ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ໃນຕອນບ່າຍວັນທີ 31 ສິງຫາຜ່ານມາ, ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ພ້ອມຄະນະ ໄດ້ລົງພົບປະ ແລະ ແລກປ່ຽນຄວາມຄິດເຫັນກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງລະມາມ ແຂວງເຊກອງ ໂດຍມີທ່ານ ດາວວີ ສວຍທະລັງສີ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງລະມາມ, ບັນດາທ່ານການນໍາແຂວງ-ເມືອງ, ພະແນກ, ຫ້ອງການ, ຕາແສງ, ບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມ.
 
ໃນໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ຍົກໃຫ້ເຫັນສິດ-ໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນການເປັນຕົວແທນ ຂອງປະຊາຊົນ; ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ແລະ ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຄັ້ງທີ I ຂອງສະພາແຫ່ງຊາດ ຊຸດທີ X ເພື່ອໃຫ້ປະຊາຊົນ ກໍຄື ຜູ້ມີສິດເລືອກຕັ້ງຮັບຊາບ. ພ້ອມນີ້ ຍັງໄດ້ຮັບຟັງຄໍາຄິດເຫັນ, ຂໍ້ສະເໜີ, ບັນຫາຄວາມຫຍຸ້ງຍາກ ແລະ ຄວາມຕ້ອງການອັນຈໍາເປັນຂອງປະຊາຊົນໃນທ້ອງຖິ່ນ ເພື່ອນໍາໄປສະເໜີ ແລະ ປຶກສາຫາລື ກັບພາກສ່ວນກ່ຽວຂ້ອງຊອກຫາວິທີແກ້ໄຂໃຫ້ສອດຄ່ອງກັບສະພາບຕົວຈິງ.
 
ການລົງພົບປະໃນຄັ້ງນີ້, ແມ່ນການລົງຮາກຖານ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ເປັນການສ້າງຄວາມໃກ້ຊິດ ກັບປະຊາຊົນ, ສ້າງໂອກາດໃຫ້ປະຊາຊົນໄດ້ສະແດງຄໍາຄິດຄໍາເຫັນ ເພື່ອປະກອບສ່ວນພັດທະນາປະເທດຊາດ ກໍຄື ທ້ອງຖິ່ນຕົນໃຫ້ນັບມື້ຈະເລີນກ້າວຂຶ້ນຢ່າງບໍ່ຢູດຢັ້ງ.
ຂ່າວ: ສັນຍາ