
ໃນວັນທີ 13 ສິງຫາ 2026 ຜ່ານມານີ້, ທີ່ຫໍປະຊຸມໃຫຍ່ເມືອງປາກລາຍ ແຂວງໄຊຍະບູລີ, ທ່ານ ເພັງນິລັນ ຄຳພັນເພັງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງພຣະພຸດທະຮູບໃຫຍ່ພູກະບົກ ເມືອງປາກລາຍ. ໂດຍມີຄະນະນຳຂອງເມືອງ, ນັກທຸລະກິດ, ຜູ້ປະກອບການ, ພະນັກງານປະຕິວັດອາວຸໂສ-ບໍານານ, ປະທານຕາແສງ, ນາຍບ້ານເທດສະບານ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍນັກທຸລະກິດ, ຜູ້ປະກອບການ, ບໍລິສັດ, ພະແນກການອ້ອມຂ້າງແຂວງ ແລະ ຫ້ອງການອ້ອມຂ້າງເມືອງ ໄດ້ຮ່ວມກັນມອບເງິນ ແລະ ອຸປະກອນການກໍ່ສ້າງ ໃຫ້ແກ່ອົງການປົກຄອງເມືອງປາກລາຍ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງ ລວມມູນຄ່າກວ່າ 1 ຕື້ກີບ.
ພ້ອມດຽວກັນນີ້, ທ່ານ ເລຂາພັກແຂວງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບແຕ່ລະຂັ້ນ, ນັກທຸລະກິດ, ບໍລິສັດ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ຕະຫຼອດຮອດ ປະຊາຊົນບັນດາເຜົ່າຊາວເມືອງປາກລາຍ ທີ່ມີຄວາມສາມັກຄີ, ເລື່ອມໃສສັດທາ ປະກອບສ່ວນທັງທຶນຮອນ, ວັດຖຸ, ອຸປະກອນ ແລະ ແຮງງານ ເຂົ້າໃນການກໍ່ສ້າງພຣະພຸດທະຮູບໃຫຍ່ໃນໄລຍະຜ່ານມາ.
ທ່ານ ເລຂາພັກແຂວງ ຍັງໄດ້ເນັ້ນໜັກໃຫ້ອົງການປົກຄອງເມືອງ ແລະ ຄະນະຮັບຜິດຊອບ ເອົາໃຈໃສ່ໂຄສະນາ-ປຸກລະດົມ ຄວາມສາມັກຄີ, ແຮງສັດທາຂອງພຸດທະສາສະນິກະຊົນ, ภาคเอกชน, ພໍ່ແມ່ປະຊາຊົນ ແລະ ສາຍທານແຫ່ງບຸນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນຕາມກຳລັງສັດທາຢ່າງກວ້າງຂວາງ; ພ້ອມທັງ ສືບຕໍ່ຄຸ້ມຄອງກອງທຶນ, ງົບປະມານ ແລະ ວັດຖຸອຸປະກອນ ທີ່ໄດ້ຮັບການບໍລິຈາກ ໃຫ້ມີຄວາມໂປ່ງໃສ, ກວດສອບໄດ້ ແລະ ມີການບັນທຶກຢ່າງລະອຽດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບຜູ້ມີຈິດສັດທາໃນໄລຍະຍາວ.
ຂ່າວ: ນັກຂ່າວເມືອງປາກລາຍ