
ໃນວັນທີ 17 ສິງຫາ 2026 ນີ້, ໄດ້ຈັດຊຸດຝຶກອົບຮົມຍົກລະດັບສີມືໃນການຕັດເສື້ອແວັດ ແລະການເຮັດແຟ້ມໃສ່ເອກະສານ ໃຫ້ແກ່ຄູຝຶກ, ສະມາຊິກແມ່ຍິງ ແຂວງເຊກອງ ແລະແຂວງສາລະວັນ ໂດຍມີທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ ແລະທ່ານ ນາງ ຈັນສະໝອນ ແສງຫາລາດ ຮອງຫົວໜ້າສູນຝຶກອົບຮົມແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມ. ຊຶ່ງການຝຶກອົບຮົມແມ່ນຈະໄດ້ດຳເນີນເປັນເວລາ 8 ວັນ (17-25 ສິງຫາ ) ຈຶ່ງຈະສໍາເລັດ.
ໃນໂອກາດນີ້, ທ່ານ ນາງ ເພັດດາແກ້ວ ພົນສາລາດ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ກໍເພື່ອເສີມສ້າງ ແລະຍົກລະດັບຄວາມຮູ້ທາງດ້ານສີມືໃນການຕັດຫຍິບເສື້ອແວັດ,ການຫຍິບແຟ້ມໃສ່ເອກະສານ ໃຫ້ສາມາດນຳຄວາມຮູ້ໄປປະຍຸກໃຊ້ໃນການປະກອບອາຊີບ ສ້າງລາຍຮັບ ແລະສ້າງອາຊີບທີ່ໝັ້ນຄົງ.
ທາງທ່ານ ນາງ ຈັນສະໝອນ ແສງຫາລາດ ເວົ້າວ່າ: ໃນການຝຶກນີ້ ແມ່ນໄດ້ນໍາເອົາບົດຮຽນ ຂອງ ສປ ຈີນ ທີ່ຄູຝຶກຂອງສູນອົບຮົມແມ່ຍິງລາວໄດ້ຮໍ່າຮຽນມາ ແລ້ວມາສິດສອນຕໍ່ໃຫ້ບັນດາຄູຝຶກ ແລະສະມາຊິກແມ່ຍິງ ແຂວງເຊກອງ ແລະແຂວງສາລະວັນ ເພື່ອໃຫ້ສາມາດສ້າງເປັນຜະລິດຕະພັນກາຍເປັນສິນຄ້າ ທີ່ເປັນເອກະລັກ ຂອງແຂວງ ພ້ອມທັງເປັນການປະກອບສ່ວນພັດທະນາຊຸມຊົນ ແລະສ້າງສີມືໃຫ້ແມ່ຍິງມີວິຊາຊີບເສີມ ແລະສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ, ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຜູ້ເຂົ້າອົບຮົມ ຈົ່ງຕັ້ງໃຈຮ່ຳຮຽນ ແລະນຳເອົາຄວາມຮູ້ໄປຖ່າຍທອດຕໍ່ໃຫ້ແກ່ສະມາຊິກແມ່ຍິງຢູ່ຂັ້ນຕ່າງໆ ເພື່ອສ້າງໃຫ້ເກີດອາຊີບ ແລະລາຍຮັບທີ່ຍືນຍົງ.
ຂ່າວ:ພຸດທະສອນ
.