ສະເພາະກິດ ປກສ ແຂວງອຸດົມໄຊ ມ້າງເປົ້າໝາຍອາຊະຍາກຳທາງອິນເຕີເນັດ, ເວັບພະນັນອອນລາຍຈຳນວນ 52 ຄົນ, ຍິງ 6 ຄົນ

ໃນລະຫວ່າງວັນທີ 25-27 ສິງຫາ 2026 ສະເພາະກິດຫ້ອງສັນຕິບານ ປກສ ແຂວງ ໄດ້ປະສານສົມທົບກັບ ກອງບັນຊາການ ປກສ ເມືອງ ເຄື່ອນໄຫວຕິດຕາມເກັບກຳຂໍ້ມູນ ແລະ ມ້າງເປົ້າໝາຍກຸ່ມແກ້ງເວັບພະນັນທາງອອນລາຍ(ສະແກມເມີ) ທີ່ມາພັກເຊົາ, ລີ້ຊ້ອນຢູ່ 02 ເມືອງຄື: ເມືອງຮຸນ ແລະ ເມືອງປາກແບງ ແຂວງອຸດົມໄຊ ຈໍານວນ 03 ຈຸດໂດຍຊ່ອງໜ້າການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງ, ສາມາດກັກຕົວເປົ້າໝາຍໄດ້ທັງໝົດ 52 ຄົນ, ມີ 06 ສັນຊາດ, ໃນນີ້ ສັນຊາດຈີນ 25 ຄົນ, ຫວຽດນາມ 17 ຄົນ, ມາເລເຊຍ 01 ຄົນ, ມຽນມາ 01 ຄົນ, ຕຸຣະກີ 01 ຄົນ ແລະ ສັນຊາດລາວ 07 ຄົນ, ຍິງ 06 ຄົນ, ເຊິ່ງແມ່ນກຸ່ມແກ້ງດຽວກັນ, ຜ່ານການຈັດຕັ້ງປະຕິບັດ ສາມາດກັກຕົວເປົ້າໝາຍ ແລະ ຍຶດເຄື່ອງຂອງກາງທີ່ພົວພັນກັບຄະດີ ມີຄອມພິວເຕີຕັ້ງໂຕະ 27 ຊຸດ, ໂນດບຸກ 01 ເຄື່ອງ, ໂທລະສັບມືຖືຈຳນວນ 21 ເຄື່ອງ ແລະ ເຄື່ອງຮັບສັນຍານໄວຟາຍສະຕາລິງ ຈຳນວນ 3 ຊຸຸດ, ເຈົ້າໜ້າທີ່ສະເພາະກິດ ປກສ ແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ໃຫ້ການສາລະພາບວ່າ: ພວກກ່ຽວແມ່ນເດີນທາງເຂົ້າ-ອອກ ສປປ ລາວ ຫຼາຍຄັ້ງ ຜ່ານດ່ານສາກົນບໍ່ເຕ່ນ, ສາມຫຼຽມຄໍາ, ສະໜາມບິນສາກົນວັດໄຕ ແລະ ຈໍານວນໜຶ່ງແມ່ນລັກລອບເຂົ້າມາບໍ່ມີເອກະສານ ພວກກ່ຽວເຂົ້າມາເຮັດວຽກຢູ່ ເຂດພິເສດສາມຫຼຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ມາຮອດຊ່ວງຕົ້ນເດືອນ ສິງຫາ 2026 ພວກກ່ຽວໄດ້ເຄື່ອນຫຍ້າຍ ມາຢູ່ເມືອງຮຸນ ແຂວງອຸດົມໄຊ ການເດີນທາງແມ່ນມາທາງເຮືອ ໂດຍຂຶ້ນເຮືອຢູ່ທ່າເຮືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລອງແມ່ນໍ້າຂອງລົງມາເມືອງປາກແບງ ແຂວງອຸດົມໄຊ ແລ້ວຂີ່ລົດມາເມືອງຮຸນ ຈະມາເທື່ອລະ 2-3 ຄົນ ບໍ່ໄດ້ມາພ້ອມກັນ ເຊິ່ງໃນນີ້ມີ ທ້າວ ເຊີນກຸຍ, ທ້າວ ລີຢີ, ທ້າວ ລີເຈ, ທ້າວ ຈົງຈຽນຢົງ (ສັນຊາດຈີນ) ແລະ ທ້າວ ເຊີນຄາວຢົງ (ສັນຊາດ ຕຸຣາກີ) ເປັນຜູ້ຄຸມງານ ແລະ ເປັນຜູ້ຮັບຜິດຊອບການເດີນທາງ, ກິນຢູ່, ພັກເຊົາທັງໝົດ, ເມື່ອມາຮອດເມືອງຮຸນ ພວກກ່ຽວໄດ້ມາເຊົາເຮືອນພັກ ຢູ່ບ້ານ ນາໂຮມ ເມືອງຮຸນ ແຂວງອຸດົມໄຊ ໂດຍໄດ້ເຮັດສັນຍາເຊົ່ານຳເຈົ້າຂອງເຮືອນພັກ ທັງໝົດ 16 ຫ້ອງ ໃນລາຄາເຊົ່າ 100,000,000 ກີບ/ເດືອນ ໂດຍສັນຍາຈ່າຍເປັນເດືອນ ເລີ່ມເຊົ່າແຕ່ວັນທີ 17 ສິງຫາ 2026 ແລະ ມາຮອດວັນທີ 25 ສິງຫາ 2026 ຖືກເຈົ້າໜ້າທີ່ເຂົ້າ ຈັບກຸມດຳເນີນຄະດີ.
ປະຈຸບັນທາງເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ເລັ່ງຮິບໂຮມບັນດາຂໍ້ມູນຫຼັກຖານ ແລະ ດຳເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ, ຮິບເຄື່ອງຂອງກາງ ຄອມພິວເຕີຕັ້ງໂຕະ 27 ຊຸດ, ໂນດບຸກ 1 ເຄື່ອງ, ໂທລະສັບມືຖືຈໍານວນ 21 ເຄື່ອງ, ເຄື່ອງຮັບສັນຍານໄວຟາຍສະຕາລີງ ຈຳນວນ 3 ຊຸດ, ໂຕະຕັ່ງ ແລະ ອຸປະກອນອື່ນໆທີ່ມີສ່ວນພົວພັນກັບຄະດີເພື່ອດຳເນີນຕາມຂັ້ນຕອນ ຂອງລະບຽບກົດໝາຍຢ່າງຮັດກຸມ.