
ໃນຕອນເຊົ້າວັນທີ 18 ສິງຫາ 2026 ທີ່ສະໂມສອນແຂວງ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງຫຼວງນໍ້າທາ; ມີເລຂາພັກແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງ ນຳພາຄະນະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.
ທ່ານ ພົນໂທ ຄຳກິ່ງ ຜຸຍຫ້ຼາມະນີວົງ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວ, ສັງຄົມມີຄວາມສະຫງົບປອດໄພ ໂດຍພື້ນຖານ, ໃນໄລຍະ 06 ເດືອນຕົ້ນປີ 2026 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 2,210 ຕື້ກວ່າກີບ ເທົ່າກັບ 58.4% ຂອງແຜນການປີ; ການປະຕິບັດແຜນລາຍຈ່າຍ ໄດ້ 220 ຕື້ກວ່າກີບ ເທົ່າກັບ 26.24% ຂອງແຜນປີ; ໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມປູກເຂົ້ານາແຊງ, ນາປີ ແລະ ຜະລິດພືດສະບຽງອາຫານ, ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ເຊິ່ງເດັ່ນກວ່າໝູ່ແມ່ນຂະບວນການປູກອ້ອຍ ຢູ່ເມືອງສິງ ແລະ ເມືອງລອງ ໄດ້ຜົນຜະລິດເກືອບ 1 ລ້ານໂຕນ ແລະ ເກັບກູ້ນໍ້າຢາງພາລາໄດ້ 77,485 ໂຕນ; ວຽກງານອຸດສາຫະກຳ ແລະ ການຄ້າ ກໍມີການຂະຫຍາຍຕົວ; ພື້ນຖານໂຄງລ່າງ ກໍໄດ້ຮັບການປົກປັກຮັກສາ, ກໍ່ສ້າງ ແລະ ສ້ອມແປງ, ພ້ອມກັນນັ້ນ ກໍ່ໄດ້ເອົາໃຈໃສ່ປັບປຸງຄຸນນະພາບຂອງການສຶກສາ ແລະ ການບໍລິການດ້ານສາທາລະນະສຸກ ໃຫ້ດີຂຶ້ນກວ່າເກົ່າ.
ໃນໂອກາດດັັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍສຸມໃສ່ແກ້ໄຂບັນຫາສະແກມເມີ, ການຫຼອກລວງທາງອອນລາຍ, ບັນຫາຢາເສບຕິດ, ການເກັບກູ້ອາວຸດເສິກ ແລະ ອື່ນໆ, ພ້ອມທັງ ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ກໍ່ຄືຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ແລະ ມະຕິ 02/ລບ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເປັນແຜນການ-ແຜນງານອັນລະອຽດ, ມີໂຄງການ, ມີຄາດໝາຍສໍາເລັດ ເພື່ອຫຼຸດຜ່ອນການເພີ່ງພາການນໍາເຂົ້າຈາກຕ່າງປະເທດ; ກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ; ຫັນການເກັບລາຍຮັບເປັນທັນສະໄໝ, ຈັດເກັບລາຍຮັບເຂົ້າງົບປະມານ ຈາກຖານທີ່ມີແລ້ວ ໃຫ້ຄົບຖ້ວນ, ພ້ອມທັງ ເອົາໃຈໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ມີຄວາມໝັ້ນຄົງ, ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການລົງທຶນ; ຄຸ້ມຄອງການຂຸດຄົ້ນແຮ່ທາດ ຕາມຄໍາສັ່ງສະບັບເລກທີ 06/ນຍ ແລະ ຄຳສັ່ງ ສະບັບເລກທີ 46/ນຍ ໂດຍມີການຕິດຕາມ, ກວດກາ ແລະ ມີມາດຕະການຢ່າງເດັດຂາດ; ປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ໄດ້ດີ, ກະກຽມຄວາມພ້ອມໃຫ້ແກ່ການນຳໃຊ້ຫຼັກສູດສາມັນສຶກສາລະບົບໃໝ່ 6+3+3, ພ້ອມທັງ ເຝົ້າລະວັງພະຍາດ ຕາມລະດູການ; ເພີ່ມທະວີການຕິດຕາມ-ຮັບມືກັບໄພທຳມະຊາດ ທີ່ອາດເກີດຂຶ້ນ ຢ່າງທັນການ; ສົ່ງເສີມການຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ຄຸ້ມຄອງແຮງງານຕ່າງດ້າວ ໃຫ້ເຂົ້າສູ່ລະບົບ; ສືບຕໍ່ເອົາໃຈໃສ່ພົວພັນຮ່ວມມືກັບປະເທດໃກ້ຄຽງ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ດຶງດູດການລົງທຶນ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບທຶນ ແລະ ເຄື່ອງຊ່ວຍເຫຼືອແກ້ໄຂຜົນກະທົບ ຈາກໄພພິບັດນໍ້າຖ້ວມໃຫ້ແກ່ອົງການປົກຄອງແຂວງຫຼວງນໍ້າທາ ຈຳນວນໜຶ່ງ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.