
ໃນວັນທີ 14 ສິງຫາ 2026 ອົງການໄອຍະການປະຊາຊົນແຂວງເຊກອງໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມ ເນື້ອໃນເອກະສານ ແລະວັນສຳຄັນຂອງຊາດ-ຂອງພັກ ໂດຍທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ມີທ່ານ ຄຳພາ ໄຊຍະແສງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ແລະພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ທ່ານ ບຸນທັນ ຈູມຈັນທະວົງ ເວົ້າວ່າ: ການເຜີຍແຜ່ເຊືີ່ອມຊຶມເອກະສານ ແລະມູນເຊື້ອວັນສຳຄັນຂອງຊາດ-ຂອງພັກນີ້ ກໍເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນເນື້ອໃນເອກະສານຕ່າງໆຢ່າງເລິກເຊິ່ງ ແນໃສ່ສຶກສາອົບຮົມການເມືອງ-ແນວຄິດ, ທັດສະນະຫລັກໝັ້ນຊົນຊັ້ນ, ທາດແທ້ມູນເຊື້ອ, ຄຸນສົມບັດສິນທໍາປະຕິວັດ ໃຫ້ແກ່ສະມາຊິກພັກ-ພະນັກງານ ທົ່ວອົງການໄອຍະການປະຊາຊົນແຂວງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ກຳໄດ້ອັນທີ່ເປັນບົດຮຽນ ເພື່ອເປັນບ່ອນອີງ ແລະ ເປັນທິດທາງເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນໃຫ້ມີການພັດທະນາດີຂຶ້ນ.
ເຊິ່ງເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມ ກໍມີ: ຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 46/ກມສພ ວ່າດ້ວຍແບບແຜນວິທີເຮັດວຽກ ແລະການພົວພັນລະຫວ່າງ ເລຂາພັກແຂວງ ກັບປະທານຄະນະກຳມະການປົກຄອງແຂວງ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 303/ຄຈສພ, ການຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ Xll , ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (ວັນທີ 13 ສິງຫາ 1950-13 ສິງຫາ 2026), ວັນສ້າງຕັ້ງລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026), ວັນຢຶດອໍານາດທົ່ວປະເທດ ຄົບຮອບ 81 ປີ ( 23 ສິງຫາ 1945-23 ສິງຫາ 2026) ແລະ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026).
.
ຂ່າວ: ອັດສະວິນ