ໂປໂລຍ ອົບພະຍົບປະຊາຊົນ 4,000 ຄົນ ຫຼັງຈາກຄົ້ນພົບລູກປືນໃຫຍ່ສະໄໝສົງຄາມໂລກຄັ້ງທີ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ສິງຫານີ້ວ່າ: ສື່ມວນຊົນໂປໂລຍລາຍງານການຄົ້ນພົບລູກປືນໃຫຍ່ສະໄໝສົງຄາມໂລກຄັ້ງທີ 2 ຫຼາຍກວ່າ 50 ລູກ ຢູ່ສະຖານທີ່ຂຸດເຈາະໃນໃຈກາງນະຄອນຫຼວງວໍຊໍໃນວັນທີ 14 ສິງຫາ ຜ່ານມາ ຊຶ່ງສົ່ງຜົນໃຫ້ມີການອົບພະຍົບປະຊາຊົນປະມານ 4,000 ຄົນ.
ທ່ານ ບາຣໂລມີເອຈ ສະເນຍດາລາ ໂຄສົກຕຳຫຼວດນະຄອນຫຼວງວໍຊໍ ກ່າວວ່າ: ພະນັກງານໄດ້ພົບເຫັນລະເບີດທີ່ຍັງບໍ່ທັນແຕກໃນວັນທີ 13 ສິງຫາ ຜ່ານມາ ໃນລະຫວ່າງການຂຸດເຈາະໃກ້ກັບສີ່ແຍກຖະ ໜົນກຣິໂບສກາ ແລະ ເຊລາສນາ.
ໜ່ວຍກຳຈັດລະເບີດໄດ້ກວດກາພື້ນທີ່ໃນວັນທີ 14 ສິງຫາ, ໂດຍໄດ້ອົບພະຍົບປະຊາຊົນອອກຈາກອາຄານ 8 ຫຼັງທີ່ຢູ່ໃກ້ຄຽງ ແລະ ຈຳກັດການເຄື່ອນທີ່ຂອງຄົນ ແລະ ພາຫະນະພາຍໃນລັດສະໝີ 400 ແມັດ.
ນອກຈາກນັ້ນ, ໃນອາທິດກ່ອນໜ້ານີ້ ໂປໂລຍໄດ້ລາຍງານວ່າພົບລະເບີດສອງລູກທີ່ຄ້າຍຄືກັນທີ່ຍັງບໍ່ທັນແຕກຈາກສົງຄາມໃນໃຈກາງນະຄອນຫຼວງວໍຊໍ.