັດວຽກຂອງ ແອັບເພື່ອໃຫ້ການຖ່າຍໂອນຂໍ້ມູນອອກມາຄົບຖ້ວນ.