ສປປ ລາວ ຢືນຢັນຄວາມພ້ອມເປັນເຈົ້າພາບກອງປະຊຸມ 3RC CCM ເພື່ອໂລກປອດໄພຈາກລະເບີດລູກຫວ່ານ

ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ຈັດພິທີສະເຫລີມສະຫລອງ ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ(01/08/2010-01/08/2026) ໃນວັນທີ 11 ສິງຫາຢູ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈຳການ ຄຊກລ ແລະ ມີທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ໂດຍໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາ, ໂດຍສະເພາະແມ່ນລັດຖະບານອຽກລັງ, ສະຫະພາບເອີຣົບ (EU), ອົງການ ສປຊ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ແລະ ອົງການMAG ປະຈໍາ ສປປ ລາວ.
ໃນພິທີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນເຖິງຄວາມໝາຍອັນສຳຄັນຂອງການໃຫ້ສັດຕະຍາບັນຕໍ່ສົນທິສັນຍາດັ່ງກ່າວ ແລະ ຍົກໃຫ້ເຫັນເຖິງຜົນກະທົບຕໍ່ປະຊາຊົນລາວຈາກລະເບີດລູກຫວ່ານທີ່ຍັງຕົກຄ້າງ 80 ລ້ານກວ່າໜ່ວຍ ທີ່ສືບຕໍ່ເປັນອຸປະສັກຕໍ່ຊີວິດການເປັນຢູ່ ເເລະ ການພັດທະນາເສດຖະກິດ-ສັງຄົມ. ໃນໄລຍະ 16 ປີ ທີ່ຜ່ານມາ ສປປ ລາວ ໄດ້ສ້າງບາດກ້າວບຸກທະລຸໃນວຽກງານສຳຫລວດ ແລະ ເກັບກູ້ ລບຕ ເພື່ອປົດປ່ອຍເນື້ອທີ່ທຳການຜະລິດກະສິກຳ ແລະ ພັດທະນາໂຄງລ່າງພື້ນຖານທີ່ສຳຄັນ ແລະ ສປປ ລາວ ກາຍເປັນຜູ້ນຳໃນການຊຸກຍູ້ວຽກງານເປົ້າໝາຍການພັດທະນາແບບຍືນຍົງ(SDG) 18: "ຊີວິດທີ່ປອດໄພຈາກ ລບຕ" ໃຫ້ກາຍເປັນບຸລິມະສິດ ແລະ ເປົ້າໝາຍແຫ່ງຊາດ ແລະ ເປັນຕົວແບບໃຫ້ແກ່ປະເທດອື່ນໆ. ພ້ອມກັນນີ້, ການເປັນປະທານກອງປະ ຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC CCM) ຖືເປັນຄັ້ງທີ 2 ທີ່ ສປປ ລາວ ໄດ້ຮັບກຽດ ແລະ ຄວາມໄວ້ວາງໃຈຈາກວົງຄະນະຍາດສາກົນໃນການເປັນເຈົ້າພາບ ເເລະ ການເປັນປະທານກອງປະຊຸມລັດພາຄີຄັ້ງປະຖົມມະລືກ ໃນປີ 2010 ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ. ກອງປະຊຸມດັ່ງກ່າວຈະຮັບຮອງເອົາ "ແຜນປະຕິບັດງານນະຄອນຫລວງວຽງຈັນ (Vientiane Capital Action Plan) 2027-2031" ຊຶ່ງຈະເປັນແນວທາງການຈັດຕັ້ງປະຕິ ບັດສົນທິສັນຍາໃນທົ່ວໂລກ.
