ຫຼາຍພາກສ່ວນ ມອບເຄື່ອງຊ່ວຍເຫຼືອ ບັນເທົາທຸກໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ

ໃນວັນທີ 12 ສິງຫາຜ່ານມາ ຢູ່ທີ່ບ້ານນໍ້າດີ ຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ໄດ້ມີທັງພາກລັດ, ເອກະຊົນ ແລະ ປະຊາຊົນ ໄດ້ຮ່ວມແຮງຮ່ວມໃຈກັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ທຶນຮອນຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມກະທັນຫັນ ເມື່ອວັນທີ 11 ສິງຫາ ທີ່ຜ່ານມາ.
ພາກສ່ວນທີນຳເຄື່ອງມາຊ່ວຍເຫຼືອໃນຄັ້ງນີ້ມີສະພາປະຊາຊົນແຂວງ ໄດ້ນຳເອົາ ຜ້າຫົ່ມ 27 ຜືນ, ນໍ້າດື່ມ 27 ແພັກ, ໝີ່ໄວໄວ 27 ແກັດ, ປາກະປ໋ອງ 27 ແພັກ ແລະ ໄຂ່ໄກ່ 27 ແຕະ ລວມມູນຄ່າທັງໝົດ 14 ລ້ານກວ່າກີບ, ຄອບຄົວ ທ່ານ ທອງສອນ ອາດຜາສຸກ (ບ້ານທົ່ງໃຈເໜືອ) ມອບນໍ້າດື່ມຕຸກໃຫຍ່ 8 ແພັກ, ໝີ່ຍຳໆ 10 ແກັດ, ປ໋ອງປາ 4 ແພັກ ແລະ ໄຂ່ໄກ່ 5 ແຕະ ລວມມູນຄ່າ 3 ລ້ານກີບ, ບໍລິສັດ ຈິດຈະເລີນ ມອບຜ້າຫົ່ມ 1 ຜືນ, ນໍ້າດືມ 1 ແພັກ, ໜີ່ໄວໆ 1 ແກັດ, ປາກະປອງ 1 ແກັດ ແລະ ໄຂ່ 1ແຕະແຈກຢາຍໃຫ້ແຕ່ລະຄອບຄົວ ລວມມຸນຄ່າ 2 ລ້ານກີບ, ຫ້ອງວ່າການເມືອງຫຼວງນໍ້າທາ: ຊ່ວຍເຫຼືອນໍ້າດື່ມ ຈຳນວນ 20 ແພັກ, ຄອບຄົວ ທ່ານ ຄຳຟອງ ອິນມະນີ ຊ່ວຍເຫຼືອນໍ້າດື່ມ ຈຳນວນ 20 ແພັກ, ທ່ານ ນາງ ສຸກ ລາວລີ (ບ້ານຂົວສູງ) ຊ່ວຍເຫຼືອນໍ້າດື່ມ ຈຳນວນ 10 ແພັກ, ສະຫະພັນບ້ານຫົວຂົວ ຊ່ວຍເຫຼືອເຂົ້າສານ ແລະ ເຄື່ອງນຸ່ງຫົ່ມ, ກອງບັນຊາການທະຫານແຂວງ ໄດ້ນຳສົ່ງກຳລັງພົນ ຈຳນວນ 15 ສະຫາຍ ລົງພື້ນທີ່ຊ່ວຍເຫຼືອປະຊາຊົນຢ່າງໃກ້ຊິດ.
ການລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງສັງຄົມ ທີ່ບໍ່ຖິ້ມບໍ່ປະກັນ ໃນຍາມທຸກຍາກ ຂາດເຂີນ ແລະ ເປັນກຳລັງໃຈໃຫ້ແກ່ພໍ່ແມ່ ພີ່ນ້ອງຊາວບ້ານນໍ້າດີໃຫ້ມີກຳລັງໃຈສູ້ຊົນ ແລະ ສາມາດຜ່ານພົ້ນວິກິດການໃນຄັ້ງນີ້ໂດຍໄວ.
ຂ່າວ: ຫຼວງນ້ຳທາ