ນໍ້າຕົກຕາດຫ້ວຍແກ້ວ ເປັນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ປະຫວັດສາດ ທີ່ມີຄວາມອຸດົມສົມບູນ ແລະ ສວຍງາມ ເຊິ່ງຕັ້ງຢູ່ທາງທິດໃຕ້ຂອງບ້ານປ່າຄາ ເມືອງລອງ ແຂວງຫຼວງນໍ້າທາ, ຫ່າງຈາກເທດສະບານເມືອງ 6 ກິໂລແມັດ ແລະ ຫ່າງຈາກເທດສະບານແຂວງ 112 ກິໂລແມັດ.
ປັດຈຸບັນ, ການເດີນທາງເຂົ້າຫາແຫຼ່ງທ່ອງທ່ຽວດັ່ງກ່າວ ແມ່ນມີຄວາມສະດວກສະບາຍ ໂດຍມີເສັ້ນທາງລົດເຂົ້າເຖິງ 4 ກິໂລແມັດ ແລະ ຍ່າງຕາມເສັ້ນທາງທຳມະຊາດຕໍ່ອີກ 2 ກິໂລແມັດ. ນໍ້າຕົກຕາດຫ້ວຍແກ້ວ ປະກອບມີ 4 ຊັ້ນຕິດຕໍ່ກັນ ຄື: ຊັ້ນທີ 1 ສູງ 10 ແມັດ, ຊັ້ນທີ 2 ແບ່ງອອກເປັນ 2 ຂັ້ນ (ຂັ້ນທຳອິດສູງ 2,5 ແມັດ ແລະ ຂັ້ນທີສອງສູງ 7 ແມັດ), ຊັ້ນທີ 3 ເປັນຊັ້ນທີ່ສູງທີ່ສຸດ ດ້ວຍຄວາມສູງ 15 ແມັດ, ຊັ້ນທີ 4 ສູງ 11 ແມັດ.
ນອກຈາກຕາດຫ້ວຍແກ້ວແລ້ວ, ໃນໄລຍະຫ່າງອອກໄປປະມານ 1 ກິໂລແມັດ ຍັງມີ "ຕາດນ້ຳຫີນປູນ" ເຊິ່ງເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງ. ບໍລິເວນອ້ອມຂ້າງນໍ້າຕົກຕາດທັງສອງແຫ່ງ ປົກຫຸ້ມດ້ວຍປ່າໄມ້ອຸດົມສົມບູນ, ເປັນທີ່ຢູ່ອາໄສຂອງສັດປ່ານານາພັນ ເປັນຕົ້ນແມ່ນ ກວາງ, ຟານ, ລີງ, ໄກ່ປ່າ ແລະ ນົກຊະນິດຕ່າງໆ. ພ້ອມດຽວກັນນີ້, ສາຍນໍ້າດັ່ງກ່າວ ຍັງເປັນແຫຼ່ງນໍ້າສະໜອງໃຫ້ແກ່ການດຳລົງຊີວິດ ແລະ ການຜະລິດກະສິກຳຂອງປະຊາຊົນບ້ານປ່າຄາ.
ສຳລັບຄວາມເປັນມາຂອງຊື່ "ຕາດນ້ຳຫ້ວຍແກ້ວ" ຕາມຕຳນານເລົ່າຂານກັນມາວ່າ: ໃນສະໄໝກ່ອນ ມີພະຍາທ່ານໜຶ່ງໄດ້ສ້າງພະທາດໄວ້ຢູ່ບໍລິເວນໃກ້ຄຽງ ແລະ ໄດ້ບັນຈຸ "ພະແກ້ວ" ໄວ້ໃນພະທາດ, ປະຊາຊົນໃນພື້ນທີ່ຈຶ່ງເອີ້ນຊື່ຕາດນີ້ວ່າ "ຕາດນ້ຳຫ້ວຍພະແກ້ວ" ແລະ ໄດ້ເອີ້ນກາຍມາເປັນ "ຕາດນ້ຳຫ້ວຍແກ້ວ" ຈົນເຖິງປັດຈຸບັນ. ເຖິງວ່າພະທາດດັ່ງກ່າວຈະທຸດໂຊມໄປຕາມກາລະເວລາກໍຕາມ, ແຕ່ຍັງປາກົດເຫັນຮ່ອງຮອຍໃຫ້ເຫັນຢູ່ບາງສ່ວນ.
ນໍ້າຕົກຕາດຫ້ວຍແກ້ວ ຈຶ່ງນັບເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ ທີ່ມີຄວາມສົມບູນແບບ ເໝາະສົມສຳລັບນັກທ່ອງທ່ຽວທີ່ຕ້ອງການເດີນທາງມາສຳຜັດ ແລະ ສຶກສາທຳມະຊາດຢ່າງແທ້ຈິງ.
ຮຽບຮຽງໂດຍ: ສາວລາວໃຕ້