ໃນພິທີສະເຫລີມສະຫລອງ, ຍັງມີການປະກາດຜົນການແຂ່ງຂັນແຕ້ມຮູບ ພາຍໃຕ້ຫົວຂໍ້"ຂໍ້ ຄວາມຈາກອະດີດ ເຖິງອະນາຄົດ". ເນື່ອງໃນໂອກາດທີ່ ສປປ ລາວ ເປັນປະທານກອງປະຊຸມ 3RC CCM ໃນງານແຂ່ງຂັນດັ່ງກ່າວ ມີເຍົາວະຊົນ ແລະ ຊາວໜຸ່ມສົ່ງຜົນງານເຂົ້າປະກວດທັງໝົດ 24 ຄົນ ເພື່ອສະທ້ອນເຖິງຄວາມຫວັງ ແລະ ການຂອບໃຈຕໍ່ "ຜູ້ບຸກເບີກແຫ່ງສັນຕິພາບ". ບັນດາຜູ້ຊະນະຈະໄດ້ຮັບທຶນການສຶກສາ ແລະ ຜົນງານຈະຖືກນຳໄປວາງສະແດງໃນກອງປະຊຸມ 3RC-CCM ທີ່ຈະຈັດຂຶ້ນໃນເດືອນກັນຍານີ້. ພ້ອມນີ້, ພາຍໃນງານຍັງມີກິດຈະກໍາຖາມ-ຕອບຈາກບັນດາອົງການປະຕິບັດງານ ເພື່ອສົ່ງເສີມຄວາມຮູ້ໃຫ້ເເກ່ໄວໜຸ່ມ-ນັກສຶກສາ ກ່ຽວກັບສົນທິສັນຍາ CCM ແລະ ຄວາມເຂົ້າ ໃຈຕໍ່ໄພອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງໃຫ້ແກ່ນັກສຶກສາ.
ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ (CCM) ມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ສິງຫາ 2010 ເປັນຕົ້ນມາ ຊຶ່ງຖືເປັນຈຸດປ່ຽນທີ່ສໍາຄັນໃນການປົກປ້ອງພົນລະເຮືອນ ແລະ ຫລຸດໄພຂົ່ມຂູ່ທີ່ເກີດຈາກລະເບີດລູກຫວ່ານໃນທົ່ວໂລກ. ສຳລັບ ສປປ ລາວ, ໃນນາມເປັນປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງມາເປັນເວລາຫລາຍທົດສະວັດ, ສົນທິສັນຍານີ້ມີຄວາມໝາຍອັນສຳ ຄັນຍິ່ງເພື່ອສ້າງອະນາຄົດທີ່ປອດໄພ ຕາມເປົ້າໝາຍການພັດທະນາແບບຍືນຍົງ (SDG) 18. ໃນໂອ ກາດຄົບຮອບ 16 ປີ ຂອງການມີຜົນສັກສິດຂອງສົນທິສັນຍາ ແລະ ສປປ ລາວ ໃນນາມເປັນປະທານກອງປະຊຸມທົບທວນສົນທິສັນຍາ (3RC-CCM), ມີຄວາມພ້ອມໃນການເປັນເຈົ້າພາບຈັດກອງປະ ຊຸມດັ່ງກ່າວຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 13-18 ກັນຍາ 2026. ນີ້ຖືເປັນຂີດໝາຍສຳຄັນໃນການສືບຕໍ່ພາລະກິດຈາກກອງປະຊຸມລັດພາຄີ ຄັ້ງທີ I ທີ່ນະຄອນຫລວງວຽງຈັນ ໃນປີ 2010 ເພື່ອຮ່ວມກັບປະຊາຄົມໂລກໃນການກໍານົດບາດກ້າວຕໍ່ໄປ ແລະ ຊຸກຍູ້ວິໄສທັດຮ່ວມກັນ ເພື່ອກ້າວໄປສູ່ໂລກທີ່ປອດໄພຈາກລະເບີດລູກຫວ່ານຢ່າງແທ້ຈິງ.
ກິດຈະກຳດັ່ງກ່າວ ຍັງຈະໄດ້ມີການເຊື່ອມສານກັບກິດຈະກຳລະດັບສາກົນ ໃນລັກສະນະດຽວກັນ ຊຶ່ງຮູບພາບທັງໝົດຈະຖືກວາງສະແດງໃນເດືອນກັນຍາ ເພື່ອໃຫ້ຄະນະຜູ້ແທນໄດ້ຢ້ຽມຊົມຕະຫລອດໄລຍະກອງປະຊຸມ.
ຂ່າວ: ຄຊກລ