ແຂວງບໍ່ແກ້ວ ເກັບລາຍຮັບ 6 ເດືອນຕົ້ນປີ 2026 ໄດ້ 607 ຕື້ກີບ ເທົ່າກັບ 62.76% ຂອງແຜນປີ

ແຂວງບໍ່ແກ້ວ ສ້າງຜົນງານໂດດເດັ່ນດ້ານການເງິນ ໃນ 6 ເດືອນຕົ້ນປີ 2026 ນີ້ ສາມາດຈັດເກັບລາຍຮັບເຂົ້າງົບປະມານລວມໄດ້ 607.34 ຕື້ກີບ, ທະລຸ 62.76% ຂອງແຜນການປີ.

ທ່ານ ສີສຸກ ຄູນວີທອງ ຫົວໜ້າພະແນກການເງິນແຂວງ ບໍ່ແກ້ວ ໄດ້ລາຍງານຕໍ່ກອງປະຊຸມ ອົງການປົກຄອງແຂວງບໍ່ແກ້ວ ເປີດກວ້າງ ປະຈໍາ 6 ເດືອນຕົ້ນປີ 2026 ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກດ້ານອັດຕາເງິນເຟີ້ ແລະ ລາຄານ້ຳມັນ/ສິນຄ້າທີ່ເພີ່ມຂຶ້ນ, ແຕ່ເສດຖະກິດຂອງແຂວງບໍ່ແກ້ວຍັງສືບຕໍ່ຂະຫຍາຍຕົວໃນລະດັບ 5.1%, ບັນລຸລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ 3,946.30 ຕື້ກີບ (ເທົ່າກັບ 41.1% ຂອງແຜນປີ) ແລະ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 816.58 ໂດລາສະຫະລັດ (ປະມານ 17.73 ລ້ານກີບ/ຄົນ/6 ເດືອນ). ໂຄງປະກອບເສດຖະກິດ: ຂະແໜງກະສິກຳ-ປ່າໄມ້ ກວມ 43.94% (1,733.96 ຕື້ກີບ), ອຸດສາຫະກຳ ກວມ 30.29% (1,195.18 ຕື້ກີບ), ບໍລິການ ກວມ 21.01% (829.03 ຕື້ກີບ) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ກວມ 4.77% (188.13 ຕື້ກີບ).

ສໍາລັບ ວຽກງານງົບປະມານ (ຮອດ 31 ກໍລະກົດ 2026): ເກັບລາຍຮັບເຂົ້າງົບປະມານລວມໄດ້ 607.34 ຕື້ກີບ ເທົ່າກັບ 62.76% ຂອງແຜນປີ (ລາຍຮັບສູນກາງ 455.39 ຕື້ກີບ ແລະ ລາຍຮັບທ້ອງຖິ່ນ 151.86 ຕື້ກີບ); ດ້ານລາຍຈ່າຍປະຕິບັດໄດ້ 243.85 ຕື້ກີບ (36.30% ຂອງແຜນປີ). ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ໄດ້ເປີດທະບຽນວິສາຫະກິດໃໝ່ 348 ຫົວໜ່ວຍ, ມູນຄ່າຈໍລະຈອນສິນຄ້າພາຍໃນບັນລຸ 702.7 ຕື້ກີບ (66.61% ຂອງແຜນປີ). ສາມາດດຶງດູດນັກທ່ອງທ່ຽວເຂົ້າ-ອອກໄດ້ 106,159 ເທື່ອຄົນ, ສ້າງລາຍຮັບສຳພັດໄດ້ 5.3 ລ້ານກວ່າໂດລາສະຫະລັດ. ວຽກງານສິນເຊື່ອທະນາຄານເພື່ອກະຕຸ້ນເສດຖະກິດປະຕິບັດໄດ້ 624.58 ຕື້ກີບ (113.74% ຂອງແຜນປີ) ແລະ ມີຍອດເງິນຝາກ 4,052.41 ຕື້ກີບ.ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີວິສາຫະກິດເຄື່ອນໄຫວຕົວຈິງ 1,290 ຫົວໜ່ວຍ, ທຶນຈົດທະບຽນລວມ 66,265.33 ຕື້ກີບ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 18.3 ຕື້ກີບ.

ໄປຄຽງຄູ່ກັບຜົນງານ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍແມ່ນໄດ້ຊີ້ໃຫ້ເຫັນຂໍ້ຄົງຄ້າງທີ່ຕ້ອງເລັ່ງແກ້ໄຂ ເປັນຕົ້ນແມ່ນ: ສະພາບເງິນເຟີ້ ແລະ ຄ່າຄອງຊີບສູງ; ງົບປະມານລັດມີຈຳກັດບໍ່ທັນຊຳລະໜີ້ສິນໂຄງການໄດ້ 100%; ບາງບໍລິສັດທີ່ໄດ້ຮັບສຳປະທານ/MOU ແລ້ວແຕ່ຈັດຕັ້ງປະຕິບັດຊ້າ ຫຼື ມີລັກສະນະຈັບຈອງໂຄງການ; ການຜະລິດກະສິກຳເປັນສິນຄ້າຕິດພັນກັບການສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນຍັງມີໜ້ອຍ ແລະ ມາດຕະການຄຸ້ມຄອງລາຄາສິນຄ້າຍັງບໍ່ທັນຮັດກຸມ.

