ແຂວງວຽງຈັນ ແນະນຳການຫັນເອົາຫົວໜ່ວຍວິສາຫະກິດເຂົ້າລະບົບອາກອນມູນຄ່າເພີ່ມ

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ສ່ວຍສາອາກອນແຂວງວຽງຈັນ ຈັດກອງປະຊຸມແນະນຳການຫັນເອົາຫົວໜ່ວຍວິສາຫະກິດ ເຂົ້າລະບົບອາກອນມູນຄ່າເພີ່ມ ແລະ ການປັກໝຸດຕອນດິນ ພ້ອມທັງການນຳເອົາຂໍ້ມູນທີ່ດິນ ເຂົ້າລະບົບ TAXRIS ໃນວັນທີ 7 ກັນຍາ 2026 ທັງນີ້ກໍເພື່ອເປັນການສ້າງຄວາມເຂົ້າໃຈ ແລະ ກຳນົດວິທີການຮ່ວມກັນໃນການຈັດຕັ້ງວຽກງານ ດ້ານລາຍຮັບ ໃຫ້ມີຄວາມສອດຄ່ອງ ແລະ ມີປະສິດທິຜົນ.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ຫອມຮັກ ສຸນະ ແລະ ທ່ານ ເພັດສົມພອນ ພົງໄພປະດິດ ຫົວໜ້າສ່ວຍສາອາກອນແຂວງ ພ້ອມດ້ວຍບັນດາຫົວໜ້າຫ້ອງການການເງິນ ແລະ ສ່ວຍສາອາກອນຈາກບັນດາເມືອງເຂົ້າຮ່ວມ.

ທ່ານ ຫອມຮັກ ສຸນະວັນ ຫົວໜ້າພະແນກ ການເງິນແຂວງວຽງຈັນ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບໃນທົ່ວແຂວງ ຕໍ່ກັບວຽກງານຫັນເອົາຫົວໜ່ວຍວິສາຫະກິດ ເຂົ້າລະບົບອາກອນມູນຄ່າເພີ່ມ, ການປັກໝຸດຕອນດິນ ແລະ ການນຳເອົາຂໍ້ມູນທີ່ດິນເຂົ້າສູ່ລະບົບ TAXRIS ໂດຍແນໃສ່ໃຫ້ບັນດາຂະແໜງການ ແລະ ບັນດາເມືອງ ມີຄວາມເຂົ້າໃຈໄປໃນທິດທາງດຽວກັນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

ທ່ານ ຫອມຮັກ ສຸນະວັນ ກ່າວຕື່ມວ່າ: ວຽກງານດັ່ງກ່າວ ມີຄວາມສຳຄັນຕໍ່ການປັບປຸງລະບົບຈັດເກັບລາຍຮັບ, ເພີ່ມຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຖານຂໍ້ມູນ, ອຳນວຍຄວາມສະດວກ ໃນການຕິດຕາມ ແລະ ຄຸ້ມຄອງຖານລາຍຮັບຂອງລັດ. ດັ່ງນັ້ນ, ສ່ວຍສາອາກອນແຂວງ ແລະ ຫ້ອງການການເງິນຂັ້ນເມືອງ ຕ້ອງປະສານງານກັນຢ່າງໃກ້ຊິດ, ແກ້ໄຂບັນຫາອຸປະສັກຕ່າງໆ ແລະ ພ້ອມກັນຈັດຕັ້ງວຽກງານ ໃຫ້ເປັນໄປຕາມແຜນການ.
ໃນກອງປະຊຸມ ຍັງມີການແນະນຳ ແລະ ຊີ້ແຈງແນວທາງດຳເນີນງານ ກ່ຽວກັບການຫັນເອົາຫົວໜ່ວຍວິສາຫະກິດ ເຂົ້າລະບົບອາກອນມູນຄ່າເພີ່ມ, ການປັກໝຸດຕອນດິນ ແລະ ການນຳຂໍ້ມູນທີ່ດິນເຂົ້າລະບົບ TAXRIS, ພ້ອມທັງເນັ້ນໃຫ້ບັນດາເມືອງສືບຕໍ່ກວດກາຂໍ້ມູນ ແລະ ປັບປຸງຖານຂໍ້ມູນໃຫ້ຖືກຕ້ອງ ແລະ ທັນສະໄໝ.