
ໃນຕອນບ່າຍວັນທີ 14 ສິງຫາ 2026 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ ທີ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ; ມີທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ.
ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ ມີພະນັກງານ-ລັດຖະກອນ ທັງໝົດ 64 ທ່ານ ຍິງ 33 ທ່ານ, ປະກອບມີ 3 ພະແນກ ແລະ 7 ສູນ, ເຊິ່ງເປັນເຮັດໜ້າທີ່ສະໜັບສະໜູນດ້ານວິຊາການ, ເປັນສູນວິໄຈແຮ່ທາດແຫ່ງຊາດ ແລະ ເປັນສູນຮຽນຮູ້-ຝຶກອົບຮົມ ລະດັບຊາດ ໃນຂະແໜງອຸດສາຫະກຳ, ການຄ້າ, ພະລັງງານ ແລະ ທໍລະນີສາດ-ບໍ່ແຮ່ ໂດຍໄດ້ເປີດໃຫ້ບໍລິການວິໄຈແຮ່ຫາຍາກ ແຕ່ປີ 2023 ເປັນຕົ້ນມາ, ພ້ອມທັງ ສ້າງບຸກຄະລາກອນ ທີ່ໄດ້ຮັບການຢັ້ງຢືນຄວາມສາມາດ ຈາກຜູ້ຊ່ຽວຊານ ສປ ຈີນ ເຊິ່ງສາມາດລົງສຶກສາຂໍ້ມູນ ໂຄງສ້າງທໍລະນີສາດ ຫີນກຣານິດຜຸພັງ ຢູ່ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ມີຜົນສຳເລັດເປັນຢ່າງດີ. ນອກນັ້ນ ຍັງໄດ້ສ້າງຍຸດທະສາດ, ສ້າງຄູ່ມື, ລະບຽບການຄຸ້ມຄອງ ແລະ ຄວາມເຂັ້ມແຂງ ດ້ານບຸກຄະລາກອນ ໃນຂະແໜງການກ່ຽວຂ້ອງ ຢ່າງເປັນລະບົບ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນໜັກການສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງບຸກຄະລາກອນ ໃຫ້ສາມາດລົງເລິກດ້ານວິຊາການສະເພາະ ຢ່າງແທ້ຈິງ ເພື່ອປະຕິບັດງານຕົວຈິງ ມີປະສິດທິພາບ ແລະ ປະສິດທິຜົນ; ສືບຕໍ່ສົ່ງເສີມ ແລະ ເປີດໂອກາດ ໃຫ້ນັກສຶກສາ ເຂົ້າມາຝຶກອົບຮົມ-ຝຶກງານ ຢູ່ສະຖາບັນ ເພື່ອສ້າງຄວາມເຂັ້ມແຂງ ທາງດ້ານບົດຮຽນ ແລະ ປະສົບການ ໃຫ້ແກ່ເຂົາເຈົ້າ ກາຍເປັນບຸກຄະລາກອນຮັບໃຊ້ຊາດ ເພື່ອຫຼຸດຜ່ອນການຈ້າງວິຊາການ ຫຼື ຊ່ຽວຊານຈາກຕ່າງປະເທດ; ເອົາໃຈໃສ່ຄົ້ນຄວ້າ-ວິໄຈ ທາງດ້ານວິທະຍາສາດ ກ່ຽວກັບແຮ່ທາດທັງໝົດ ທີ່ມີຢູ່ພາຍໃນປະເທດ ເພື່ອໃຫ້ມີຖານຂໍ້ມູນ ທາງວິທະຍາສາດ ທີ່ຄົບຖ້ວນ, ຖືກຕ້ອງ ແລະ ເປັນບ່ອນອີງ ໃຫ້ແກ່ານວາງນະໂຍບາຍຄຸ້ມຄອງ ແລະ ພັດທະນາ ຊັບພະ ຍາກອນທຳມະຊາດ ແບບຍືນຍົງ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ສູນຕ້ອນຮັບຜູ້ອົບພະຍົບ ທີ່ກັບຄືນມາຈາກຕ່າງປະເທດ ຢູ່ບ້ານດົງໝາກຄາຍ ໂດຍໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ອົບພະຍົບ ໃຫ້ເຊື່ອໝັ້ນຢ່າງໜັກແໜ້ນ ຕໍ່ການນຳພາ-ຊີ້ນຳຂອງ ພັກ ແລະ ລັດ, ເສີມຂະຫຍາຍນ້ຳໃຈຮັກຊາດ, ເຄົາລົບ ແລະ ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງເຄັ່ງຄັດ; ສຸມໃສ່ການພັດທະນາຕົນເອງ ທາງດ້ານຕ່າງໆ, ປະກອບອາຊີບທີ່ສຸດຈະລິດ ແລະ ຖືກຕ້ອງຕາມກົດໝາຍ; ສືບຕໍ່ປະສານງານ ແລະ ໃຫ້ການຮ່ວມມື ກັບຄະນະຮັບຜິດຊອບພາຍໃນສູນ ໃນການຝຶກອົບຮົມວິຊາຊີບ, ການຕິດຕໍ່ສືບຫາຍາດຕິພີ່ນ້ອງ; ເອົາໃຈໃສ່ຮຽນຮູ້ ແລະ ເກັບກ່ຽວທັກສະວິຊາຊີບຕ່າງໆ ທີ່ທາງສູນໄດ້ຈັດອົບຮົມໃຫ້ ເຊັ່ນ ການບໍລິຫານຮ້ານອາຫານ, ການຄ້າຂາຍ, ການບໍລິການ, ການສ້ອມແປງ ແລະ ອື່ນໆ ເພື່ອໃຫ້ສາມາດອອກໄປປະກອບອາຊີບ ແລະ ດຳລົງຊີວິດກຸ້ມຕົນເອງ ໃນຕໍ່ໜ້າ.