.

ຄະນະປະທານ ບໍລິຫານ ຈັດການ ບໍລິສັດ ພູເບ້ຍ ມາຍນິງ ຕ້ອນຮັບ ພະນະ ທ່ານ ຮອງປະທານປະເທດ ແຫ່ງ ສປປ ລາວ ລົງເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ວຽກງານຢູ່ໂຄງການຂອງບໍລິສັດພູເບ້ຍ ມາຍນິງ

.

ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບກຽດ ຕ້ອນຮັບການຢ້ຽມຢາມ ຂອງການນໍາຂັ້ນສູງ ຊຶ່ງນຳພາໂດຍ ພະນະ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ສອງໂຄງການຂອງ ບໍລິສັດ ພູເບ້ຍ ມາຍນິງ ໃນວັນທີ 17 ແລະ 20 ສິງຫາ 2026.

 ການລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຂອງ ພະນະ ທ່ານ ຮອງປະທານປະເທດ ພ້ອມດ້ວຍຄະນະ ນີ້ກ່ອນດໍາເນີນຕາມວາລະທາງຄະນະບໍລິຫານງານຂອງບໍລິສັດໄດ້ນໍາສະເໜີໂດຍໃຫ້ ຮັບຊົມພາບວີດີໂອ ເຊິງມີຄວາມຍາວ 20 ນາທີ ສະແດງໃຫ້ເຫັນການການເຄື່ອນໄຫວດຳເນີນງານທີ່ທັນສະໄໝລະດັບສາກົນ ແລະ ວິທີປະຕິບັດທີ່ດີທີ່ສຸດຂອງ ບໍລິສັດ ພູເບ້ຍ ມາຍນິງ. ທ່ານ ເດວິດ ຣີດ, ຜູ້ອຳນວຍການໃຫຍ່ ຂອງ ບໍລິສັດ ພູເບ້ຍ ມາຍນິງ, ໄດ້ກ່າວຄໍາຕ້ອນຮັບ ຢ່າງປິຕິຍິນດີ ຕໍ່ ພະນະ ທ່ານ ສຈ ປອ ນ. ວຽງທອງສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມຄະນະ ແລ້ວ ນຳພາທ່ຽວຊົມຫ້ອງ ຄວບຄຸມໂຮງງານທີ່ທັນສະໄໝ, ຫ້ອງຫຼອມຄຳ,  ຂະບວນການຂຸດຄົ້ນແຮ່ ແລະ ໂຄງການຂຸດຄົ້ນປຸງແຕ່ງ ຄໍາ-ເງິນ ຢູ່ບໍ່ຫ້ວຍຊາຍ. ແລະ ຢູ່ໂຄງການຂຸດຄົ້ນປຸງແຕ່ງ ທອງ-ຄໍາ ພູຄຳ, ໄດ້ຢ້ຽມຊົມໂຮງງານປຸງແຕ່ງ, ບໍ່ແຮ່ແບບເປີດເທິງໜ້າດິນທີ່ມີມາດຕະຖານລະດັບສາກົນ ແລະ ສູນຝຶກອົບຮົມຂອງບໍລິສັດ ພູເບ້ຍ ມາຍນິງ.

 ໃນລະຫວ່າງການຢ້ຽມຢາມ, ທ່ານ ຮອງປະທານປະເທດ ໄດ້ກ່າວຄໍາຍ້ອງຍໍຊົມເຊີຍ ທ່ານ ປະທານ ຜູ້ບໍລິຫານງານໂຄງການທີ່ເຮັດໜ້າທີ່ປະຕິບັດງານໄປຕາມຫຼັກການມາດຕະຖານລະດັບສາກົນໄດ້ດີທີ່ສຸດ ຂອງ ບໍລິສັດ ພູເບ້ຍ ມາຍນິງ ໃນການຄຸ້ມຄອງ, ຟື້ນຟູສິ່ງແວດລ້ອມ, ດິນ, ນໍ້າ, ພືດພັນ, ດ້ານສຸຂະພາບ ແລະ ຄວາມປອດໄພ ຂອງພະນັກງານ, ແລະ ການຝຶກອົບຮົມ ແລະ ພັດທະນາຊັບພະຍາ ກອນມະນຸດ ໂດຍສະເພາະຕໍ່ແຮງງານຄົນລາວ, ລວມທັງການປະກອບສ່ວນທາງດ້ານສັງຄົມ ແລະ ເສດຖະກິດໃຫ້ແກ່ຊຸມຊົນທ້ອງຖິ່ນ. ທ່ານ ຮອງປະທານປະເທດ ໄດ້ແນະນໍາທິດທາງກ່ຽວກັບໂອກາດການລົງທຶນຈາກຕ່າງປະເທດໃນອຸດສາຫະກຳບໍ່ແຮ່ ຂອງລາວ.

