ອັດຕະປື ຈະປູກໄມ້ທຳມະຊາດໃກ້ສູນພັນ 800 ເຮັກຕາ

  ໃນໂອກາດວັນປູກຕົ້ນໄມ້ແຫ່ງ ຊາດວັນທີ 1 ມິຖຸນາ 2019 ທັງເປັນ ວັນເດັກນ້ອຍສາກົນປີນີ້ພະແນກກະສິກໍາ ແລະປ່າໄມ້ ແຂວງອັດຕະປື ໄດ້ກຽມສ້າງຂະບວນການຕ້ອນຮັບວັນສໍາຄັນຢ່າງເປັນຂະບວນກວ້າງຂວາງໂດຍກໍານົດເອົາວັນທີ 1 ມິຖຸນາ 2019 ເປັນມື້ເປີດຂະບວນການ

  ຊຶ່ງໄດ້ມີການກະກຽມເບ້ຍໄມ້ທີ່ໃກ້ຈະສູນພັນ, ໄມ້ອຸດສາຫະກໍາ ແລະໄມ້ປະດັບຊະນິດຕ່າງໆຈຳນວນ 3.25000 ເບ້ຍທ່ານ ນາງ ວິໄລພອນ ວໍລະພິມ ຫົວ ໜ້າພະແນກກະສິກຳ-ປ່າໄມ້ແຂວງອັດຕະປື ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຫວ່າງບໍ່ດົນມານີ້ວ່າ: ເພື່ອໃຫ້ບັນລຸຄາດໝາຍຕາມຕົວເລກທີ່ໄດ້ວາງໄວ້ນັ້ນມາຮອດ ປະຈຸບັນທາງພະແນກພວກເຮົາເຫັນວ່າ ມີຄວາມພ້ອມພໍສົມຄວນເປັນຕົ້ນໃນມໍ່ໆ ມານີ້ໄດ້ມີຄຳສັ່ງຂອງເຈົ້າແຂວງກ່ຽວ ກັບການປຸກລະດົມໃຫ້ທຸກພາກສ່ວນທັງ ພາກລັດ, ພາກເອກະຊົນ, ຜູ້ປະກອບ ການ ແລະພໍ່ແມ່ພີ່ນ້ອງປະຊາຊົນໃນທົ່ວ ແຂວງໃຫ້ໄດ້ເອົາໃຈໃສ່ເຂົ້າໃນຂະບວນ ການກະກຽມການປູກຕົ້ນໄມ້ໃຫ້ເປັນຂະ ບວນການກວ້າງຂວາງໃຫ້ກາຍເປັນວຽກ ຂອງທົ່ວປວງຊົນ ໂດຍໄດ້ມີການຕັ້ງປ້າຍໂຄສະນາຕາມຈຸດຕ່າງໆໃນຂອບເຂດເທສະບານແຂວງ ແລະເມືອງເພື່່ອປຸກ ລະດົມປູກຈິດສຳນຶກໃຫ້ທຸກພາກສ່ວນ ໄດ້ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງປ່າໄມ້ສະນັ້ນການປູກຕົ້ນໄມ້ໃນປີນີ້ ແຂວງອັດຕະປື ຈະປູກໃຫ້ໄດ້ໃນເນື້ອທີ່ 800 ເຮັກຕາ ຊຶ່ງໄດ້ແບ່ງໃຫ້ແຕ່ລະເມືອງເຊັ່ນເມືອງສາມັກຄີໄຊ ຈັດຢູ່ໂຮງຮຽນ ມຕ ໂພນໄຊສະອາດ ບ້ານໂຊກຄຳ ໃນເນື້ອທີ່່ເກືອບ 2 ເຮັກຕາ ສ່ວນໄມ້ທີ່ ຈະນໍາໄປປູກແມ່ນປະເພດໄມ້ກະຍູງຈຳ ນວນ 700 ກວ່າເບ້ຍ, ເມືອງໄຊເສດຖາ ແມ່ນຈະໄດ້ຈັດຢູ່ໂຮງຮຽນບ້ານຫາດຊັນ ມີເນື້ອທີ່ 1,8 ເຮັກຕາ ສ່ວນເບ້ຍໄມ້ທີ່ ນຳໄປປູກມີເບ້ຍໄມ້ກະຍູງ, ເບ້ຍໄມ້ດູ່, ເມືອງຊານໄຊ ແມ່ນຈັດຂຶ້ນທີ່ບ້ານດາກກຽດມີເນື້ອທີ່ 3 ເຮັກຕາເບ້ຍ ທີ່ຈະປູກມີເບ້ຍໄມ້ເເຕ້ຄ່າ, ເບ້ຍໄມ້ແຕ້ຮໍ ຈຳນວນ 1000 ກວ່າເບ້ຍ, ເມືອງ ສະໜາມໄຊ ແມ່ນຈັດຢູ່ ບ້ານໄຊດອນໂຂງ ໃນເນື່ອທີ່  1,5 ເຮັກຕາ ເບ້ຍໄມ້ທີ່ນຳໄປປູກມີເບ້ຍ ໄມ້ດູ່, ເບ້ຍໄມ້ສາມສາ ຈຳນວນ 700 ກວ່າເບ້ຍ ແລະເມືອງພູວົງ ແມ່ນຈັດຂຶ້ນ ຢູ່ບ້ານວົງສົມພູຈະປູກໃນເນື້ອທີ່ 5 ເຮັກ ຕາ ເບ້ຍໄມ້ທີ່ນໍາໄປປູກນັ້ນເເມ່ນເລັ່ງໃສ່ ເບ້ຍໄມ້ກະຍູງເປັນສ່ວນໃຫຍ່ມີຈຳນວນ 2000 ກວ່າເບ້ຍ, ສຳລັບເບ້ຍໄມ້ຢູ່ແຂວງ ອັດຕະປື ແມ່ນໄດ້ມີສວນກ້າເບ້ຍໄມ້ກະ ສິກຳ ຊຶ່ງໄດ້ມີເບ້ຍໄມ້ເພື່ອຮອງຮັບເປັນ ຈຳນວນຫຼາຍຊະນິດ ຊຶ່ງນັບທັງເບ້ຍໄມ້ ທຳມະຊາດທີ່ຈະສູນພັນ, ທັງເບ້ຍໄມ້ອຸດ ສະຫາກຳ ແລະເບ້ຍໄມ້ທີ່ປູກເພື່ອປະດັບ ນອກຈາກນີ້ຢູ່ແຕ່ລະເມືອງແມ່ນໄດ້ມີ ສວນກ້າເບ້ຍຂອງຫ້ອງການກະສິກຳ-ປ່າໄມ້ແຕ່ລະເມືອງ ພ້ອມນີ້ກໍ່ຍັງມີຂອງ ບັນດາຜູ້ປະກອບການກໍ່ຄືຂອງສ່ວນຕົວບຸກຄົນເຫັນວ່າມີການກ້າເບ້ຍໄມ້ໄວ້ປູກນັ້ນຢ່າງກວ້າງຂວາງ.

