
ໃນຕອນເຊົ້າວັນທີ 19 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງປຸ່ງນາໜູນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ; ມີທ່ານ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຫ້ວຍຊາຍ ແລະ ປະຊາຊົນ ພາຍໃນຕາແສງດັ່ງກ່າວ ໃຫ້ການຕ້ອນຮັບ.
ຕາແສງປຸ່ງນາໜູນ ເປັນໜຶ່ງໃນ 6 ຕາແສງ ທີ່ຂຶ້ນກັບອົງການປົກຄອງເມືອງຫ້ວຍຊາຍ, ສ້າງຕັ້ງຂຶ້ນໃນວັນທີ 20 ພຶດສະພາ 2026, ມີພະນັກງານປະຈໍາຫ້ອງການຕາແສງ 14 ທ່ານ, ຕັ້ງຢູ່ຫ່າງຈາກເທດສະບານເມືອງຫ້ວຍຊາຍ 31 ກິໂລແມັດ, ມີເນື້ອທີ່ທັງໝົດ 8,700 ກວ່າກິໂລຕາແມັດ, ປະກອບມີ 19 ບ້ານ, 3,453 ຫຼັງຄາເຮືອນ, 4,151 ຄອບຄົວ, ມີພົນລະເມືອງ 19,351 ຄົນ, ປະຊາຊົນສ່ວນໃຫຍ່ ຍຶດຖືອາຊີບປູກຝັງ-ລ້ຽງສັດ ແລະ ເຮັດການບໍລິການ-ຄ້າຂາຍ ເປັນສຳຮອງ, ມີເນື້ອທີ່ທຳການຜະລິດ 1,900 ກວ່າເຮັກຕາ, ມີບ້ານພັດທະນາ 16 ບ້ານ, ໄດ້ຮັບຮອງເປັນຈຸດສຸມຕົວເມືອງນ້ອຍໃນຊົນນະບົດ 1 ບ້ານຈຸດສຸມ, ທຸກບ້ານພາຍໃນຕາແສງ ແມ່ນໄດ້ຮັບຮອງເປັນບ້ານວັດທະນະທຳ ແລະ ບ້ານສາທາລະນະສຸກແບບຢ່າງ, ມີໂຮງຮຽນມັດທະຍົມສົມບູນ 1 ແຫ່ງ, ໂຮງຮຽນມັດທະຍົມຕົ້ນ 1 ແຫ່ງ, ໂຮງຮຽນປະຖົມສົມບູນ ແລະ ອະນຸບານ 17 ແຫ່ງ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ຕໍ່ວຽກງານຈຸດສຸມຂອງຕາແສງ ບາງດ້ານ ເປັນຕົ້ນ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍກຳແໜ້ນສະພາບການພາຍໃນຕາແສງ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ສືບຕໍ່ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ; ຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສູ່ວຽກງານຕົວຈິງຢູ່ຮາກຖານ ຕາມທ່າແຮງບົ່ມຊ້ອນ ຢ່າງແຂງແຮງ ແລະ ປະກົດຜົນເປັນຈິງ ໂດຍມີແຜນການ-ແຜນງານອັນລະອຽດ, ມີການມອບຄວາມຮັບຜິດຊອບ ແລະ ມີຄາດໝາຍສໍາເລັດ; ເປັນເຈົ້າການ ແລະ ມີສ່ວນຮ່ວມ ໃນການປົກປັກຮັກສາ ແລະ ປັບປຸງສ້ອມແປງເສັ້ນທາງຢູ່ທ້ອງຖິ່ນຂອງຕົນ ໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ການເດີນທາງໄປມາ ມີຄວາມສະດວກ; ເອົາໃຈໃສ່ຄຸ້ມຄອງ ແລະ ກວດກາຄືນ ການນຳໃຊ້ທີ່ດິນແຕ່ລະປະເພດ ໃຫ້ໄປຕາມແຜນຈັດສັນ ກໍ່ຄືກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ປັບປຸງການຈັດຕັ້ງຕາແສງ ທັງວຽກພັກ ແລະ ລັດ ຕາມໂຄງປະກອບການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດເຄື່ອນໄຫວວຽກງານ ມີຄວາມໂລ່ງລ່ຽນຢ່າງຕໍ່ເນື່ອງ; ກະກຽມດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ບັນດາຄາດໝາຍທີ່ຍັງຕ້ອງໄດ້ສູ້ຊົນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເກີດໝາກຜົນຕົວຈິງ; ຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆ ໃຫ້ບຸກຄະລາກອນຂັ້ນຕາແສງ ແລະ ບ້ານ, ລວມທັງ ການຝຶກອົບຮົມຄວາມຮູ້ທາງດ້ານເຕັກນິກຕ່າງໆ ໃຫ້ແກ່ປະຊາຊົນ; ພ້ອມກັນພັດທະນາຕາແສງປຸ່ງນາໜູນ ໃຫ້ກາຍເປັນທ້ອງຖິ່ນທີ່ໝັ້ນຄົງ, ປະຊາຊົນ ມີຊີວິດການເປັນຢູ່ ນັບມື້ດີຂຶ້ນ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບເງິນຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ຂອງຕາແສງດັ່ງກ່າວ, ພ້ອມທັງ ເດີນທາງໄປຢ້ຽມຢາມໂຮງງານປຸງແຕ່ງຢາງພາລາ ຂອງບໍລິສັດ ລາວ-ຈີນເຊິນຊິງ ຈໍາກັດຜູ້ດຽວ ທີ່ບ້ານນໍ້າເດື່ອ, ເມືອງຫ້ວຍຊາຍ ຕື່ມອີກ.
ຂ່າວ: ຫສນຍ