
ໂຮງຮຽນມັດທະຍົມສົມບູນ ຫ້ອມສະຫວັນ ເປັນອີກໂຮງຮຽນໜຶ່ງທີ່ມີຜົນງານດ້ານການຮຽນ-ການສອນ ທີ່ເດັ່ນໃນສົກຮຽນ 2025-2026 ຜ່ານມາ ໂດຍສະເພາະຜົນງານການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນ ມ7 ທີ່ໄດ້ຊະນະເລີດ, ໄດ້ຮັບໃບປະກາດແດງຂອງນ້ອງນັກຮຽນຊັ້ນ ມ7 ແລະ ໄດ້ຮັບເລືອກໃຫ້ເປັນໂຮງຮຽນຕົວແບບ ຄຸນນະພາບຂອງນະຄອນຫລວງວຽງຈັນ. ສໍາລັບ ສົກ ຮຽນໃໝ່ 2026-2027 ນີ້, ມສ ຫ້ອມສະຫວັນ ແມ່ນມີຄວາມພ້ອມ 100% ທັງດ້ານບຸກຄະລາກອນຄູ-ອາຈານ, ຫ້ອງຮຽນ, ອຸປະກອນການຮຽນ-ການສອນ, ການຈັດຕາຕະລາງຮຽນ, ສື່ການຮຽນ-ການສອນ, ວຽກງານດ້ານການບໍລິຫານ ແລະ ສະຖານທີ່ອຳນວຍຄວາມສະດວກຕ່າງໆ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຕໍ່ການຮຽນ-ການສອນ.
ທ່ານ ວັນນະກອນ ຜົງສີໃສ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນ ຫ້ອມສະຫວັນ ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານປະເທດລາວ ໃນວັນທີ 24 ສິງຫາ 2026 ວ່າ: ການກະກຽມເປີດສົກຮຽນໃໝ່ 2026-2027 ນີ້, ມສ ຫ້ອມສະຫວັນ ແມ່ນມີຄວາມພ້ອມ 100% ທັງດ້ານບຸກຄະລາກອນຄູ-ອາຈານ, ຫ້ອງຮຽນ, ອຸປະກອນການຮຽນ-ການສອນ, ການຈັດຕາຕະລາງຮຽນ, ສື່ການຮຽນ-ການສອນ, ວຽກງານດ້ານການບໍລິຫານ ແລະ ສະຖານທີ່ອຳນວຍຄວາມສະດວກຕ່າງໆ ໃຫ້ຢູ່ໃນສະ ພາບພ້ອມໃຊ້ງານຕໍ່ການຮຽນ-ການສອນ. ພ້ອມນີ້, ຄູ-ອາຈານ ແລະ ພະນັກງານ ຍັງໄດ້ມີການກະກຽມດ້ານແຜນການຮຽນ-ການສອນ ເພື່ອໃຫ້ໄປຕາມ 5 ຫລັກມູນການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງຖືກຕ້ອງ. ໃນສົກຮຽນ 2026-2027 ທາງໂຮງຮຽນມີເປົ້າໝາຍການເປີດຮັບເອົານັກຮຽນເພີ່ມ 120 ຄົນ ໃນທຸກຊັ້ນຮຽນ ໂດຍໄດ້ເປີດລົງທະບຽນມາແຕ່ຕົ້ນເດືອນສິງຫາ ແລະ ຈະປິດຮັບໃນວັນທີ 28 ສິງຫາ 2026.
ໂຮງຮຽນ ມສ ຫ້ອມສະຫວັນ ມີຜົນງານທີ່ພົ້ນເດັ່ນໃນສົກຮຽນ 2025-2026 ທີ່ສາມາດຍາດມາໄດ້ຄື: ຜົນງານລະດັບປະເທດ ແມ່ນໄດ້ເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ປະຈຳສົກຮຽນ 2025-2026, ມ7 ໄດ້ອັນດັບທີ 1 ແລະ ມ4 ໄດ້ລາງວັນຊົມເຊີຍ ວິຊາພາສາລາວ-ວັນນະຄະດີ; ການແຂ່ງຂັນຖ່າຍຮູບເທັງຄາວະ Tenkawa Lao Photo Contest 2026 ໄດ້ອັນດັບ 1 ໄດ້ເປັນຕົວແທນນັກຮຽນລາວ ໄປແຂ່ງຂັນທີ່ປະເທດຍີ່ປຸ່ນ; ການແຂ່ງຂັນແຕ້ມຮູບລົດໂຕໂຢຕ້າໃນຝັນຂອງຂ້ອຍ ຄັ້ງທີ 19 ລະດັບປະເທດ ໄດ້ອັນດັບທີ 1 ຈໍານວນ 2 ນ້ອງ ແລະ ຊົມເຊີຍ 2 ນ້ອງ; ການແຂ່ງຂັນແຕ້ມຮູບ International High School