ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ລົງຢ້ຽມຢາມ ແລະ ໃຫ້ຂວັນກໍາລັງໃຈແກ່ປະຊາຊົນເມືອງໜອງບົກ ແລະ ເມືອງເຊບັ້ງໄຟ ທີ່ປະສົບໄພພິບັດນໍ້າຖ້ວມຈາກທໍາມະຊາດ ໃນວັນທີ 17 ສິງຫາ 2026 ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງຮ່ວມເຄື່ອນໄຫວຕິດຕາມ.
ເນື່ອງຈາກດ້ວຍຄວາມເປັນຫ່ວງເປັນໃຍດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ຢູ່ໃນໄລຍະພົບອຸປະສັກໄພພິບັດນໍ້າຖ້ວມຈາກທໍາມະຊາດ, ຊຶ່ງຄະນະດັ່ງກ່າວ ໄດ້ຂີ່ເຮືອເລາະຂຶ້ນໄປຕາມສາຍນໍ້າເຊບັ້ງໄປເພື່ອຕິດຕາມເບິ່ງສະພາບນໍ້າຖ້ວມບັນດາບ້ານທີ່ຢູ່ລຽບຕາມສາຍນໍ້າເຊບັ້ງໄຟ ຈາກເທສະບານເມືອງໜອງບົກໄປຫາບ້ານນໍ້າພຸ ແລະ ບ້ານນາພອກ, ສູນອົບພະຍົບເມືອງເຊບັ້ງໄຟ.
ເມືອງໜອງບົກ ມີເນື້ອທີ່ນາ 10 ກວ່າເຮັກຕາ ໃນຈໍານວນ 51 ບ້ານ, ເນື້ອທີ່ສວນ 536 ເຮັກຕາ, ມີ 1.363 ຄອບຄົວໄດ້ຮັບຜົນກະທົບ, ເສັ້ນທາງເສຍຫາຍເປ່ເພ 16 ເສັ້ນ ແລະ ໂຮງຮຽນ 10 ແຫ່ງ. ສໍາລັບເມືອງເຊບັ້ງໄຟ ມີນໍ້າຖ້ວມ 19 ບ້ານ, ໃນນີ້ຕາແສງສີບຸນເຮືອງມີ 10 ບ້ານ, ຕາແສງຄໍາແພໃຕ້ມີ 7 ບ້ານ, ຕາແສງຄໍາແພເໜືອມີ 2 ບ້ານ, ໂຮງຮຽນ 10 ແຫ່ງ.
ໂອກາດນີ້, ຄະນະດັ່ງກ່າວຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກພ້ອມດ້ວຍເງິນຈໍານວນໜຶ່ງ ມອບໃຫ້ອໍານາດການປົກຄອງເມືອງ, ອໍານາດການປົກຄອງຕາແສງ, ບ້ານ ແລະ ພໍ່ແມ່ປະຊາຊົນຕື່ມອີກ.
ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 16 ສິງຫາ 2026, ທ່ານ ໄຊຊະນະ ໂຄດພູທອນ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງຫີນບູນ ໂດຍສະເພາະ ບ້ານບວມລູ ແລະ ບ້ານຫີນຄັນ. ການລົງຢ້ຽມຢາມ ແລະ ຊ່ວຍເຫລືອໃນຄັ້ງນີ້ ສະແດງເຖິງຄວາມໃສ່ໃຈ, ຄວາມຫ່ວງໃຍ ແລະ ການຢູ່ຄຽງຂ້າງປະຊາຊົນຂອງການນຳແຂວງ ໃນການຮັບມື, ແກ້ໄຂ ແລະ ບັນເທົາຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງເນັ້ນໃຫ້ພາກສ່ວນຕ່າງໆ ສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ ແລະ ໃຫ້ການຊ່ວຍເຫລືອປະຊາຊົນຢ່າງທັນເວລາ.