ວັນທີ 18 ສິງຫາ 2026 ຜ່ານມານີ້, ລັດວິສາຫະກິດນໍ້າປະປາ ແຂວງອັດຕະປື ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2026 ຂື້ນທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍການເປັນປະທານຂອງ ທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານສະພາບໍລິຫານລັດວິສາຫະກິດນໍ້າປະປາແຂວງ ອັດຕະປື, ມີ ທ່ານ ພອນໄຊ ໄກສອນເສນາ ກຳມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ອັດຕະປື, ມີພະແນກການອ້ອມຂ້າງແຂວງ, ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄໍາປະດິດ ສີຊານົນ ອຳນວຍການ ລັດວິສາຫະກິດນໍ້າປະປາ ແຂວງອັດຕະປື ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວທຸລະກິດປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງໄດ້ຍົກໃຫ້ເຫັນ ວຽກໂຮງງານຜະລິດນໍ້າ ໂດຍສະເພາະການຜະລິດນໍ້າປະປາຂອງໂຮງງານບ້ານທ່າຫີນ ສາມາດຜະລິດນໍ້າໄດ້ 203,005 ແມັດກ້ອນ ທຽບໃສ່ແຜນແມ່ນຫຼຸດ 4%, ການຜະລິດນໍ້າຂອງໂຮງງານບ້ານຊ້າຍ ເມືອງໄຊເສດຖາ ສາມາດຜະລິດນໍ້າໄດ້ 62,554 ແມັດກ້ອນ ທຽບໃສ່ແຜນແມ່ນຫຼຸດ 3%. ວຽກຕິດຕັ້ງ - ສ້ອມແປງ:ໃນ 6 ເດືອນຜ່ານມາສາມາດຂະຫຍາຍລູກຄ້າໄດ້ 27 ຄົວເຮືອນ ເປັນເງິນທັງໝົດ 46,253,102 ກີບ ທຽບໃສ່ແຜນແມ່ນຫຼຸດແຜນ 87%, ໃນນັ້ນປະກອບມີ: ຕິດຕັ້ງນໍ້າເຂົ້າບ້ານໃໝ່ຈໍານວນ 27 ໜ່ວຍ, ມູນຄ່າ 46,253,102 ກີບ, ປ່ຽນຖ່າຍກົງເຕີນໍ້າ 87 ໜ່ວຍ, ສ້ອມແປງບໍ່ມີລາຍຮັບ 473 ຈຸດ, ສ້ອມແປງທໍ່ຂອງໂຄງການ 19 ຈຸດ, ອັດນໍ້າ 25 ໜ່ວຍ, ເປີດນໍ້າ, 17 ໜ່ວຍ, ວຽກການຄ້າ-ການບໍລິການ: ປະຈຸບັນທົ່ວແຂວງ ມີ 4 ພື້ນທີ່ບໍລິການ, ໃນນັ້ນມີ 2 ພື້ນທີ່ ທີ່ໃຊ້ລະບົບນໍ້າປະປາຄື: ມ.ສາມັກຄີໄຊ, ມ.ໄຊເສດຖາ ແລະ ອີກ 2 ພື້ນທີ່ໃຊ້ລະບົບນໍ້າບາດານແຈກທໍ່ຄື: ເມືອງພູວົງ, ເມືອງຊານໄຊ ລວມທັງ 4 ພື້ນທີ່ມີຈຳນວນກົງເຕີນໍ້າທັງໝົດ 5,098 ໜ່ວຍ.
ທ່ານ ຄໍາປະດິດ ສີຊານົນ ຍັງໄດ້ລາຍງານຕື່ມອີກວ່າ: ໃນ 6 ເດືອນຕົ້ນປີ ປະຕິບັດລາຍຮັບ-ລາຍຈ່າຍທັງໝົດຄື: ວຽກຜະລິດ-ຈໍາໜ່າຍ, ຜະລິດນໍ້າໄດ້ທັງໝົດ 327,641 ເເມັດກ້ອນ (ບັນລຸ 99% ຂອງແຜນ), ຈໍາໜ່າຍນໍ້າໄດ້ທັງໝົດ 259,197 ແມັດກ້ອນ (ບັນລຸ 97% ຂອງແຜນ) ນໍ້າສູນເສຍມີ 68,444 ແມັດກ້ອນ (ເກີນແຜນການທີ່ຕັ້ງໄວ້ 104 % ), ດ້ານການເງິນລາຍຮັບທັງໝົດປະຕິບັດໄດ້ 2,444,148,796 ກີບ (ບັນລຸ 93 % ຂອງແຜນ), ລາຍຈ່າຍທັງໝົດປະຕິບັດໄດ້ 4,352,901,612 ກີບ(ເກີນແຜນ 122%) ຫຼັງຫັກຄ່າຫຼຸ້ຍຫ້ຽນ ແລະ ດອກເບ້ຍແມ່ນຕິດລົບ -537%, ໜີ້ຕ້ອງຮັບຈໍານວນ 5,275,542,375 ກີບ, ເກັບເງິນໄດ້ຕົວຈິງ 2, 625,003,706 ກີບ, ໜີ້ຕ້ອງສົ່ງທັງໝົດ ມີຈຳນວນ 16,683,020,132 ກີບ.
ທ່ານ ຄໍາປະດິດ ສີຊານົນ ອຳນວຍການ ລັດວິສາຫະກິດນໍ້າປະປາ ແຂວງອັດຕະປື ຍັງໄດ້ຍົກໃຫ້ເຫັນແຜນການ 6 ເດືອນທ້າຍປີ 2026 ໂດຍສະເພາະຈະໄດ້ສືບຕໍ່ການຂະຫຍາຍ ແລະ ປັບປຸງພື້ນຖານໂຄງລ່າງນໍ້າປະປາ, ປັບປຸງລະບົບສາຍທໍ່ບໍລິການ ແລະ ກົງເຕີນໍ້າທີ່ເກົ່າແກ່ ແລະ ເປ່ເພ ຢູ່ເມືອງສາມັກຄີໄຊ ແລະ ເມືອງໄຊເສດຖາ, ຂະຫຍາຍສາຍທໍ່ບໍລິການເຂົ້າຫາເຂດທີ່ປະຊາຊົນມີຄວາມຕ້ອງການ, ຈັດຫາແຫຼ່ງນໍ້າດິບທີ່ສະອາດ, ເພື່ອຫຼຸດຜ່ອນການໃຊ້ສານເຄມີ ແລະ ພະລັງງານໄຟຟ້າ, ຈັດຫາພະລັງງານແສງຕາເວັນເພື່ອຫຼຸດຜ່ອນຄ່າກະແສໄຟຟ້າ, ກະກຽມລະບົບໂຄງຮ່າງການຈັດຕັ້ງປະຈຳສາຂາ ເມືອງສະໜາມໄຊ, ປະກອບບຸກຄະລະກອນທີ່ຈຳເປັນເຂົ້າແຕ່ລະສາຂາ ແລະ ໜ່ວຍບໍລິການ.
ຂ່າວ: ວົງສະໄໝ