Festival 2026 ເພື່ອຄັດເລືອກຕົວແທນໄປແຂ່ງຂັນທີ່ປະເທດຍີ່ປຸ່ນ ໄດ້ອັນດັບທີ 2. ສ່ວນຜົນງານດ້ານການພົວພັນຕ່າງປະເທດ ນ້ອງນັກຮຽນຫ້ອມສະຫວັນ ໄດ້ຮັບທຶນການສຶກສາ ຈາກມະຫາວິທະຍາໄລກຸງເທບ ປະເທດໄທ 1 ນ້ອງ ໃນລະດັບປະລິນຍາຕີ; ນັກຮຽນ 2 ນ້ອງ ແລະ ຄູ 1 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມກິລາອີສະປອດ ປະເພດເກມ Audition ທີ່ຮ່າໂນຍ ສສ ຫວຽດນາມ; ຄູ 3 ທ່ານ, ພ້ອມນັກຮຽນ 3 ນ້ອງ ໄດ້ເດີນທາງໄປທັດສະນະສຶກສາໂຄງການ Eco School Thailand ທີ່ຫົວຫີນ ປະເທດໄທ. ນອກນີ້, ມີໂຄງການສົ່ງນັກຮຽນ ມ7ຈໍານວນ 7 ນ້ອງ ໄປສຶກສາຕໍ່ທີ່ ສປ ຈີນ; ໄປທັດສະນະສຶກສາ ໂຄງການສອນດົນຕີໃນໂຮງຮຽນ ທີ່ນະຄອນລາດຊະສີມາ ປະເທດໄທ ແລະ ທັດສະ ນະສຶກສາ ໂຄງການ Open House ທີ່ມະຫາວິທະຍາໄລກຸງເທບ ປະເທດໄທ. ພ້ອມນີ້, ຜົນງານການສອບເສັງຈົບຊັ້ນປ 5 ຄະແນນສຸງສຸດ ທົ່ວເມືອງຫາດຊາຍຟອງ ມີ 2 ນ້ອງ; ສອບເສັງຈົບຊັ້ນ ມ4 ທົ່ວເມືອງຫາດຊາຍຟອງ ໄດ້ຮັບໃບປະກາສະນິຍະບັດແດງ 3 ນ້ອງ; ສອບເສັງຈົບຊັ້ນ ມ7 ທົ່ວນະຄອນຫລວງວຽງຈັນ ໄດ້ຮັບໃບປະກາສະນິຍະບັດແດງ 2 ນ້ອງ ແລະ ໂຮງຮຽນຍັງໄດ້ຮັບການຢັ້ງຢືນການສ້າງໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫລວງວຽງຈັນ ໃນສົກຮຽນ 2025-2026 ຊຶ່ງສາມາດປະກາດໄດ້ຄົບທັງ 3 ຊັ້ນຮຽນຄື: ຊັ້ນອະນຸບານ, ຊັ້ນປະຖົມ ແລະ ຊັ້ນມັດທະຍົມສົມບູນ.
ທ່ານ ວັນນະກອນ ຜົງສີໃສ ຍັງໃຫ້ຮູ້ຕື່ມວ່າ: ທິດທາງ ແລະ ແຜນງານໃນການພັດທະນາໂຮງ ຮຽນຫ້ອມສະຫວັນ ໃນສົກຮຽນ 2026-2027 ແມ່ນຈະສຸມໃສ່ເລື່ອງຄຸນສົມບັດ, ມາລະຍາດຂອງ ນັກຮຽນ; ປັບປຸງອາຄານສະຖານທີ່ໃຫ້ດີຂຶ້ນ ແລະ ທັນສະໄໝກວ່າເກົ່າ; ຕິດຕັ້ງເຄື່ອງປັບອາກາດທຸກຫ້ອງໃຫ້ຄົບທຸກຫ້ອງຮຽນ; ຕິດຕັ້ງເຄື່ອງສາຍໂປເຈັກເຕີ ໃຫ້ຄົບທຸກຫ້ອງໃນຊັ້ນມັດທະຍົມ; ດ້ານຫລັກສູດການສອນ ຈະເນັ້ນຕື່ມຫລັກສູດພາສາຈີນ ໃນການຮຽນຈົບຊັ້ນມັດທະຍົມຕອນປາຍ ຕ້ອງຜ່ານລະດັບ HSK2-3, ພາສາອັງກິດຕ້ອງໄດ້ໃນລະດັບ Elementary-Intermediate; ເພີ່ມວິຊາສິລະປະກຳ ຕັ້ງແຕ່ຊັ້ນປະຖົມ ປ1 ຫາ ມັດທະຍົມຕອນປາຍ ມ7 ໂດຍຈະນຳເອົາຄູສອນທີ່ຈົບຈາກສະຖາບັນວິຈິດສິນໂດຍສະເພາະ ແລະ ເພີ່ມຮ່ວມມືກັບມະຫາວິທະຍາໄລ ກຸງເທບ ປະເທດໄທ ເພື່ອເປີດສະໂມສອນ BU Creative Arts Club ສະໂມສອນບີຢູ ສິລະປະ ແລະ ການສ້າງສັນຮຽນຮູ້ເລື່ອງ ການອອກແບບແຟຊັ່ນ Fashion Design, ສິລະປະດີຈິຕອນ Digital Art, ການແຕ້ມຮູບ ແລະ ສິລະປະສ້າງສັນຕ່າງໆ ຕື່ມອີກ.
ຂ່າວ-ພາບ: ວຽງສະຫວັນ