
ສະພາບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ແຂວງຫລວງນ້ຳທາ ທີ່ເກີດຂຶ້ນໃນລະຫວ່າງວັນທີ 29-31 ສິງຫາ 2026 ຈາກຝົນຕົກໜັກຕິດຕໍ່ກັນເປັນເວລາຫລາຍວັນ ໄດ້ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງ, ຊັບສິນຂອງລັດ ແລະ ປະຊາຊົນຢ່າງໜັກໜ່ວງ.
ໄພພິບັດຄັ້ງນີ້, ໄດ້ກະທົບ 5 ເມືອງ ຄື: ເມືອງຫລວງນ້ຳທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ, ກວມເອົາ 81 ບ້ານ ຫລື 23,14% ຂອງບ້ານທັງໝົດ, ມີ 4,420 ຫລັງຄາເຮືອນ ແລະ 24,849 ຄົນ, ມີ 457 ຫລັງຄາເຮືອນຖືກກະທົບໜັກ ແລະ 12 ຫລັງຄາເຮືອນຖືກນ້ຳພັດໄຫລ ໃນນີ້, ເມືອງຫລວງນ້ຳທາ ເປັນເມືອງທີ່ຖືກກະທົບຫລາຍກວ່າໝູ່ ໂດຍ ຫລາຍດ້ານທີ່ໄດ້ຮັບຄວາມເສຍຫາຍເປັນຕົ້ນ ຄົມມະນາຄົມ, ນ້ຳປະປາ, ໄຟຟ້າ, ການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ອຸດສາຫະກຳ.
ອີງຕາມການລາຍງານໃນວັນທີ 7 ກັນຍາ 2026 ໃຫ້ຮູ້ວ່າ: ສຳລັບດ້ານຄົມມະນາຄົມ ມີເສັ້ນທາງຫລວງແຫ່ງຊາດເສຍຫາຍ 311.1 ກິໂລແມັດ ມູນຄ່າກວ່າ 2,712.67 ຕື້ກີບ, ທາງຫລວງແຂວງ 573.8 ກິໂລແມັດ ມູນຄ່າກວ່າ 853,34 ຕື້ກີບ ແລະ ຍັງມີທາງຫລວງເມືອງ, ທາງຊົນນະບົດ, ຂົວ ແລະ ສະໜາມບິນໄດ້ຮັບຜົນກະທົບ. ຂະນະທີ່ລະບົບນ້ຳປະປາ ແລະ ໄຟຟ້າກໍໄດ້ຮັບຄວາມເສຍຫາຍ, ລວມທັງໂຮງຮຽນ 29 ແຫ່ງ ແລະ ສະຖານທີ່ສາທາລະນະສຸກຫລາຍແຫ່ງ.
ສ່ວນດ້ານກະສິກຳ ມີເນື້ອທີ່ນາເສຍຫາຍ 108,9 ເຮັກຕາ, ໄຮ່ 22 ເຮັກຕາ, ສວນອ້ອຍ 210 ເຮັກຕາ ແລະ ຢາງພາລາ 97 ເຮັກຕາ, ຊົນລະປະທານ 9 ແຫ່ງ ແລະ ໂຮງງານອຸດສາຫະກຳປຸງແຕ່ງ 7 ແຫ່ງ.
ຕໍ່ສະພາບການດັ່ງກ່າວ, ທາງແຂວງໄດ້ປະກາດໃຫ້ຫລວງນ້ຳທາ ເປັນເຂດປະສົບໄພພິບັດນ້ຳຖ້ວມ ແລະ ລະດົມກຳລັງກວ່າ 300 ຄົນ ພ້ອມພາຫະນະ ແລະ ເຮືອຫລາຍປະເພດ ເຂົ້າຊ່ວຍເຫລືອ ພ້ອມທັງຍົກຍ້າຍປະຊາຊົນອອກຈາກເຂດພື້ນທີ່ສ່ຽງ. ພ້ອມນັ້ນ, ຍັງລະດົມກຳລັງ ປກສ, ປກຊ, ອາສາສະໝັກ ແລະ ປະຊາຊົນປະມານ 2,500 ຄົນຕໍ່ມື້ ເຂົ້າຮ່ວມຟື້ນຟູພື້ນທີ່ດັ່ງກ່າວ.
ປັດຈຸບັນ, ມີການຈັດຕັ້ງສູນພັກເຊົາຊົ່ວຄາວ 3 ແຫ່ງ ຮອງຮັບປະຊາຊົນ 547 ຄົນ ພ້ອມມີທີມແພດຕິດຕາມສຸຂະພາບ. ຂະນະດຽວກັນ ທາງແຂວງໄດ້ຈັດຕັ້ງສູນຮັບ-ແຈກຢາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ໜ່ວຍປຸງແຕ່ງອາຫານ ເພື່ອຊ່ວຍເຫລືອຜູ້ປະສົບໄພ. ການຟື້ນຟູຈະສືບຕໍ່ເນັ້ນໃສ່ການແຈກຢາຍເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງຈຳເປັນ ພ້ອມເລັ່ງອະນາໄມເສັ້ນທາງ, ໂຮງຮຽນ, ໂຮງໝໍ, ສະໜາມບິນ, ດ່ານສາກົນ ແລະ ເຮືອນຊານຂອງປະຊາຊົນ ພ້ອມທັງປະສານກັບຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອປະເມີນຄວາມເສຍຫາຍ ແລະ ວາງແຜນຟື້ນຟູໃນໄລຍະຍາວ.