
ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ເພີ່ມມູນຄ່າສິນຄ້າທ້ອງຖິ່ນ ແລະ ຍົກລະດັບຜູ້ປະກອບການ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ໂດຍໄດ້ຈັດພິທີມອບໃບອະນຸຍາດ ແລະ ປ້າຍກາໝາຍ "ໜຶ່ງເມືອງ ໜຶ່ງຜະລິດຕະພັນ" ຫຼື ໂອດັອບ (ODOP) ໃຫ້ 3 ຫົວໜ່ວຍທຸລະກິດຫັດຖະກຳເດັ່ນ ຈາກ 3 ເມືອງ ຫຼວມລວມ 20 ລາຍການ ເພື່ອຊຸກຍູ້ການຜະລິດ, ສ້າງວຽກເຮັດງານທຳ ແລະ ຂະຫຍາຍຕະຫຼາດສິນຄ້າທ້ອງຖິ່ນໃຫ້ເຕີບໂຕຢ່າງຍືນຍົງ.
ພິທີ ມອບ ປ້າຍ ກາຫມາຍ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 12 ສິງຫາ 2026 ທີ່ ຫ້ອງປະຊຸມ ພະແນກ ອຸດສາຫະ ກຳ ແລະ ການຄ້າ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ອາລຸນ ບຸນວິໄລ ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າ, ມີຕາງຫນ້າການນຳຂອງ 3 ເມືອງ ຄື: ເມືອງໄຊ, ເມືອງແບງ ແລະ ເມືອງຮຸນ, ຄະນະກຳມະການ ຄັດເລືອກ ໂອດັອບ ຂັ້ນແຂວງ ແລະ ເຈົ້າຂອງຜະລິດຕະພັນ ສິນຄ້າໂອດັອບ ຈາກ 3 ເມືອງ ເຂົ້າຮ່ວມ.
ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ຫລື ໂອດັອບ ( ODOP ) ແມ່ນຜະລິດຕະພັນທີ່ນຳໃຊ້ສີມືແຮງງານ, ພູມປັນຍາ,ຫົວຄິດປະດິດສ້າງ ແລະຊັບພະຍາກອນ ພາຍໃນທ້ອງ ຖິ່ນເປັນຫລັກ ເຂົ້າໃນການຜະລິດ ເຊິ່ງສາມາດສ້າງໄດ້ຫລາຍຮູບແບບ ຜະລິດຕະພັນ ໂດຍອີງໃສ່ຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ ຕິດພັນກັບການຜະລິດສິນຄ້າ ຫັດຖະກຳ, ອາຫານ ແລະ ເຄື່ອງດື່ມ. ໄລຍະຜ່ານມາ ກອງເລຂາຂັ້ນແຂວງ ກໍຄື ຂະແຫນງ ສົ່ງເສີມການພັດທະນາສິນຄ້າ ແລະ ການບໍລິການ ໄດ້ສົມທົບກັບ ຫ້ອງການ ອຸດສາຫະກຳ ແລະ ການຄ້າ ບັນດາເມືອງ ສ້າງແຜນພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດ ຂະຫນາດນ້ອຍ, ກາງ ພ້ອມທັງ ຊຸກຍູ້ ໃຫ້ ຄະນະຮັບຜິດ ຊອບ ປະເມີນ ຄັດເລືອກສິນຄ້າ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ຕາມມາດຕະຖານ, ເງື່ອນໄຂ ຕົວຈິງ ແລະ ສາມາດຄັດເລືອກໄດ້ 3 ຫົວຫນ່ວຍ ເຊິ່ງປະກອບມີ 20 ລາຍ ການ ຄື: ວິສາຫະກິດ ສ່ວນບຸກຄົນ ນາງ ບົວໄຫຼ ສົ່ງເສີມການຕ່ຳຫູກ ບ້ານແບງຫລວງ ເມືອງແບງ, ເຄື່ອງຫັດຖະກຳ ຊຸດຊົນເຜົ່າ ນາງ ພິມະສອນ ບ້ານດອນໄຊ ເມືອງໄຊ ແລະ ເຄື່ອງຫັດຖະກຳ ຕ່ຳແຜ່ນ ນາງ ຈັນ ສະຫມຸດ ບ້ານນາໂຄ້ງ ເມືອງຮຸນ. ໃນພິທີ ໄດ້ຜ່ານໃບອະນຸຍາດ ນຳໃຊ້ກາຫມາຍ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ຂອງກົມສົ່ງເສີມ ຈຸລະວິສາຫະກິດ ຂະຫນາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມທັງ ມອບ ໃບອະນຸຍາດ ແລະ ປ້າຍກາຫມາຍ ໃຫ້ແກ່ ຫົວຫນ່ວຍວິສາ ຫະກິດ ທັງ 3 ຫົວຫນ່ວຍ ຈາກ 3 ເມືອງ ໃຫ້ກຽດມອບ ໂດຍ ທ່ານ ອາລຸນ ບຸນວິໄລ ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ.
ການຈັດພິທີ ມອບ ໃບອະນຸຍາດ ນຳໃຊ້ ການຫມາຍ ແລະ ປ້າຍກາຫມາຍສິນຄ້າ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ຫລື ໂອດັອບ ເປັນຂີດຫມາຍສຳຄັນ ໃນການຢັ້ງຢືນເຖິງຜົນສຳເລັດ ເບື້ອງຕົ້ນ ແລະ ຄວາມເອົາໃຈໃສ່ ໃນການຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າຂອງທຸກພາກສ່ວນ ທັງພາກລັດ ແລະ ທຸລະກິດ, ເປັນຄວາມພາກພູມໃຈ ສຳລັບ ປະຊາຊົນ ບັນດາເຜົ່າ ຊາວແຂວງອຸດົມໄຊ ເຊິ່ງມັນສາມາດຕໍ່ຍອດ ໃນການພັດທະນາສິນຄ້າ ໂອດັອບ ຂອງແຂວງ ໃຫ້ມີຄວາມຍືນຍົງ, ເຮັດໃຫ້ ຫົວຫນ່ວຍວິສາຫະກິດ ມີຄວາມກະຕືລືລົ້ນ ໃນການຄົ້ນຄິດ ແລະ ຜະລິດສິນຄ້າ ໃຫ້ມີຄວາມຫລາກຫລາຍ ພາຍໃຕ້ການຊຸກຍູ້ ສົ່ງເສີມ ແລະ ອຳນວຍຄວາມສະດວກ ຈາກ ພາກລັດ ໃນການນຳໃຊ້ ຊັບພະຍາກອນທຳມະຊາດໃຫ້ເກີດປະໂຫຍດສູງສຸດ, ສ້າງຜະລິດຕະພັນທີ່ມີຄຸນນະພາບ ແລະ ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕາມກົນໄກຕະຫລາດ ເພື່ອຈຳຫນ່າຍ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ ແນໃສ່ໃນການ ສ້າງວຽກເຮັດ ງານທຳ, ສ້າງລາຍຮັບ ແລະ ແກ້ໄຂ ຄວາມທຸກຍາກ ໃຫ້ແກ່ ປະຊາຊົນ.
ມາຮອດປັດຈຸບັນ ທົ່ວແຂວງອຸດົມໄຊ ມີຜະລິດຕະພັນ ສິນຄ້າ ທີ່ໄດ້ຮັບກາຫມາຍ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ ທັງຫມົດ 22 ຫົວຫນ່ວຍ.ພາບ - ຂ່າວ: ຄານມະນີ ຮຽນດໍຈັນ
.