
ເພື່ອປັບປຸງຄຸນະພາບການໃຫ້ບໍລິການປິ່ນປົວສຸຂະພາບ ແລະ ສ້າງຄວາມເປັນເອກະພາບໃນການຈັດຕັ້ງອຸດໜູນປະກັນສຸຂະພາບ ໃຫ້ແກ່ ສະມາຊິກປະກັນສັງຄົມ, ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດພິທີເຊັນສັນຍາການໃຫ້ບໍລິການປິ່ນປົວສຸຂະພາບ ກັບ ໂຮງໝໍແຂວງ 4 ແຂວງ ປະກອບມີ: ແຂວງອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ ພ້ອມດ້ວຍໂຮງໝໍເມືອງ 24 ແຫ່ງ ອ້ອມຂ້າງແຂວງ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 12 ສິງຫາ 2026 ທີ່ ຫ້ອງປະຊຸມຮ້ານອາຫານເຮືອນຄຳ ແຂວງອຸດົມໄຊ. ໃຫ້ກຽດເປັນປະທານ ແລະ ລົງນາມໃນສັນຍາ ໂດຍ ທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍບັນດາຄະນະອຳນວຍການໂຮງໝໍແຂວງ 4 ແຂວງ ແລະ ໂຮງໝໍເມືອງ 24 ແຫ່ງ ເຂົ້າຮ່ວມ.
ການເຊັນສັນຍາ ຈຸດປະສົງ ເພື່ອກຳນົດຂອບເຂດ ແລະ ຄວາມຮັບຜິດຊອບຂອງຜູ້ຊື້ບໍລິການ ແລະ ຜູ້ໃຫ້ບໍລິການ, ລວມເຖິງວິທີການ ແລະ ມາດຕະການຕ່າງໆ ໃນການໃຫ້ບໍລິການກວດ, ບົ່ງມະຕິ ແລະ ປິ່ນປົວ ຕາມລະບົບປະກັນສັງຄົມ ໃຫ້ມີປະສິດທິພາບ, ທັນເວລາ ແລະ ເປັນເອກະພາບ. ສຳລັບຜູ້ຊື້ບໍລິການ, ອົງການປະກັນສັງຄົມແຫ່ງຊາດ ຈະສົ່ງຂໍ້ມູນຜູ້ເກີດສິດປິ່ນປົວສຸຂະພາບຂອງພາກປະກັນສັງຄົມ ໃຫ້ແກ່ ໂຮງໝໍ ອາທິດລະ 1 ຄັ້ງ ເພື່ອໃຊ້ເປັນຖານຂໍ້ມູນໃນການໃຫ້ບໍລິການ. ພ້ອມນັ້ນ ຈະຮັບຜິດຊອບຈ່າຍຄ່າບໍລິການປິ່ນປົວຕາມຊຸດ ຜົນປະໂຫຍດທາງການແພດ ແລະ ວິທີການຈ່າຍເງິນປະກັນສຸຂະພາບ ຕາມການຕົກລົງ ເລກທີ 2790/ຮສສ, ລົງວັນທີ 16 ກໍລະກົດ 2026. ສຳລັບການປິ່ນປົວ ກວດເຂດນອກ ອປຊ ຈະຈ່າຍຄ່າບໍລິການເປັນລາຍເດືອນ ພາຍໃນວັນທີ 15 ຂອງແຕ່ລະເດືອນ; ສ່ວນກໍລະນີນອນປິ່ນປົວ ຢູ່ ໂຮງໝໍ ຈະຈ່າຍພາຍໃນເດືອນທຳອິດຂອງງວດຖັດໄປ. ກໍລະນີຜູ້ເກີດສິດມາໃຊ້ບໍລິການ ແຕ່ບໍ່ປາກົດຊື່ຢູ່ໃນຖານຂໍ້ມູນຂອງໂຮງໝໍ ໃຫ້ ໂຮງໝໍ ປະສານຫາ ອົງການປະກັນສັງຄົມແຫ່ງຊາດ ເພື່ອກວດກາ ແລະ ຢັ້ງຢືນການເກີດສິດ ຖ້າຂໍ້ມູນຍັງຄ້າງ ຢູ່ ອປຊ, ແມ່ນ ອປຊ ຈະຮັບຜິດຊອບທົດແທນຄ່າປິ່ນປົວ ໃຫ້ແກ່ ໂຮງໝໍ ທີ່ຜູ້ເກີດສິດໄປໃຊ້ບໍລິການ.
