ເມືອງພູວົງ ເລັ່ງກໍ່ສ້າງປະຕູໂຂງທາງເຂົ້າເມືອງ ມູນຄ່າກວ່າ 2 ຕື້ກີບ ຄາດສຳເລັດທ້າຍປີ 2026 ນີ້

ໃນຕອນບ່າຍຂອງວັນທີ 11 ສິງຫາ 2026 ທີ່ຜ່ານມາ, ຄະນະນໍາເມືອງພູວົງ ນໍາໂດຍ ທ່ານ ທິດສະຫວັນ ໄຊຍະແສງ, ຮອງປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຫົວໜ້າ, ຮອງຫ້ອງການ, ທີມງານວິຊາການຈາກຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວ, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການການເງິນເມືອງ ແລະ ທີມງານວິສະວະກອນ ຈາກບໍລິສັດ ຫອມສົມບັດ ສ້ອມແປງຂົວທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ໄດ້ຮ່ວມກັນລົງຕິດຕາມ ແລະ ກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດງານຢູ່ສະໜາມຕົວຈິງ ໂຄງການກໍ່ສ້າງປະຕູໂຂງທາງເຂົ້າເມືອງພູວົງ (ຈຸດແດນເຊື່ອມຕໍ່ລະຫວ່າງ ເມືອງສາມັກຄີໄຊ ແລະ ເມືອງພູວົງ ແຂວງອັດຕະປື).

ການລົງກວດກາໃນຄັ້ງນີ້ ມີຈຸດປະສົງເພື່ອຕິດຕາມຄວາມເປັນລະບຽບຮຽບຮ້ອຍ, ຄຸນນະພາບ ແລະ ຄວາມຄືບໜ້າຂອງງານກໍ່ສ້າງ. ຜ່ານການເກັບກໍາຂໍ້ມູນ ແລະ ລາຍງານຢູ່ສະໜາມຕົວຈິງ ເຫັນວ່າ ໂຄງການດັ່ງກ່າວໄດ້ດໍາເນີນໄປຢ່າງມີຄວາມເອົາໃຈໃສ່ ແລະ ມີຄວາມຄືບໜ້າແລ້ວຫຼາຍກວ່າ 83% ຂອງແຜນການທັງໝົດ. ໃນນັ້ນ, ວຽກງານໂຄງສ້າງຫຼັກ, ການເທຄອນກຣີດ, ການຕົກແຕ່ງໂຄງເສົາ, ໂຄງຫຼັງຄາ ແລະ ລວດລາຍບາງສ່ວນແມ່ນໄດ້ສໍາເລັດແລ້ວ. ປະຈຸບັນ, ທີມງານວິສະວະກອນ ແລະ ຄົນງານ ແມ່ນກໍາລັງເລັ່ງໃສ່ວຽກງານຕົກແຕ່ງລາຍລະອຽດ, ການທາສີ, ແລະ ການຕິດຕັ້ງແຜ່ນປ້າຍບົ່ງບອກ ໂດຍຄາດວ່າຈະໃຫ້ສໍາເລັດ 100% ພາຍໃນທ້າຍປີ 2026 ນີ້.

ໂຄງການກໍ່ສ້າງປະຕູໂຂງທາງເຂົ້າເມືອງພູວົງ ມີມູນຄ່າການກໍ່ສ້າງທັງໝົດ 2,060,542,109 ກີບ. ໂຄງການນີ້ຖືເປັນໂຄງການທີ່ມີຄວາມສໍາຄັນຢ່າງຍິ່ງ ເພາະຖືກອອກແບບ ແລະ ກໍ່ສ້າງຂຶ້ນເພື່ອເປັນສັນຍາລັກບົ່ງບອກເຖິງເອກະລັກ, ວັດທະນະທໍາອັນດີງາມ, ປະວັດສາດ ແລະ ວິຖີຊີວິດຂອງປະຊາຊົນບັນດາເຜົ່າໃນເມືອງພູວົງ. ນອກຈາກຈະເປັນການປັບປຸງໂສມໜ້າຂອງເມືອງໃຫ້ມີຄວາມສະຫງ່າງາມ ແລະ ເປັນລະບຽບຮຽບຮ້ອຍແລ້ວ, ຍັງເປັນປະຕູຕ້ອນຮັບແຂກ ແລະ ນັກທ່ອງທ່ຽວທີ່ຈະເຂົ້າມາຢ້ຽມຢາມເມືອງພູວົງອີກດ້ວຍ.


ໂອກາດດັ່ງກ່າວ, ຄະນະນໍາເມືອງ ໄດ້ເນັ້ນໃຫ້ທີມງານຊ່າງ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ ສືບຕໍ່ປະຕິບັດງານໃຫ້ໄດ້ຕາມລະບຽບກອບເຕັກນິກ, ເນັ້ນໃສ່ຄຸນນະພາບ, ຄວາມປອດໄພ ແລະ ຊຸກຍູ້ການກໍ່ສ້າງໃນສ່ວນທີ່ເຫຼືອໃຫ້ສໍາເລັດສົມບູນຕາມແຜນການທີ່ວາງໄວ້ຢ່າງມີປະສິດທິພາບ.
ຂ່າວ: ໄຊຍະພອນ