
ຕາມການໃຫ້ສຳພາດຂອງ ທ່ານ ຕຸ້ຍ ຈັນທະມຸງຄຸນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ ວ່າຈະຈັດກິດຈະກໍາຈໍາໜ່າຍສິນຄ້າອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ "ໂຄງການລາຄາອຸ່ນໃຈ" ແລະ ກິດຈະກໍາ "ກັບຄືນສູ່ໂຮງຮຽນ" ປະຕິບັດຕາມແຈ້ງການ ຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກໍ່ຄືການເອົາໃຈໃສ່ຊີ້ນໍາ-ນໍາພາ ຂອງອົງການປົກຄອງແຂວງບໍລິຄໍາໄຊ ໃນໄລຍະກະກຽມຕ້ອນຮັບສົກຮຽນໃໝ່ 2026-2027 ທີ່ໄກ້ຈະມາເຖິງນີ້ ວັນທີ 4 - 6 ສິງຫາ 2026 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄດ້ສົມທົບກັບບັນດາຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງ ຈັດກິດຈະກໍາ ຈໍາໜ່າຍສິນຄ້າອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ "ໂຄງການລາຄາອຸ່ນໃຈ" ແລະ ກິດຈະກໍາ "ກັບຄືນສູ່ໂຮງຮຽນ" ກິດຈະກໍາໃນຄັ້ງນີ້ ແມ່ນເພື່ອ ແບ່ງເບົາພາລະຄ່າໃຊ້ຈ່າຍ ຊ່ວຍຫຼຸດຜ່ອນຄ່າຄອງຊີບຂອງ ພໍ່ແມ່ ຜູ້ປົກຄອງນັກຮຽນ, ພະນັກງານ, ທະຫານ, ຕໍາຫຼວດ, ກໍາມະກອນ ແລະ ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ໃນການຊື້ອຸປະກອນການຮຽນໃຫ້ລູກຫຼານ ສິນຄ້າທີ່ນໍາມາຈໍາໜ່າຍ: ປະກອບມີ ປຶ້ມແບບຮຽນ, ປຶ້ມຂຽນ, ບິກ, ສໍດໍາ, ຢາງລຶບ, ໄມ້ບັນທັດ, ເຄື່ອງແບບນັກຮຽນ ແລະ ອຸປະກອນການສຶກສາອື່ນໆ ທີ່ຈໍາເປັນ ໃນລາຄານະໂຍບາຍ.
ໃນນາມຄະນະນໍາ, ຄະນະພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ຂໍເຊີນຊວນບັນດາພໍ່ແມ່ຜູ້ປົກຄອງ, ນ້ອງໆນັກຮຽນ, ທັງພາກລັດ ແລະ ເອກະຊົນ, ພະນັກງານ, ປະຊາຊົນບັນດາເຜົ່າພາຍໃນແຂວງ ເຂົ້າໄປເລືອກຊື້-ນໍາໃຊ້ອຸປະກອນການຮຽນ-ການສຶກສາ ທີ່ມີຄຸນນະພາບ ແລະ ລາຄາເປັນມິດໃນງານຄັ້ງນີ້.
ນອກຈາກພວກເຮົາຈັດຢູ່ແຂວງ ກໍ່ຈະໄດ້ໃຫ້ບັນດາ ຫ້ອງການ ອຄ ເມືອງ ສືບຕໍ່ຈັດກິດຈະກໍາດັ່ງກ່າວນີ້ຂຶ້ນ ຄື: ຫ້ອງການ ອຄ ເມືອງປາກຊັນ ກໍ່ໄດ້ມີແຜນກະກຽມ ຈະຈັດກິດຈະກໍານີ້ຂຶ້ນຢູ່ຕະຫຼາດບ້ານບົວແວງຄຳ ສໍາລັບວັນເວລາຈັດກິດຈະກໍານັ້ນ ລາຍລະອຽດແມ່ນຫ້ອງການ ອຄ ເມືອງ ຈະໄດ້ແຈ້ງໃຫ້ ພໍ່ແມ່ປະຊາຊົນຜູ້ປົກຄອງນັກຮຽນ ຮັບຊາບ ຕາມພາຍຫຼັງ.
ຂ່າວ-ພາບ: ວຽງສະຫວັນ