ທ່ານ ສີຈິ້ນຜິງ ປະທານປະເທດຈີນ ພົບປະກັບທ່ານວະລາດີເມຍ ປູຕິນ ປະທານາທິ ບໍດີຣັດເຊຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ປີ 2026, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໃນຕອນບ່າຍວັນທີ 31 ສິງຫາຜ່ານມານີ້.
ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ປັດຈຸບັນນີ້, ສະພາບການປ່ຽນແປງຂອງໂລກທີ່ບໍ່ເຄີຍມີໃນຮອບຮ້ອຍປີຜ່ານມານີ້ກຳລັງເລັ່ງໄວຂຶ້ນ, ແຕ່ຄວາມປາດຖະໜາຂອງປະຊາຊົນທົ່ວໂລກ ໃນການສະແຫວງຫາສັນຕິພາບ, ການພັດທະນາ, ການຮ່ວມມື ແລະ ການໄດ້ຮັບຜົນປະໂຫຍດຮ່ວມກັນບໍ່ປ່ຽນແປງ. ອົງການຮ່ວມມືຊຽງໄຮ້ ມີພາລະກິດສຳຄັນໃນການຮັກສາສະຖຽນລະພາບ ແລະ ຊຸກຍູ້ການພັດທະນາຂອງພາກພື້ນ. ຈີນຍິນດີຮ່ວມກັບທຸກຝ່າຍທີ່ລວມທັງຣັດເຊຍ ປຶກສາຫາລືກ່ຽວກັບແຜນການພັດທະນາຂອງອົງການຮ່ວມມືຊຽງໄຮ້ ເພື່ອຊຸກຍູ້ກຳລັງແຮງ ໃນການສ້າງໂລກທີ່ມີຫຼາຍຂົ້ວຢ່າງສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍ.
ທ່ານ ປູຕິນ ກ່າວວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງທຸກຝ່າຍ, ອົງການຮ່ວມມືຊຽງໄຮ້ ໄດ້ກາຍເປັນເວທີຮ່ວມມືພາກພື້ນທີ່ມີອິດທິພົນສຳຄັນໃນສາກົນ, ຣັດ ເຊຍ ແລະ ຈີນຄວນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືພາຍໃນອົງການຢ່າງຕໍ່ເນື່ອງ ດ້ວຍການເສີມຂະຫຍາຍບົດບາດການນຳພາ. ຣັດເຊຍຍິນດີເພີ່ມທະວີການປະສານງານ ແລະ ຮ່ວມມືກັບຈີນ ເພື່ອພ້ອມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.
Cr. CMG FM93