2 ກະຊວງປຶກສາຫາລື ແກ້ໄຂຄ່າຂົນສົ່ງສິນຄ້າ ແລະຄ່າຜ່ານຂົວ ລາວ-ໄທ

ໃນຕອນເຊົ້າຂອງວັນທີ 26 ສິງຫາ 2026, ທີ່ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັນເພື່ອແກ້ໄຂຄວາມບໍ່ເປັນເອກະພາບໃນການເກັບຄ່າບໍລິການຂົນສົ່ງສິນຄ້າຜ່ານແດນໃນເຂດພັດທະນາທ່າບົກ-ທ່ານາແລ້ງລວມທັງການຈັດເກັບຄ່າຜ່ານຂົວຢູ່ດ່ານຂົວມິດຕະພາບລາວ-ໄທ. ໃຫ້ກຽດເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າຫ້ອງການຄະນະກຳມະການຮ່ວມລາວ-ຈີນ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ, ພ້ອມດ້ວຍພາກສ່ວນທີ່ຽວຂ້ອງຈາກທັງສອງກະຊວງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວຖືເປັນວາລະສຳຄັນໃນການຈັດລະບຽບການຄຸ້ມຄອງການເກັບລາຍຮັບ ແລະ ຜັນຂະຫຍາຍວຽກງານວິຊາສະເພາະຂອງຂະແໜງການເງິນ ໃຫ້ມີຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ໃນທີ່ປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລື ແລະ ຊອກຫາວິທີທາງອອກກ່ຽວກັບ:
ຄວາມບໍ່ເປັນເອກະພາບໃນການຄຸ້ມຄອງຄ່າບໍລິການຂົນສົ່ງສິນຄ້າຜ່ານແດນ.
ການເກັບຄ່າບໍລິການຂົນສົ່ງສິນຄ້າຜ່ານແດນໃນເຂດພັດທະນາທ່າບົກ-ທ່ານາແລ້ງ ແລະ ຮັບຟັງການລາຍງານຄວາມຄືບໜ້າຜົນການປະມູນເປີດກວ້າງໂຄງການຈັດຊື້-ຈັດຈ້າງບໍລິສັດ ເພື່ອພັດທະນາລະບົບ ແລະ ຕິດຕັ້ງອຸປະກອນຮັບໃຊ້ການຄຸ້ມຄອງ ແລະ ຈັດເກັບຄ່າຜ່ານທາງຫຼວງແຫ່ງຊາດເລກ 9. ພ້ອມດຽວກັນນັ້ນ,ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງສຸດ.
ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນຳຢ່າງເລິກເຊິ່ງແຕ່ລະໜ້າວຽກໂດຍເນັ້ນໜັກໃຫ້ທຸກພາກ ສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວມີຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.