ປກສ ເມືອງຫຼວງນໍ້າທາ ສຶກສາອົບຮົມ ກຸ່ມໄວໜຸ່ມມົ້ວສຸມນໍ້າກະທ່ອມ 18 ຄົນ

ອາທິດທີ່ຜ່ານມາ ຂອງເດືອນ ສິງຫາ 2026 ນີ້, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ສຶກສາອົບຮົມກຸ່ມໄວໜຸ່ມມົ້ວສຸມສິ່ງເສບຕິດປະເພດຄໍລະເຈນ ແລະ ນ້ໍາໃບກະທ່ອມ ຈໍານວນ 18 ຄົນ, ຍີງ 05 ຄົນ. ໂດຍການເຂົ້າຮ່ວມຂອງ ທ່ານ ພັນຕີ ອານຸສັກ ອິນທະປະເສີດ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງຫຼວງນ້ຳທາ ພ້ອມດ້ວຍເຈົ້າໜ້າທີ່ວິຊາສະເພາະເຂົ້າຮ່ວມ.

ການສືກສາອົບຮົມໃນຄັ້ງນີ້ ເຈົ້າໜ້າທີ່ວິຊາສະເພາະໄດ້ລາຍງານພຶດຕິກຳຂອງກຸ່ມໄວໜຸ່ມນີ້ ເຊິ່ງໄດ້ພາກັນຊື້ ແລະ ນຳໃຊ້ສິ່ງເສບຕິດປະເພດ ຄໍລະເຈນ ແລະ ນ້ຳໃບກະທ່ອມ ມາປະສົມຕົ້ມດື່ມ ເພື່ອຄວາມມ່ວນຊື່ນ ແລະ ມົ້ວສຸມນຳກັນຕາມສະຖານທີ່ຕ່າງໆ ເຊິ່ງການກະທຳດັ່ງກ່າວ ແມ່ນເປັນການລະເມີດລະບຽບກົດໝາຍ, ເຊີ່ງສ້າງຄວາມບໍ່ສະຫງົບ ແລະ ສົ່ງຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບ, ຈິດປະສາດຕະຫຼອດຮອດອະນາຄົດຂອງຕົນເອງ.

ໂອກາດນີ້, ທ່ານ ພັນຕີ ອານຸສັກ ອິນທະປະເສີດ ໄດ້ເນັ້ນໜັກໃຫ້ກຸ່ມໄວໜຸ່ມທັງ 18 ຄົນ, ຍິງ 05 ຄົນ ໃຫ້ພ້ອມກັນຕື່ນຕົວ ແລະ ຫັນມາກັບຕົວເປັນຄົນດີຂອງສັງຄົມ ຕັ້ງໜ້າສຶກສາຮ່ຳຮຽນ ແລະ ຊ່ວຍເຫຼືອວຽກງານຄອບຄົວ. ພ້ອມກັນນັ້ນ, ທ່ານກໍໄດ້ຮຽກຮ້ອງໃຫ້ຜູ້ປົກຄອງ ຈົ່ງເອົາໃຈໃສ່ຕິດຕາມ, ເບີ່ງແຍງ ແລະ ສຶກສາອົບຮົມລູກຫຼານຂອງຕົນຢ່າງໃກ້ຊິດ ເພື່ອບໍ່ໃຫ້ເຂົາເຈົ້າຫວນຄືນໄປພົວພັນກັບສິ່ງເສບຕິດ ແລະ ສິ່ງຜິດກົດໝາຍຕ່າງໆຕຶ່ມອີກ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກສຶກສາອົບຮົມ, ຢຸດເຊົາພຶດຕິກຳນີ້ເພື່ຶອບໍ່ໃຫ້ເກີດມີໃນຄັ້ງຕໍ່ໄປ.
ຂ່າວ. ປກສ ແຂວງຫຼວງນ້ຳທາ