 ທ່ານ ເດວິດ ຣີດ, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ພູເບ້ຍ ມາຍນິງ, ໄດ້ກ່າວຄໍາຂອບໃຈຕໍ່ການຢ້ຽມຢາມ ແລະ ສາຍພົວພັນທີ່ເຂັ້ມແຂງຂອງບໍລິສັດກັບລັດຖະບານແຫ່ງ ສປປ ລາວ ວ່າ:

 “ຄະນະປະທານ ບໍລິສັດ ຮູ້ສຶກຍິນດີ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ພະນະ ທ່ານ ສຈ ປອ ນ. ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ຈາກ ລັດຖະບານ ຂັ້ນສູນກາງ ແລະ ຄະນະນໍາຂອງແຂວງໄຊສົມບູນ. ຊຶ່ງແມ່ນເປັນການຢ້ຽມຢາມໂຄງການຄັ້ງທຳອິດ ຂອງການນຳຂັ້ງ ສູງສຸດ ສປປ ລາວ.

 ນັບຕັ້ງແຕ່ເລີ່ມດຳເນີນງານໃນປີ 2008, ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຫຼາຍກວ່າ 1.25 ຕື້ໂດລາສະຫະລັດເຂົ້າໃນພັນທະອາກອນຕ່າງໆ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ, ພ້ອມທັງສ້າງຜົນປະໂຫຍດທາງເສດຖະກິດທາງອ້ອມຜ່ານການຈັດຊື້ໃນທ້ອງຖິ່ນ ແລະ ອື່ນໆ ອີກປະມານ 3.8 ຕື້ໂດລາສະຫະລັດ.

 ປັດຈຸບັນ ບໍລິສັດ ພູເບ້ຍ ມາຍນິງ ມີພະນັກງານຫຼາຍກວ່າ 3,600 ຄົນ, ໂດຍພະນັກງານລາວຄິດເປັນອັດຕາສ່ວນຫຼາຍກວ່າ 93% ຂອງກຳລັງແຮງງານ. ພວກເຮົາຍັງຄົງມຸ້ງໝັ້ນທີ່ຈະພັດທະນາຄວາມສາມາດ, ສ້າງໂອກາດການຈ້າງງານໃນໄລຍະຍາວ ແລະ ຊ່ວຍໃຫ້ຂະແໜງການບໍ່ແຮ່ມີຄວາມເຂັ້ມແຂງ ໂດຍຜ່ານການພັດທະນາທັກສະ ແລະ ການຖ່າຍທອດຄວາມຮູ້.

 ທ່ານ ຮອງປະທານປະເທດ ແລະ ຄະນະ ມີຄວາມປະທັບໃຈຫຼາຍຕໍ່ຜົນສຳເລັດ ແລະ ການປະກອບສ່ວນພັດທະນາຊຸມຊົນກໍ່ຄືພັດທະນາປະເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າ. ບໍລິສັດ ໝັ້ນໃຈວ່າການຢ້ຽມຢາມເທື່ອນີ້ຈະເປັນຂໍ້ມູນທີ່ດີ ແລະ ເປັນປະໂຫຍດຕໍ່ການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານ ຂັ້ນສູນກາງ ແລະ ຂັ້ນແຂວງ ສະດວກຂື້ນ ເນື່ອງຈາກວ່າໂຄງການ ບໍລິສັດ ຄົງຍັງໄດ້ສືບຕໍ່ການລົງທຶນຂອງ ບໍລິສັດ ໃຫ້ມີການເຕີບໂຕຫຼາຍໂຄງການຢູ່ໃນລາວ.”