
ພິທີວາງສີລາລຶກໂຄງການຍົກລະດັບ ແລະປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນມັດທະຍົມສົມບູນ (ມສ) ສະຫວັນ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 14 ສິງຫາ 2026 ທີ່ໂຮງຮຽນ ມສ ສະຫວັນ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີອັນມີຄວາມໝາຍສຳຄັນຄັ້ງນີ້ຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ນາງ ຫຼີຊີເຈີ່ນ ທີ່ປຶກສາດ້ານເສດຖະກິດ ສະຖານທູດຈີນປະຈຳ ສປປ ລາວ, ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນນະຄອນ, ບໍລິສັດຜູ້ຮັບເໝົາກໍ່ສ້າງຂອງ ສປ ຈີນ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ກ່າວປາໄສຕໍ່ພິທີວ່າ: ໂຮງຮຽນ ມສ ສະຫວັນແຫ່ງນີ້, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1960 ເຊິ່ງແມ່ນໜຶ່ງໃນສະຖານການສຶກສາທີ່ມີປະຫວັດຍາວນານ ແລະເປັນບ່ອນກໍ່ສ້າງບຸກຄະລາກອນໃຫ້ແກ່ການພັດທະນາປະເທດຊາດມາຫຼາຍຮຸ່ນ, ມາຮອດປະຈຸບັນ ສະພາບຂອງອາຄານຮຽນແຫ່ງນີ້ ໄດ້ມີການຊຸດໂຊມໄປຕາມການເວລາ ເຮັດໃຫ້ບໍ່ສະດວກຕໍ່ການຈັດຕັ້ງການຮຽນ-ການສອນ, ດັ່ງນັ້ນ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງລັດຖະບານແຫ່ງ ສປປ ລາວ ໃນການຍົກລະດັບຄຸນະພາບຂອງສະຖານການສຶກສາໃຫ້ທັນສະໄໝ ຮອບດ້ານ ເພື່ອສ້າງແຮງຈູງໃຈໃຫ້ນັກຮຽນມີຄວາມຫ້າວຫັນ, ໃສ່ໃຈຕໍ່ກັບການຮຽນໃຫ້ຫຼາຍຂຶ້ນ ແລະເຮັດໃຫ້ຄຸນະພາບການສຶກສາມີປະສິດທິພາບສູງຂຶ້ນກວ່າເກົ່າ, ລັດຖະບານ ແຫ່ງ ສປ ຈີນ ຈຶ່ງເຫັນດີໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ໃນການປັບປຸງ ແລະຍົກລະດັບໂຮງຮຽນ ມສ ສະຫວັນ ໃນມູນຄ່າ 60 ລ້ານກວ່າຢວນ, ໂດຍນຳໃຊ້ບ້ວງເງິນຊ່ວຍເຫຼືອລ້າຈາກສັນຍາ ວ່າດ້ວຍການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງສອງລັດຖະບານລາວ-ຈີນ.
ໂຄງການປັບປຸງ ແລະຍົກລະດັບໂຮງຮຽນ ມສ ສະຫວັນ ຈະເປັນການພັດທະນາພື້ນຖານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກຄັ້ງໃຫຍ່ຕໍ່ກັບການຈັດຕັ້ງການຮຽນ-ການສອນ ແລະດຳເນີນກິດຈະກຳຕ່າງໆພາຍໃນໂຮງ ຮຽນ ເຊິ່ງກິດຈະກຳຫຼັກຂອງໂຄງການ ປະກອບມີ: 1. ການທຸບມ້າງສິ່ງປຸກສ້າງເກົ່າ ທີ່ຊຸດໂຊມ ເພື່ອກະກຽມພື້ນທີ່ໃນການປຸກສ້າງອາຄານຫຼັງໃໝ່; 2. ການກໍ່ສ້າງອາຄານຫຼັງໃໝ່ເຊັ່ນ: ຫ້ອງການ, ຫ້ອງທົດລອງ, ສະໂມສອນ ແລະອາຄານຫ້ອງຮຽນທີ່ທັນສະໄໝ; 3. ການສະໜອງເຟີນີເຈີ, ເຄື່ອງໃຊ້ໄຟຟ້າ, ອຸປະກອນ ແລະສື່ການຮຽນ-ການສອນທີ່ຈຳເປັນ; 4. ການຝຶກອົບຮົມການນຳໃຊ້ອຸປະກອນຕ່າງໆ ທີ່ຕິດຕັ້ງຢູ່ໃນອາຄານ ແລະໃນຫ້ອງທົດລອງໃຫ້ແກ່ຄູ-ອາຈານຂອງໂຮງຮຽນດັ່ງກ່າວ. ເຊິ່ງນັບວ່າເປັນໝາກຜົນອັນຈົບງາມຈາກສາຍພົວພັນມິດຕະພາບ ແລະການຮ່ວມມືລາວ-ຈີນ ທີ່ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ໂດຍໃນປີນີ້, ແມ່ນຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະຈີນ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ໃຫ້ກຽດກ່າວມີຄຳເຫັນ ເຊິ່ງມີບາງຕອນສຳຄັນວ່າ: ໂຄງການຍົກລະດັບ ແລະປັບປຸງກໍ່ສ້າງອາຄານຮຽນ ມສ ສະຫວັນໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການກໍ່ສ້າງດ້ານວັດຖຸອາຄານເທົ່ານັ້ນ, ແຕ່ມັນແມ່ນໝາກຜົນອັນຈົບງາມຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະການຮ່ວມມືເປັນຄູ່ຮ່ວມຊະຕາກໍາລາວ-ຈີນ, ຈີນ-ລາວຢ່າງແທ້ຈິງ.ໂຄງການນີ້ ແມ່ນໄດ້ຮັບການອະນຸມັດ ແລະຈັດຕັ້ງປະຕິບັດ ໂດຍສືບເນື່ອງມາຈາກໝາກຜົນໃນໄລຍະພັກປະຊາຊົນ ປະຕິວັດລາວ ພົບປະ ແລະຢ້ຽມຢາມຢ່າງເປັນທາງການທີ່ ສປ ຈີນ ຂອງຜູ້ນໍາຂັ້ນສູງ ລະຫວ່າງ ສປປ ລາວ ແລະສປ ຈີນ ໄດ້ບັນລຸການລົງນາມໃນສົນທິສັນຍາຮ່ວມມື ວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານການສຶກສາ ນັບຕັ້ງແຕ່ເດືອນພຶດສະພາ ປີ 2016 ເປັນຕົ້ນມາ. ສິ່ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະວິໄສທັດອັນກວ້າງໄກຂອງຜູ້ນໍາທັງສອງພັກ, ສອງລັດ ທີ່ໄດ້ໃຫ້ຄວາມສໍາຄັນເປັນພິເສດຕໍ່ກັບວຽກງານການສຶກສາ ຢູ່ ສປປ ລາວ, ເຊິ່ງທຶນຊ່ວຍເຫຼືອລ້າຈາກລັດຖະບານ ແລະປະຊາຊົນຈີນໃນຄັ້ງນີ້, ຈະເປັນທຶນຮອນອັນມະຫາສານ ໃນການຫັນປ່ຽນໂສມໜ້າ ແລະຍົກລະດັບພື້ນຖານໂຄງລ່າງຂອງໂຮງຮຽນ ມສ ສະຫວັນ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະເອື້ອອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນໄດ້ຢ່າງເຕັມຮູບແບບ. ທັງສອງຝ່າຍ ໄດ້ຮ່ວມກັນຊຸກຍູ້ການປະຕິບັດໂຄງການກໍ່ສ້າງໂຮງຮຽນ ແລະການສຶກສາ 10 ແຫ່ງ ແລະໂຮງຮຽນມັດທະຍົມ ມສ ສະຫວັນ ກໍ່ເປັນໜຶ່ງໃນບັນດາໂຮງຮຽນ 10 ແຫ່ງ; ພ້ອມນີ້ ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນຮ່ວມມື ແລະອຳນວຍຄວາມສະດວກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ມີປະສິດທິພາບປະສິດທິຜົນ ແລະບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້ຢ່າງຈົບງາມ.
ໃນວາລະອັນມີຄວາມໝາຍດັ່ງກ່າວ, ຄະນະປະທານ ພ້ອມດ້ວຍຄະນະນຳຂັ້ນຕ່າງໆ ແລະແຂກທຸກພາກສ່ວນ ກໍ່ໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ພ້ອມທັງຊວ້ານດິນ ເພື່ອວາງສີລາລຶກໃນການເປີດໂຄງການຍົກລະດັບ ແລະປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມສ ສະຫວັນຢ່າງເປັນທາງການ.
ທີ່ມາ: ວິທະຍຸແຂວງສະຫວັນນະເຂດ