
ພາຍຫຼັງກົດໝາຍວ່າດ້ວຍໄຟຟ້າ ສະບັບປັດຈຸບັນ ໄດ້ນຳໃຊ້ມາແຕ່ປີ 1997 ເປັນຕົ້ນມາ ແລະ ໄດ້ຮັບປັບປຸງຢ່າງຕໍ່ເນື່ອງ ເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໃນແຕ່ລະໄລຍະ ທັງໝົດ 3 ຄັ້ງຄື: ປີ 2008, 2011 ແລະ 2017. ຢ່າງໃດໍ່ຕາມ ອີງໃສ່ສະພາບແວດລ້ອມການພັດທະນາພະລັງງານໄຟຟ້າຂອງ ສປປລາວ ໃນປັດຈຸບັນ ເຫັນວ່າກົດໝາຍວ່າດ້ວຍໄຟຟ້າ ຍັງມີຄວາມຈຳເປັນຕ້ອງໄດ້ປັບປຸງຕື່ມອີກ.
ກອງປະຊຸມເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງ ປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 17 ສິງຫາ 2026 ຢູ່ໂຮງແຮມ Amari ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ແສງຕາວັນ ວົງປະເສີດ ຮອງຫົວໜ້າກົມກົດໝາຍ, ກະຊວງຍຸຕິທຳ ແລະ ທ່ານ ສັນຍາ ສົມວິຈິດ ຮອງຫົວໜ້າກົມພະລັງງານ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ສຈ. ດາວວອນ ວົງວິຈິດ ທີ່ປຶກສາສະພາແຫ່ງຊາດ, ທ່ານ ໄຊປະເສີດ ພົມສຸພາ ທີ່ປຶກສາກົດໝາຍໂຄງການຮ່ວມມືລາວ-ອົດສະຕາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ພ້ອມດ້ວຍນັກວິຊາການ ແລະ ນັກກົດໝາຍຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ໃນໄລຍະຜ່ານມາ ຂະແໜງໄຟຟ້າຂອງ ສປປ ລາວ ໄດ້ຂະຫຍາຍຕົວຢ່າງວ່ອງໄວ ພ້ອມກັບການເກີດຂຶ້ນຂອງຮູບແບບການລົງທຶນ, ກົນໄກຕະຫຼາດ, ຮູບແບບທຸລະກິດ ແລະ ເຕັກໂນໂລຊີໃໝ່. ໃນຂະນະດຽວກັນ, ກົງຈັກການຈັດຕັ້ງ, ໂຄງສ້າງຕະຫຼາດ ແລະ ກົນໄກຄຸ້ມຄອງກໍມີການປ່ຽນແປງ, ແຕ່ບາງຂໍ້ກຳນົດຂອງກົດໝາຍສະບັບປັດຈຸບັນຍັງບໍ່ທັນກວມເອົາສະພາບຕົວຈິງຢ່າງຄົບຖ້ວນ.
ກິດຈະການໄຟຟ້າຮູບແບບໃໝ່ທີ່ເກີດຂຶ້ນໃນພາກປະຕິບັດ ເຊັ່ນ: ການຜະລິດເພື່ອນຳໃຊ້ເອງ, ການຂາຍໄຟຟ້າໂດຍກົງ, ການເຂົ້າເຖິງໂຄງສ້າງໄຟຟ້າໂດຍກົງ ແລະ ຜູ້ຊົມໃຊ້ໄຟຟ້າລາຍໃຫຍ່ ຍັງຕ້ອງການບົດບັນຍັດຮອງຮັບທີ່ຈະແຈ້ງ. ພ້ອມກັນນັ້ນ, ໂຄງການ IPPs ຈຳນວນໜຶ່ງກຳລັງຈະສິ້ນສຸດອາຍຸສຳປະທານ ເຊັ່ນ: ໂຄງການໄຟຟ້າຫ້ວຍເຫາະໃນປີ 2029 ແລະ ໂຄງການໄຟຟ້ານ້ຳເທີນ 2 ໃນປີ 2035 ຈຶ່ງຈຳເປັນຕ້ອງກຳນົດກົນໄກຮອງຮັບພາຍຫຼັງສິ້ນສຸດສັນຍາ ເພື່ອໃຫ້ການດຳເນີນໂຄງການ ແລະ ການສະໜອງໄຟຟ້າມີຄວາມຕໍ່ເນື່ອງ.
ນອກຈາກນັ້ນ, ໂຄງສ້າງຕະຫຼາດໄຟຟ້າໄດ້ຂະຫຍາຍຈາກການດຳເນີນງານຂອງລັດວິສາຫະກິດໄຟຟ້າລາວ ໄປສູ່ການມີຜູ້ດຳເນີນການຫຼາຍພາກສ່ວນ ລວມທັງ EDL-T ແລະ ຮູບແບບການຊື້–ຂາຍໄຟຟ້າໃໝ່. ຂະນະດຽວກັນ, ທ່າອ່ຽງການຫັນປ່ຽນດ້ານພະລັງງານຂອງພາກພື້ນ ແລະ ສາກົນ ກໍຮຽກຮ້ອງໃຫ້ ສປປ ລາວ ພັດທະນາພະລັງງານແບບປະສົມປະສານຈາກຫຼາຍແຫຼ່ງ ເພື່ອຫຼຸດການເພິ່ງພາພະລັງງານນ້ຳພຽງຢ່າງດຽວ ແລະ ເພີ່ມຄວາມໝັ້ນຄົງຂອງລະບົບ.
ຍ້ອນແນວນັ້ນ, ການປັບປຸງກົດໝາຍໄຟຟ້າຈຶ່ງມີຄວາມຈຳເປັນ ເພື່ອໃຫ້ຂອບກົດໝາຍຄົບຖ້ວນ ແລະ ສອດຄ່ອງກັບສະພາບຕົວຈິງ; ຮອງຮັບຮູບແບບການລົງທຶນ ແລະ ທຸລະກິດໃໝ່; ກຳນົດບົດບາດຂອງຜູ້ວາງນະໂຍບາຍ, ຜູ້ປະກອບການ ແລະ ຜູ້ຄຸ້ມຄອງໃຫ້ຈະແຈ້ງ; ຍົກລະດັບການອະນຸຍາດ, ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາ; ປົກປ້ອງສິດຂອງລັດ, ຜູ້ລົງທຶນ ແລະ ຜູ້ຊົມໃຊ້ ພ້ອມທັງຮັບປະກັນຕະຫຼາດໄຟຟ້າທີ່ໂປ່ງໃສ, ເປັນທຳ ແລະ ລະບົບໄຟຟ້າທີ່ໝັ້ນຄົງ, ປອດໄພ ແລະ ຍືນຍົງ.
ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 5 ວັນໂດຍແບ່ງເປັນ 2 ວາລະຄື: ລະຫວ່າງວັນທີ 17-19 ສິງຫາ 2026 ກອງປະຊຸມລະດັບວິຊາການ ແລະ ລະຫວ່າງວັນທີ 20-21 ສິງຫາ ເປັນກອງປະຊຸມລະດັບລັດຖະມົນຕີ ກ່ອນຈະສະຫຼຸບ ແລະ ນຳສະເໜີຜ່ານກອງປະຊຸມ ລັດຖະບານ ແລະ ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເພື່ອຮັບຮອງ ໃນທ້າຍປີ 2026 ນີ້.
ພາບ-ຂ່າວ: ວຽງສະຫວັນ ປຣະດິດ