ສະຫວັນນະເຂດ ເຜີຍແຜ່ກົດໝາຍອາກອນໃໝ່ ຫວັງອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບງົບປະມານ

ສ່ວຍສາອາກອນປະຈຳແຂວງສະຫວັນນະເຂດ ຮ່ວມກັບ ສ່ວຍສາອາກອນປະຈຳເມືອງທ່າປາງທອງ ເຜີຍແຜ່ກົດໝາຍ ແລະ ນິຕິກຳອາກອນໃໝ່ ໃຫ້ແກ່ຂະແໜງການພາກລັດ ແລະ ຫົວໜ່ວຍທຸລະກິດ ປະຈຳປີ 2026 ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ, ເພີ່ມປະສິດທິພາບການຈັດເກັບລາຍຮັບ ແລະ ອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານປະເທດຊາດ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ສິງຫາ 2026 ນີ້, ຢູ່ສະໂມສອນເມືອງທ່າປາງທອງ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນລ້ວນ ລີໄຊຍະລາດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງທ່າປາງທອງ ແລະ ທ່ານ ວິໄລທອງ ທຳມະວົງ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງສະຫວັນນະເຂດ. ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຕົວແທນຫົວໜ່ວຍທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ແລະ ແນະນຳບັນດານິຕິກຳສຳຄັນ ດັ່ງນີ້: ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 60/ສພຊ, ລົງວັນທີ 28 ມິຖຸນາ 2024; ດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ ສະບັບເລກທີ 297/ລບ, ລົງວັນທີ 29 ສິງຫາ 2022 (ລວມມີ 8 ພາກ 48 ມາດຕາ); ຄຳສັ່ງວ່າດ້ວຍການຫ້າມພິມ, ຈຳໜ່າຍ ແລະ ນຳໃຊ້ໃບເກັບເງິນ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນ ສະບັບເລກທີ 2804/ກງ, ລົງວັນທີ 20 ກັນຍາ 2023; ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດແຈ້ງການ ເລກທີ 1626/ກງ (ສະບັບເລກທີ 5029/ກງ, ລົງວັນທີ 18 ທັນວາ 2019) ເລື່ອງການຄຸ້ມຄອງ ແລະ ກວດກາສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກັສ; ການຄຸ້ມຄອງວຽກງານລະບົບ TaxRIS: ການເຜີຍແຜ່ ແລະ ແນະນຳການຄຸ້ມຄອງ-ກວດຮັບຫົວໜ່ວຍເຂົ້າລະບົບ, ການຍື່ນແຈ້ງມອບອາກອນມູນຄ່າເພີ່ມ, ອາກອນລາຍໄດ້ເງິນເດືອນ, ອາກອນກຳໄລ ແລະ ອາກອນປະເພດຕ່າງໆ ຕາມກຳນົດເວລາ.
ທັງນີ້, ກໍເພື່ອເຮັດໃຫ້ທຸກພາກສ່ວນໃນສັງຄົມ ມີຄວາມຮັບຮູ້, ເຂົ້າໃຈເປັນເອກະພາບກັນ ຕໍ່ການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານ ແລະ ນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເກີດຜົນດີ ແລະ ມີປະສິດທິພາບ.

ໃນຕອນທ້າຍ, ທ່ານ ບຸນລ້ວນ ລີໄຊຍະລາດ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ພາກລັດ ແລະ ຫົວໜ່ວຍທຸລະກິດ ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມຕາມກົດໝາຍຢ່າງເຂັ້ມງວດ. ພ້ອມທັງຮຽກຮ້ອງໃຫ້ຫົວໜ່ວຍທຸລະກິດ ໃຫ້ຄວາມຮ່ວມມືກັບສ່ວຍສາອາກອນປະຈຳເມືອງ, ເອົາໃຈໃສ່ນຳໃຊ້ໃບເກັບເງິນອາກອນມູນຄ່າເພີ່ມຢ່າງຖືກຕ້ອງ, ເປັນເຈົ້າການຍື່ນແຈ້ງມອບອາກອນໃຫ້ທັນຕາມກຳນົດເວລາ ແລະ ແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຮັບຊາບທຸກຄັ້ງໃນການເຄື່ອນຍ້າຍສິນຄ້າ ເພື່ອເຮັດໃຫ້ການຄຸ້ມຄອງຈັດເກັບລາຍຮັບສ່ວຍສາອາກອນພາຍໃນເມືອງ ຖືກຕ້ອງຕາມລະບຽບກົດໝາຍ ແລະ ບັນລຸປະສິດທິຜົນສູງສຸດ.

ຂ່າວ: ວິທະຍຸແຂວງສະຫວັນນະເຂດ