 ເພື່ອສ້າງຂະບວນການໃນວັນປູກຕົ້ນໄມ້ ແລະວັນເດັກນ້ອຍສາກົນນັ້ນໃຫ້ກາຍເປັນຂອງທົ່ວປວງຊົນ ທ່ານ ນາງ ວິໄລພອນ ວໍລະພິມ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໄດ້ເຂົ້າຮ່ວມປະ ກອບສ່ວນໃນການຄຸ້ມຄອງປົກປັກຮັກສາພັດທະນາວຽກງານປ່າໄມ້ເພາະວ່າ ປ່າໄມ້ແມ່ນຊັບພະຍາກອນທີ່ມີຄຸນຄ່າ ແລະມີອິດທິພົນຕໍ່ສິ່ງແວດລ້ອມເຊັ່ນການປ່ຽນແປງຂອງດິນຟ້າອາກາດ ແລະມີ ສິ່ງມີຊີວິດຕ່າງໆອາໄສຢູ່ໂດຍມີການພົວ ພັນ ຊຶ່ງກັນ ແລະກັນ, ນອກຈາກປະຕິບັດ ຕາມແຜນການປົກຫຸ້ມປ່າໄມ້ໃຫ້ບັນລຸ ຄາດໝາຍ 70-75% ທີ່ພັກ-ລັດໄດ້ວາງ ໄວ້ນັ້ນຍັງເປັນການປຸກຈິດສໍານຶກໃນ ການອະນຸຮັກທໍາມະຊາດ ແນໃສ່ເຮັດໃຫ້ ແຂວງອັດຕະປື ມີສີຂຽວຖືໂອກາດດັ່ງ ກ່າວປຸກລະດົມປະຊາຊົນທຸກຊັ້ນຄົນເຂົ້າຮ່ວມກິດຈະກໍາປູກຕົ້ນໄມ້ທົດແທນໃຫ້ ເປັນປ່າຢ່າງເປັນຂະບວນຟົດຟື້ນ ແລະ ຖ້າພາກສ່ວນໃດຕ້ອງການເບ້ຍໄມ້ເພື່ອ ນໍາໄປປູກໃຫ້ຕິດຕໍ່ພົວພັນໄດ້ທີ່ພະແນກ ກະສິກໍາ-ປ່າໄມ້ແຂວງ ແລະເມືອງ.

  ແນວໃດກໍ່ດີການຟື້ນຟູປ່າໄມ້ແຕ່ນີ້ຮອດປີ 2020 ແຂວງອັດຕະປື ຈະປູກປ່າໄມ້ໃຫ້ໄດ້ 150.000 ເຮັກຕາ ໃນ ນັ້ນປ່າຜະລິດໃຫ້ໄດ້ 55.932 ເຮັກຕາ, ປ່າປ້ອງກັນໃຫ້ໄດ້ 34.118 ເຮັກຕາ, ປ່າສະຫຽວນໃຫ້ໄດ້ 40.220 ເຮັກຕາ, ສ່ວນການປູກທີ່ນອນໃນ 3 ປະເພດປ່າ ໃຫ້ໄດ້ 16,3 ເຮັກຕາ ສົ່ງເສີມປູກໄມ້ໃຫ້ ໄດ້ 3,3 ເຮັກຕາ ແລະວຽກງານການຈັດສັນປ່າໄມ້ບ້ານໃຫ້ໄດ້ໃນຈຳນວນ 82 ບ້ານ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