ຈາກໂຮງຮຽນເກົ່າແກ່ 124 ປີ ສູ່ຕົວແບບການສຶກສາ: ຮອງນາຍົກ ລົງຊຸກຍູ້ໂຮງຮຽນປະຖົມສະຜ່າຍ

ໃນວັນທີ 7 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນໃໝ່ 2026-2027, ພ້ອມທັງມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ ໂດຍ ມີ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ຫົວໜ້າແຜນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ຮອງເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.
 
ທ່ານ ນີວອນ ວົງສັກດາ ຜູ້ອຳນວຍການໂຮງຮຽນປະຖົມສົມບູນສະຜ່າຍ ໄດ້ໃຫ້ຮູ້ວ່າ: ໂຮງຮຽນປະຖົມສົມບູນສະຜ່າຍ ສ້າງຕັ້ງຂຶ້ນໃນປີ 1902 ຢູ່ບ້ານສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ, ມີຂອບເຂດບໍລິການຮັບນັກຮຽນຈາກ 3 ຄຸ້ມບ້ານ ຄື: ຄຸ້ມສະຜ່າຍທາງ, ຄຸ້ມບ້ານເໜືອ ແລະ ຄຸ້ມບ້ານໂພນໄຊ. ປັດຈຸບັນ ມີອາຄານ 4 ຫລັງ, ສູນຊັບພະຍາກອນ 1 ຫລັງ. ໃນນັ້ນ, ນຳໃຊ້ເຂົ້າໃນການຮຽນ-ການສອນ 2 ຫລັງ ຄື: ອາຄານອະນຸບານ 1 ຫລັງ ແລະ ອາຄານປະຖົມ 1 ຫລັງ, ເປີດການຮຽນ-ການສອນທັງໝົດ 7 ຫ້ອງ (ຊັ້ນອະນຸບານ 2 ຫ້ອງ ແລະ ຊັ້ນປະຖົມ ປ1-ປ5 ທັງໝົດ 5 ຫ້ອງ). ໃນສົກຮຽນ 2026-2027 ນີ້, ມີນັກຮຽນຊັ້ນອະນຸບານ 36 ຄົນ, ຍິງ 17 ຄົນ, ນັກຮຽນຊັ້ນປະຖົມ 133 ຄົນ, ຍິງ 76 ຄົນ ແລະ ມີຄູ-ອາຈານ ທັງໝົດ 8 ທ່ານ, ຍິງ 6 ທ່ານ. ກ່ອນການເປີດສົກຮຽນໃໝ່ ທາງໂຮງຮຽນໄດ້ປະສານສົມທົບກັບອຳນາດການປົກຄອງບ້ານສະຜ່າຍກາງ ແລະ ພໍ່ແມ່ຜູ້ປົກຄອງ ອະນາ ໄມ ປັບປຸງເດີ່ນ, ອາຄານຮຽນ ແລະ ຫ້ອງນ້ຳ ໃຫ້ມີຄວາມສະອາດ, ປອດໄພ. ພ້ອມນັ້ນ, ກໍໄດ້ເປີດຮັບລົງທະບຽນນັກຮຽນໃນລະຫວ່າງວັນທີ 24-31 ສິງຫາ 2026 ເພື່ອຮັບປະກັນໃຫ້ເດັກນ້ອຍໃນເຂດບໍລິການ 3 ບ້ານ ໄດ້ເຂົ້າຮຽນ 100%. ໃນສົກຮຽນໃໝ່ນີ້, ໂຮງຮຽນໄດ້ຕັ້ງເປົ້າໝາຍສຸມໃສ່ປັບປຸງຄຸນນະພາບການສິດສອນ ໂດຍນຳໃຊ້ວິທີການສອນແບບໃໝ່, ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນກິດ ຈະກຳຕົວຈິງ, ສ້າງໂຮງຮຽນໃຫ້ເປັນ "ໂຮງຮຽນສີຂຽວ-ສະອາດ" ແລະ ສູ້ຊົນຫລຸດຜ່ອນອັດຕາການປະລະການຮຽນ ເພື່ອສ້າງໂຮງຮຽນປະຖົມສົມບູນສະຜ່າຍ ໃຫ້ເປັນໂຮງຮຽນຕົວແບບດ້ານການສຶກສາໃນອະນາຄົດ.
 
ໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຊົມເຊີຍ ໂຮງຮຽນປະຖົມສົມ ບູນສະຜ່າຍ ທີ່ມີຄວາມພ້ອມດ້ານອາຄານສະຖານທີ່, ມີການວາງຮາກຖານການສຶກສາອະນຸບານຮ່ວມນຳ ໂດຍສະເພາະແມ່ນຜົນງານອັນໂດດເດັ່ນ "ບໍ່ມີນັກຮຽນປະລະການຮຽນ" ໃນສົກຮຽນນີ້ ຊຶ່ງຖືເປັນບາດກ້າວທຳອິດທີ່ສຳຄັນ ທີ່ຄວນຂະຫຍາຍຜົນໃຫ້ກວ້າງຂວາງທົ່ວແຂວງ. ສຳລັບແຜນການປັບປຸງຫລັກສູດການສຶກສາ, ທາງກະຊວງສຶກສາທິການ ແລະ ກິລາ ມີແຜນປັບປຸງຫລັກສູດຊັ້ນປະຖົມໃຫ້ແລ້ວໃນຕົ້ນປີ 2027 ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນ ເດັກນ້ອຍອ່ານບໍ່ອອກ, ຄິດໄລ່ບໍ່ໄດ້ ແລະ ບໍ່ກ້າສະແດງອອກ ຫລື ນຳສະເໜີບັນຫາ. ຫລັງຈາກນັ້ນ, ຈະຈັດຝຶກອົບຮົມຄູ-ອາຈານ ເລີ່ມຈາກຊັ້ນ ປ1-ປ3 ແລະ ຂະຫຍາຍໃສ່ ປ4-ປ5.
 
ສ່ວນການແກ້ໄຂໂຮງຮຽນບໍ່ໄດ້ມາດຕະຖານນັ້ນ, ປັດຈຸບັນທົ່ວປະເທດມີໂຮງຮຽນປະຖົມບໍ່ໄດ້ມາດຕະຖານ ຈຳນວນ 1.059 ແຫ່ງ. ໃນນີ້, ແຂວງຈຳປາສັກມີ 50 ກວ່າແຫ່ງ. ກະຊວງສຶກສາ ແມ່ນຈະສຸມໃສ່ 4 ແຫລ່ງທຶນ ຄື: ງົບປະມານລັດ, ງົບປະມານທ້ອງຖິ່ນ, ການລະດົມທຶນຈາກສັງຄົມ/ພາກສ່ວນເອກະຊົນ ແລະ ທຶນກູ້ຢືມ/ຊ່ວຍເຫລືອຈາກຕ່າງປະເທດ ເພື່ອລຶບລ້າງບັນຫາດັ່ງກ່າວ. ສະ ນັ້ນ, ເພື່ອເຮັດໃຫ້ວຽກງານພັດທະນາການສຶກສາ ໄດ້ຮັບການຍົກລະດັບຂຶ້ນຢ່າງມີຄຸນນະພາບ, ຮຽກ ຮ້ອງໃຫ້ຄະນະພັກ-ຄະນະນຳແຂວງຈຳປາສັກ ສືບຕໍ່ເປັນຕົວແບບໃນການແກ້ໄຂບັນຫາຄູອາສາສະໝັກ, ສຸມໃສ່ລຶບລ້າງໂຮງຮຽນ 50 ກວ່າແຫ່ງທີ່ບໍ່ໄດ້ມາດຕະຖານໃຫ້ໝົດໄປ ແລະ ພັດທະນາໂຮງຮຽນປະ ຖົມສົມບູນສະຜ່າຍ ໃຫ້ເປັນໂຮງຮຽນຕົວແບບດ້ານການສຶກສາ ເພື່ອເປັນບ່ອນຖອດຖອນບົດຮຽນຂອງໂຮງຮຽນອື່ນໆ ທົ່ວປະເທດ.
 
ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ມອບອຸປະກອນການຮຽນ ແລະ ອຸປະກອນກິລາ ຈຳນວນໜຶ່ງໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍ ເພື່ອຮັບໃຊ້ເຂົ້າໃນການຮຽນ-ການສອນ ແລະ ກິດຈະກຳຂອງໂຮງຮຽນ ໃນສົກຮຽນໃໝ່ 2026-2027 ຕື່ມອີກ.
ຂ່າວ: ສສກ.