
ໃນຕອນເຊົ້າ ວັນທີ 20 ສິງຫາ 2026 ທີ່ສະໂມສອນເມືອງ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງເມືອງປາກທາ, ແຂວງບໍ່ແກ້ວ; ໂດຍນຳພາເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ, ປະທານຄະນະກໍາມະການປົກຄອງແຂວງ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ກະຊວງ-ອົງການທີ່ກ່ຽວຂ້ອງ ຮ່ວມຕິດຕາມ.
ທ່ານ ສາລີ ວັນນະສານ, ເລຂາພັກເມືອງປາກທາ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບພົ້ນເດັ່ນ, ຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໄລຍະ 6 ເດືອນຕົ້ນປີ 2026 ເຫັນວ່າ: ເມືອງປາກທາ ຕັ້ງຢູ່ຫ່າງຈາກເທດສະບານແຂວງບໍ່ແກ້ວ ໄປທາງທິດໃຕ້ 47 ກິໂລແມັດ, ມີເນື້ອທີ່ທັງໝົດ 75 ພັນກວ່າເຮັກຕາ, ປະກອບມີ 4 ຕາແສງ, 34 ບ້ານ, ພົນລະເມືອງທັງໝົດ 23,315 ຄົນ, ມີ 5 ຊົນເຜົ່າ ຄື: ເຜົ່າລາວ, ເຜົ່າລື້, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອິວມຽນ, ພື້ນທີ່ເປັນພູດອຍ ກວມ 80%. ທົ່ວເມືອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວໃນລະດັບ 1.85%, ການຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 58% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍ ໄດ້ 60% ຂອງແຜນການປີ, ລາຍຮັບສະເລ່ຍໃສ່ຫົວຄົນ ໄດ້ເກືອບ 10 ລ້ານກີບ/ປີ, ມີບ້ານປ້ອງກັນຊາດເຂັ້ມແຂງ 12 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 14 ບ້ານ, ບ້ານທຸກຍາກ 12 ບ້ານ, ຄອບຄົວທຸກຍາກ 879 ຄອບຄົວ, ພົນລະເມືອງທຸກຍາກ 5,100 ກວ່າຄົນ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ; ສືບຕໍ່ປະຕິບັດນະໂຍບາຍ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ແນໃສ່ສ້າງພະນັກງານ ເຕີບໃຫຍ່ຂຶ້ນມາຈາກຮາກຖານ ກໍ່ຄືວຽກງານຕົວຈິງ; ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ທີ່ດິນປະເພດຕ່າງໆ ຢ່າງຖືກຕ້ອງ ໂດຍເຄັ່ງຄັດປະຕິບັດຕາມແຜນຈັດສັນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ຕິດຕາມ, ກວດກາ ແລະ ຄຸ້ມຄອງການລັກລອບຂຸດຄົ້ນແຮ່ທາດ ແລະ ຊັບພະຍາກອນປ່າໄມ້ ຢ່າງເຂັ້ມງວດ, ລວມທັງ ການຂຸດຄົ້ນຫີນ-ຊາຍ ທີ່ມີການສວຍໂອກາດຕ່າງໆ; ສືບຕໍ່ປັບປຸງ ແລະ ຍົກລະດັບຄຸນນະພາບການສຶກສາ ໃຫ້ສູງຂຶ້ນ, ທັງແກ້ໄຂບັນຫາປະລະການຮຽນ ໃຫ້ບັນລຸຕາມຄາດໝາຍ; ຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສູ່ວຽກງານຕົວຈິງ ຕາມທ່າແຮງຂອງທ້ອງຖິ່ນຕົນ ໃຫ້ເປັນຂະບວນການ ແລະ ຫັນປ່ຽນຢ່າງແຂງແຮງ; ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ທ້ອງຖິ່ນຕ່າງໆ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ; ພ້ອມກັນເຝົ້າລະວັງ ພະຍາດຕາມລະດູການ ແລະ ກະກຽມຄວາມພ້ອມຮັບມື ໄພພິບັດທຳມະຊາດ ທີ່ອາດເກີດຂຶ້ນ ຢ່າງທັນການ.
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບເງິນຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງເມືອງປາກທາ ແລະ ຕາແສງປາກທາ, ພ້ອມທັງ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ທະຫານ ທີ່ກຳລັງປະຕິບັດໜ້າທີ່ ຢູ່ຈຸດຕ່າງໆ ເຂດພູຜາໝົ່ນ.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.