
ບໍລິສັດ ຊີເອັນພີພີ ລົງທຶນດ້ານບໍ່ແຮ່ ຈໍາກັດ ໄດ້ມອບເງິນ 100,000,000 ກີບ ຊື່ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອປະຊາຊົນທີໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ແຂວງຄຳມ່ວນ ຊຶ່ງພິທີມອບ-ຮັບເງິນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ ນີ້ ທີ່ຫ້ອງມູນເຊື້ອສະຫະພັນແມ່ຍິງລາວ ແລະ ສິນສາຍໄໝ ສູນກາງສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານ ບໍລິສັດ ຊີເອັນພີພີ ລົງທຶນດ້ານບໍ່ແຮ່ ຈໍາກັດ ໃຫ້ກຽດກ່າວຮັບ ໂດຍທ່ານ ໄຊຊະນະໂຄດພູທອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ. ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍພະນັກງານບໍລິສັດເຂົ້າຮ່ວມ.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ແລະ ພະນັກງານບໍລິສັດ ທຸກຄົນ ທີ່ໄດ້ມອບເງິນ ປະກອບສ່ວນ ເພື່ອນຳໄປຊື່ເຄື່ອງໃຊ້ທີ່ຈຳເປັນຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມ ຢູ່ແຂວງຄຳມ່ວນໃນຄັ້ງນີ້ ແລະ ຈະນຳເອົາເຄື່ອງໄປມອບໃຫ້ປະຊາຊົນໂດຍໄວ, ເພື່ອເປັນການບັນເທົາຄວາມເດືອດຮ້ອນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບໃນແຂວງຄຳມ່ວນ.