
ວິທະຍຸ-ໂທລະພາບ ສູນກາງຈີນ, ລາຄານ້ຳມັນສາກົນ ໄດ້ເພີ່ມຂຶ້ນ ຢ່າງຈະແຈ້ງ. ນັບມາຮອດເວລາ ປິດຕະຫລາດ ໃນວັນທີ 10 ສິງຫາຜ່ານນີ້, ລາຄານ້ຳມັນດິບທາດເບົາ ທີ່ສັ່ງຊື້ລ່ວງໜ້າ ເຊິ່ງຈະສົ່ງມອບ ໃນເດືອນກັນຍາ ໃນຕະຫລາດຊື້-ຂາຍ ສິນຄ້ານິວຢອກ ໄດ້ເພີ່ມຂຶ້ນ 3,95 ໂດລາສະຫະລັດ ມາຢູ່ທີ່ 82.13 ໂດລາສະຫະລັດ, ເພີ່ມຂຶ້ນ 5.05%; ລາຄານ້ຳມັນດິບ ແບຣນລອນ ດອນ ທີ່ສັ່ງຊື້ລ່ວງໜ້າ ເຊິ່ງຈະສົ່ງມອບໃນເດືອນຕຸລາປີນີ້ ໄດ້ເພີ່ມຂຶ້ນ 4,17 ໂດລາສະຫະລັດ ມາຢູ່ທີ່ 87,72 ໂດລາສະຫະລັດ, ເພີ່ມຂຶ້ນ 4,99%.
ຕົວເລກຂໍ້ມູນ ຈາກກະຊວງພະລັງງານ ອາເມລິກາ ສະແດງໃຫ້ເຫັນວ່າ: ຄັງສຳຮອງນ້ຳມັນເຊື້ອໄຟຍຸດທະສາດ ຂອງ ສ.ອາເມລິກາ ໃນເດືອນສິງຫາ ໄດ້ຫລຸດລົງເຫລືອ 298,7 ລ້ານຖັງ(ບາເຣວ) ເຊິ່ງໄດ້ສ້າງສະຖິຕິຕ່ຳສຸດ ນັບແຕ່ປີ 1983 ເປັນຕົ້ນມາ. ຕາມຂ່າວແຈ້ງວ່າ, ຄືກັນກັບປະເທດອື່ນໆ, ສ.ອາເມລິກາ ໄດ້ປ່ອຍນ້ຳມັນດິບ ໃນຄັງສຳຮອງອອກມາຕະຫລອດ ເພື່ອແກ້ໄຂບັນຫາຂາດ ເຂີນນ້ຳມັນ ໃນຕະຫລາດ ຍ້ອນສົງຄາມ ທີ່ເກີດຂຶ້ນຢູ່ພາກພື້ນ ຕາເວັນອອກກາງ. ລັດຖະບານໂດນັນ ທຣຳ ເຄີຍສັ່ງໃຫ້ປ່ອຍຄັງສຳຮອງນ້ຳມັນ 172 ລ້ານຖັງ ໃນເດືອນມີນາປີນີ້ ເພື່ອຮັກສາຄວາມໝັ້ນທ່ຽງຂອງຕະຫລາດທົ່ວໂລກ.
.