ເພື່ອຮັບປະກັນໃຫ້ເສດຖະກິດ-ສັງຄົມຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ,ທິດທາງແຜນການ ແລະ ຄາດໝາຍ 6 ເດືອນທ້າຍປີ 2026, ທ່ານ ສີສຸກ ຄູນວີທອງ ຫົວໜ້າ ພະແນກການເງິນແຂວງບໍ່ແກ້ວ ຍັງໄດ້ກ່າວວ່າ: ທິດທາງຈຸດສຸມຫຼັກມີ ດັ່ງນີ້: ຄາດໝາຍເສດຖະກິດ ຈະສູ້ຊົນໃຫ້ GDP ໝົດປີ 2026 ໃຫ້ ຂະຫຍາຍຕົວໃນລະດັບ 5.3% (ມູນຄ່າ 9,590.04 ຕື້ກີບ), ສະເລ່ຍລາຍຮັບ 44.74 ລ້ານກີບ ຫຼື 2,060 ໂດລາສະຫະລັດ/ຄົນ/ປີ; ເປົ້າໝາຍງົບປະມານ ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນ 967.66 ຕື້ກີບ (ສູນກາງ 620.66 ຕື້ກີບ, ທ້ອງຖິ່ນ 347 ຕື້ກີບ) ແລະ ຄຸ້ມຄອງລາຍຈ່າຍບໍ່ໃຫ້ເກີນ 671.80 ຕື້ກີບ ໂດຍເນັ້ນໃສ່ລາຍຈ່າຍບູລິມະສິດ (ເງິນເດືອນ, ນະໂຍບາຍ ແລະ ລາຍຈ່າຍບໍລິຫານ).

ວຽກງານຈຸດສຸມຂະແໜງການ:ການເງິນ: ຫັນການຄຸ້ມຄອງຈັດເກັບລາຍຮັບໄປສູ່ລະບົບທັນສະໄໝ (TaxRIS), ຊຳລະຜ່ານທະນາຄານ ແລະ ເຂັ້ມງວດວິໄນການເງິນ.ກະສິກຳ: ສູ້ຊົນຜະລິດເຂົ້າໃຫ້ໄດ້ 73,700 ໂຕນ, ສົ່ງເສີມການລ້ຽງງົວເປັນສິນຄ້າໃຫ້ໄດ້ 5,000 ໂຕ, ແລະ ຫຼຸດຜ່ອນການເອື່ອຍອີງສິນຄ້າ/ປັດໄຈການຜະລິດຈາກຕ່າງປະເທດ.ການແກ້ໄຂຄວາມທຸກຍາກ: ເລັ່ງຊຸກຍູ້ 16 ໂຄງການກໍ່ສ້າງ-ສ້ອມແປງເສັ້ນທາງ ແລະ 3 ໂຄງການກັນຕາຝັ່ງເຈື່ອນໃຫ້ກໍ່ສ້າງສຳເລັດຕາມສັນຍາ; ສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 974 ຄອບຄົວ, ບ້ານພົ້ນທຸກ 8 ບ້ານ, ແລະ ສ້າງເມືອງປາກທາໃຫ້ກາຍເປັນເມືອງພົ້ນທຸກ.ເຂດເສດຖະກິດພິເສດສາມຫຼ່ຽມຄຳ:ຈະສົມທົບກັບຄະນະຄຸ້ມຄອງເຂດ ກວດກາຄືນບັນດາວິສາຫະກິດທີ່ຢຸດເຊົາກິດຈະການເພື່ອແຈ້ງຍົກເລີກ ແລະ ຄຸ້ມຄອງການນຳເຂົ້າ-ສົ່ງອອກໃຫ້ຖືກຕ້ອງຕາມກົດໝາຍ.

ມາດຕະການຈັດຕັ້ງປະຕິບັດ:ແຂວງຈະເພີ່ມທະວີການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ຕ້ານການລັກລອບນຳເຂົ້າ ແລະ ຄ້າຂາຍເຖື່ອນ. ພ້ອມດຽວກັນນັ້ນ, ໄດ້ມອບໃຫ້ ຫ້ອງວ່າການແຂວງ ແລະ ພະແນກການເງິນແຂວງ ເປັນໃຈກາງໃນການປະສານງານ, ຕິດຕາມ ແລະ ສະຫຼຸບລາຍງານຢ່າງເປັນປະຈຳ ເພື່ອຮັບປະກັນໃຫ້ບັນລຸທຸກຄາດໝາຍທີ່ວາງໄວ້.
ໂດຍ: ເງິນຫຼົງ ຈິດພູວົງ.