ພາຂວັນ ຕົວແທນຈາກແຂວງອຸດົມໄຊເຂົ້າຮ່ວມແຂ່ງຂັນ ໃນງານເທສະການຄຳລາວ

ໃນງານເທສະການຄຳລາວ ທີ່ຈັດຂຶ້ນໃນວັນທີ 4-6 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ ມີຫລາຍກິດຈະກຳປິ່ນອ້ອມ ເພື່ອເຮັດໃຫ້ງານດັ່ງກ່າວ ມີບັນຍາກາດຄຶກຄື້ນ ເປັນຕົ້ນ ກິດຈະ ກຳແຂ່ງຂັນສີໄມ້ລາຍມືອັນປານີດ ໃນການເຮັດໝາກເບັງພາຂວັນ ຂອງແຕ່ລະທ້ອງຖິ່ນທົ່ວປະເທດ ໂດຍມີຕົວແທນແຕ່ລະແຂວງເຂົ້າຮ່ວມ 10 ທີມ. ໃນນັ້ນ, ແຂວງອຸດົມໄຊ ກໍໄດ້ເຂົ້າຮ່ວມແຂ່ງຂັນ ແລະ ໄດ້ຮັບລາງວັນຊົມເຊີຍ, ພ້ອມເງິນ 5 ລ້ານກີບ ແລະ ໂລ້ລາງວັນ.
ທ່ານ ນາງ ມຸກຂະລິນ ຈັນດາລາ ສະມາຊິກບໍລິສັດສາມນໍ້າກະເສດພາລວຍ ຈຳກັດ ໃຫ້ສຳ ພາດໃນວັນທີ 6 ກັນຍາ 2026 ໃນໂອກາດເຂົ້າຮ່ວມຮັບລາງວັນວ່າ: ບໍລິສັດສາມນໍ້າກະເສດພາລວຍ ຈຳກັດ ໄດ້ເປັນຕົວແທນໃຫ້ແກ່ແຂວງອຸດົມໄຊ ເຮັດພາຂວັນສົ່ງເຂົ້າປະກວດ, ພ້ອມທັງສະແດງຄວາມພາກພູມໃຈທີ່ໄດ້ເປັນຕົວແທນໃຫ້ແກ່ແຂວງອຸດົມໄຊ ສົ່ງພາຂວັນເຂົ້າຮ່ວມການແຂ່ງຂັນ ຊຶ່ງເປັນການເຜີຍແຜ່ວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງທ້ອງຖິ່ນແຂວງອຸດົມໄຊ. ພາຂວັນຊົງນີ້ ຈະແຕກຕ່າງກັບຂອງແຕ່ລະແຂວງ. ໃນນັ້ນ, ມີຫລາຍແບບ, ຫລາຍກີບ, ມີ 3 ຊັ້ນ ຊຶ່ງສະແດງອອກເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ການທີ່ມີຫລາຍກີບຫລາຍຊັ້ນນັ້ນ ຍ້ອນວ່າຢູ່ແຂວງອຸດົມໄຊ ມີຫລາຍຊົນເຜົ່າເຕົ້າໂຮມຢູ່ແຂວງດຽວກັນ, ການສ້າງຮູບແບບພາຂວັນນີ້ຂຶ້ນມາ ເປັນທີ່ປະຈັກຕາເພື່ອເປັນພາຂວັນບາສີສູ່ຂວັນຊົນເຜົ່າ, ບາສີສູ່ຂວັນການນໍາແຂວງ, ແຂກຕ່າງປະເທດທີ່ມາຢ້ຽມຢາມ ແລະ ນັກທ່ອງທ່ຽວທີ່ມາທ່ຽວແຂວງອຸດົມໄຊ ໂດຍຈະມີການບາສີສູ່ຂວັນລວມຂອງຊົນ ເຜົ່າທົ່ວແຂວງອຸດົມໄຊ.
ທ່ານ ນາງ ມຸກຂະລິນ ຈັນດາລາ ຍັງໃຫ້ຮູ້ອີກວ່າ: ການເຂົ້າຮ່ວມງານຄັ້ງນີ້, ເຖິງວ່າຈະໄດ້ຮັບພຽງລາງວັນຊົມເຊີຍກໍຕາມ ແຕ່ກໍມີຄວາມພາກພູມໃຈຫລາຍທີ່ໄດ້ມາເຫັນໝາກເບັ່ງ ກໍຄື ພາຂວັນຈາກຫລາຍທ້ອງຖິ່ນ ຫລາຍແຂວງທີ່ມີເອກລັກສະເພາະຂອງໃຜລາວ. ນອກນີ້, ຍັງເຮັດໃຫ້ທີມງານພວກເຮົາໄດ້ຄວາມຮູ້, ໄດ້ປະສົບການ ຈາກການໄດ້ມາພົບປະແລກປ່ຽນດ້ານຕ່າງໆກັບຜູ້ປະກອບການເຮັດພາຂວັນ ເພື່ອຈະເປັນບົດຮຽນອັນລໍ້າຄ່າ ນໍາໄປພັດທະນາຜະລິດຕະພັນຂອງຕົນໃຫ້ເປັນທີ່ຍອມຮັບຂອງສັງຄົມ ແລະ ລູກຄ້າພາຍໃນແຂວງ ກໍຄື ທົ່ວປະເທດ.
ສຳລັບ ຮ້ານພາຂວັນຂອງພວກເຮົາຕັ້ງຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ, ເປັນຮ້ານພາຂວັນຮັບງານຄົບວົງຈອນ ຕາມຄວາມຕ້ອງການຂອງລູກຄ້າ. ນອກນີ້, ຍັງຂາຍເຄື່ອງສັງຄະທານຕື່ມອີກ. ຜູ້ທີ່ສົນໃຈຕ້ອງການໃຫ້ບໍລິການພາຂວັນ ແລະ ເຄື່ອງສັງຄະທານໄປເຮັດກອງບຸນຕ່າງໆສາມາດຕິດຕໍ່ພົວພັນໄດ້ທີ່ຮ້ານຂອງພວກເຮົາໄດ້ໂດຍກົງ.