
ກະຊວງອຸດສາຫະກໍາ ແລະ ການຄ້າ (ກຊ ອຄ) ເລັ່ງຜັກດັນກົນໄກໃໝ່ ເພື່ອຫຼຸດຜ່ອນການເພິ່ງພາຈາກພາຍນອກ ແລະ ສ້າງຄວາມເຂັ້ມແຂງໃຫ້ເສດຖະກິດພາຍໃນ ໂດຍໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍ “ການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໃນວັນທີ 12 ສິງຫາ 2026 ທີ່ໂຮງແຮມອາມາຣີ ລະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍມີບັນດາຮອງລັດຖະມົນຕີ, ຄະນະນໍາກະຊວງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ບັນດາວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 12 ສິງຫາ 2026, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ຮ່າງມະຕິວ່າດ້ວຍ “ການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ທີ່ໂຮງແຮມອາມາຣີນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຄະນະນໍາກະຊວງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ບັນດາວິຊາການເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງ ເພື່ອປຶກສາຫາລື, ຄົ້ນຄວ້າ ປະກອບຄຳເຫັນໃສ່ ຮ່າງ ມະຕິວ່າດ້ວຍການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ລະດົມຄໍາເຫັນຈາກບັນດາພາກສ່ວນກ່ຽວຂ້ອງ ຕໍ່ຮ່າງມະຕິດັ່ງກ່າວ ເພື່ອໃຫ້ມີເນື້ອໃນຂອງມະຕິມີຄວາມຮອບດ້ານ, ຊັດເຈນ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດນໍາໄປປະຕິບັດໃຫ້ເກີດຜົນເປັນຮູບປະທໍາ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ໄດ້ເນັ້ນໃຫ້ທີ່ປະຊຸມສຸມໃສ່ການວິເຄາະສະພາບຕົວຈິງ, ບັນຫາຄົງຄ້າງ, ຂໍ້ຈໍາກັດ ແລະ ທ່າແຮງຂອງບັນດາພາກສ່ວນເສດຖະກິດ ເພື່ອສະເໜີແນວທາງ ແລະ ມາດຕະການທີ່ເໝາະສົມ. ພ້ອມທັງເນັ້ນໃຫ້ສົ່ງເສີມການຜະລິດ, ການລົງທຶນ, ການຄ້າ, ການບໍລິການ, ວິສາຫະກິດພາຍໃນ ແລະ ການນໍາໃຊ້ທຶນຮອນພາຍໃນໃຫ້ເກີດປະໂຫຍດສູງສຸດ.
ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນ ໂດຍໄດ້ສະເໜີຫຼາຍປະເດັນສໍາຄັນ ທັງດ້ານກົນໄກ ແລະ ນະໂຍບາຍ, ການສ້າງສະພາບແວດລ້ອມທາງທຸລະກິດ, ການພັດທະນາ SMEs, ການຍົກສູງຂີດຄວາມສາມາດໃນການແຂ່ງຂັນ, ການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ.
ທີ່ປະຊຸມເຫັນດີວ່າ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕ້ອງສຸມໃສ່ການສ້າງຖານການຜະລິດພາຍໃນໃຫ້ເຂັ້ມແຂງ, ສ້າງສິນຄ້າທີ່ມີຄຸນນະພາບ, ຫຼຸດຜ່ອນການເພິ່ງພາຈາກພາຍນອກ ແລະ ເພີ່ມທ່າແຮງການແຂ່ງຂັນ. ພ້ອມກັນນັ້ນ ຕ້ອງສືບຕໍ່ເປີດກວ້າງ ແລະ ສົ່ງເສີມການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ທີ່ມາ: ຂ່າວສານ ອຄ