ນອກຈາກນັ້ນ ອປຊ ຈະດຳເນີນການເຜີຍແຜ່ ເນື້ອໃນ ສັນຍາ, ນິຕິກຳ ທີ່ກ່ຽວຂ້ອງ ພ້ອມທັງ ຝຶກອົບຮົມການບັນທຶກ ແລະ ນຳໃຊ້ ລະບົບ ຂໍ້ມູນຂ່າວສານການແພດ ATD System (Admin, Transfer, Discharge) ໃຫ້ແກ່ ພະນັກງານ ໂຮງໝໍ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ສາມາດນຳໃຊ້ລະບົບໄດ້ຢ່າງເອກະພາບ. ສ່ວນຜູ້ໃຫ້ບໍລິການ, ໂຮງໝໍມີໜ້າທີ່ກວດສອບ ບັດປະຈຳຕົວ, ສຳມະໂນຄົວ ຫຼື ເອກະສານອື່ນໆ ຂອງຜູ້ເກີດສິດທີ່ມາໃຊ້ບໍລິການ ເພື່ອຢັ້ງຢືນຕົວຕົນ ແລະ ສິດໃນການຮັບບໍລິການ. ພ້ອມທັງໃຫ້ການກວດ, ບົ່ງມະຕິ ແລະ ປິ່ນປົວ ຕາມລາຍຊື່ຜູ້ເກີດສິດທີ່ຢູ່ໃນຖານຂໍ້ມູນທີ່ ອປຊ ສົ່ງໃຫ້. ສຳລັບເດັກທີ່ມີອາຍຸບໍ່ເກີນ 3 ເດືອນ ແລະ ຍັງບໍ່ໄດ້ຂຶ້ນທະບຽນນຳ ອົງການປະກັນສັງຄົມ, ສາມາດນຳໃຊ້ບັດປະກັນສັງຄົມຂອງ ພໍ່ ຫຼື ແມ່ ເພື່ອຮັບສິດໃນການປິ່ນປົວ ຕາມລະບຽບ. ກໍລະນີມີ ບັດປະກັນສັງຄົມ ແຕ່ບໍ່ມີຊື່ຢູ່ໃນຖານຂໍ້ມູນ, ໂຮງໝໍ ຈະຕ້ອງປະສານຫາ ອປຊ ເພື່ອກວດສອບ ແລະ ຢັ້ງຢືນຂໍ້ມູນ. ຖ້າຂໍ້ມູນຍັງຄ້າງຢູ່ນຳ ອປຊ, ໂຮງໝໍຈະໃຫ້ການປິ່ນປົວ ຕາມລະບຽບ ແລະ ສະຫຼຸບເອກະສານ ເພື່ອຂໍຮັບການທົດແທນຄ່າປິ່ນປົວ ຈາກ ອປຊ.
ການເຊັນສັນຍາ ເປັນບາດກ້າວສຳຄັນໃນການປະສານງານ ລະຫວ່າງ ອປຊ ແລະ ໂຮງໝໍ ໃນພື້ນທີ່ ເພື່ອສ້າງລະບົບການຮັບບໍລິການປິ່ນປົວ ຕາມສິດປະກັນສັງຄົມ ໃຫ້ມີຄວາມຊັດເຈນ, ວ່ອງໄວ, ເປັນເອກະພາບ ແລະ ສາມາດຕອບສະໜອງສິດປະໂຫຍດດ້ານສຸຂະພາບ ໃຫ້ແກ່ ສະມາຊິກປະກັນສັງຄົມໄດ້ດີຍິ່ງຂຶ້ນ. ໃນໂອກາດນີ້ ໄດ້ມີການເຊັນສັນຍາການໃຫ້ບໍລິການປິ່ນປົວສຸຂະພາບ ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ກັບ ໂຮງໝໍແຂວງ 4 ແຫ່ງ ແລະ ໂຮງໝໍເມືອງ 24 ແຫ່ງ.
ຂ່າວ:ຄຳພັນ ແກ້ວມະນີ