37 ບ້ານຂອງເມືອງໜອງບົກ ຖືກນ້ຳຖ້ວມ ປະຊາຊົນເດືອດຮ້ອນກວ່າ 19,000 ຄົນ

ອຳນາດການປົກຄອງເມືອງໜອງບົກ ເດືອນໜ້າລຸຍຊ່ວຍເຫຼືອປະຊາຊົນ ຫຼັງຖືກອິດທິພົນຈາກພາຍຸ ແລະ ມວນນ້ຳເຊບັ້ງໄຟເອ່ລົ້ນເຂົ້າຖ້ວມ 37 ບ້ານ, ສ້າງຄວາມເສຍຫາຍໃຫ້ເນື້ອທີ່ການກະເສດ, ໂຮງຮຽນ, ສຸກສາລາ, ວັດ ແລະ ເສັ້ນທາງຄົມມະນາຄົມຢ່າງໜັກ ພ້ອມປະກາດລະດົມການຊ່ວຍເຫຼືອດ່ວນ.
ໃນວັນທີ 14 ສິງຫາ 2026, ການນໍາເມືອງໜອງບົກ ນໍາໂດຍ ທ່ານ ສຸລິນ ພົມມະໄຊ ເລຂາຄະນະບໍລິຫານງານພັກເມືອງໜອງບົກ ພ້ອມດ້ວຍ ທ່ານ ຄໍາສິງ ແສງດາວັນ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ກຳລັງ ປກຊ-ປກສ ຈໍານວນ 40 ກວ່າຄົນ ໄດ້ລົງພື້ນທີ່ຮ່າຍຊາຍໃສ່ກະສອບ ເພື່ອກັ້ນຕາມຂອບແລວທາງເຂດບ້ານໂຄກກ່ອງ ຕ້ານການເຊາະເຈື່ອນຂອງຂອບທາງ ແລະ ຫຼຸດແຮງເຊາະຂອງນໍ້າທີ່ໄຫຼຂ້າມທາງ.
ທ່ານ ຄໍາສິງ ແສງດາວັນ ໄດ້ໃຫ້ຮູ້ວ່າ: ເລີ່ມຕັ້ງແຕ່ຕົ້ນເດືອນສິງຫາ 2026 ເປັນຕົ້ນມາ, ເມືອງໜອງບົກ ໄດ້ຮັບອິດທິພົນຈາກພາຍຸ ແລະ ມວນນໍ້າຈາກເຊບັ້ງໄຟ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ, ເຮັດໃຫ້ນ້ຳຈາກສາຂາຕ່າງໆ ໄຫຼລົງສູ່ນ້ຳເຊບັ້ງໄຟ ຈົນເພີ່ມສູງຂຶ້ນລົ້ນຝັ່ງ ໄຫຼເຂົ້າຖ້ວມວັດ 9 ແຫ່ງ, ສຸກສາລາ 7 ແຫ່ງ, ໂຮງຮຽນ 8 ແຫ່ງ, ເຮືອນຊານ, ເນື້ອທີ່ໄຮ່ນາ ແລະ ຮົ້ວສວນຂອງປະຊາຊົນຢູ່ຈຸດຫຼໍ່ແຫຼມ.
ຈາກຂໍ້ມູນພາຍໃນເມືອງໜອງບົກ ທີ່ມີ 55 ບ້ານ, 4 ຕາແສງ, ມີ 11,849 ຫຼັງຄາ, 9,310 ຄອບຄົວ, ພົນລະເມືອງ 55,766 ຄົນ (ຍິງ 27,891 ຄົນ), ເນື້ອທີ່ນາປີລວມ 17,579 ເຮັກຕາ (ປັກດໍາຕົວຈິງ 15,995 ເຮັກຕາ) ແລະ ເນື້ອທີ່ສວນ 2,942 ເຮັກຕາ. ປັດຈຸບັນ ມີ 37 ບ້ານ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ກວມເອົາ 4,051 ຄອບຄົວ, ປະຊາກອນ 19,045 ຄົນ (ຍິງ 9,413 ຄົນ). ເນື້ອທີ່ຖືກຜົນກະທົບລວມ 14,411.8 ເຮັກຕາ (ເນື້ອທີ່ຖ້ວມຕົວຈິງ 5,726.7 ເຮັກຕາ), ເສັ້ນທາງຖືກຖ້ວມ 15 ເສັ້ນ ຍາວ 32,400 ແມັດ, ທາງຂາດ 2 ຈຸດ, ຖ້ວມຂົວ 3 ແຫ່ງ ແລະ ຕາຝັ່ງເຈື່ອນ 3 ຈຸດ. ສຳລັບມູນຄ່າຜົນເສຍຫາຍທັງໝົດ ແມ່ນຈະໄດ້ປະເມີນຄືນພາຍຫຼັງນ້ຳຫຼຸດລົງ.
ຕໍ່ກັບເຫດການດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລະດົມກຳລັງ ປກຊ-ປກສ ແລະ ປະຊາຊົນ ຊ່ວຍກັນຂົນຍ້າຍສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນປອດໄພ, ພ້ອມທັງໃຊ້ກະສອບຊາຍກັ້ນຈຸດສ່ຽງ. ນອກຈາກນີ້, ໃນໄລຍະ 3-4 ວັນຜ່ານມາ, ທາງເມືອງໄດ້ແບ່ງງົບປະມານສ່ວນໜຶ່ງ ເພື່ອຊື້ໄຟ, ນ້ຳດື່ມ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ນ້ຳມັນ ໃຫ້ບັນດາບ້ານທີ່ມີເຮືອຕາມລຽບນ້ຳເຊບັ້ງໄຟ ໃຊ້ຂົນສົ່ງຄົນ ແລະ ສິ່ງຂອງ.
ພ້ອມດຽວກັນນີ້, ທາງເມືອງໄດ້ອອກແຈ້ງການລະດົມການຊ່ວຍເຫຼືອຈາກ ຜູ້ປະກອບການ, ຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ພີ່ນ້ອງປະຊາຊົນ ໂດຍໄດ້ຕັ້ງຈຸດມອບ-ຮັບເຄື່ອງຊ່ວຍເຫຼືອ ຢູ່ຫ້ອງວ່າການເມືອງໜອງບົກ ໂດຍມີພະນັກງານປະຈຳການ 24 ຊົ່ວໂມງ (ບໍ່ມີວັນພັກ). ຜູ້ທີ່ເຫັນດີ ຫຼື ຢາກເຂົ້າໄປຊ່ວຍເຫຼືອເຖິງສະຖານທີ່ຕົວຈິງ ສາມາດຕິດຕໍ່ໄດ້ທາງໝາຍເລກໂທລະສັບ: 020 5612 9799