ໄຟ​ຟ້າ​ແສງ​ຕາ​ເວັນ ​ກາຍ​ເປັນແຫຼ່ງ​ກຳ​ເນີດ​ພະ​ລັງ​ໄຟ​ຟ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຂໍ້​ມູນຫຼ້າ​ສຸດ​ຈາກກົມພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ນັບ​ມາ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ນີ້ ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ແສງ​ຕາ​ເວັນ​​ໃນທົ່ວ​ປະ​ເທດ​ຈີນ​ບັນ​ລຸ​ເຖິງ 1,286 ຕື້​ກິ​ໂລ​ວັດ, ລື່ນ​ກາຍ​ໄຟ​ຟ້າ​ຖ່ານ​ຫີນ​ເປັນ​ຄັ້ງ​ທຳ​ອິດ, ກາຍ​ເປັນ​​ແຫຼ່ງ​ກຳ​ເນີດພະ​ລັງ​ໄຟ​ຟ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນຢ່າງ​ເປັນ​ທາງ​ການ. ໃນ​ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ທົ່ວ​ປະ​ເທດ, ໄຟ​ຟ້າ​ແສງ​ຕາ​ເວັນ​ກວມ​ເຖິງ 31.5%.
ປັດ​ຈຸ​ບັນ, ໃນ​ແຜງ​ຜະ​ລິດ​ໄຟ​ຟ້າ​ແສງ​ຕາ​ເວັນ​ທຸກ 10 ແຜ່ນ ​ມີ 8 ແຜ່ນ​ແມ່ນ​ຜະ​ລິດ​ໂດຍ​ຈີນ, ເຕັກ​ໂນ​ໂລ​ຊີ​ທີ່​ເປັນ​ຂໍ​ກຸນ​ແຈ​ສຳ​ຄັນ​ຢູ່​ໃນ​ຖັນ​ແຖວ​ນຳ​ໜ້າ​ຂອງ​ໂລກ​ຢ່າງ​ໝັ້ນ​ທ່ຽງ. ໃນ 5 ປີ​ຂ້າງ​ໜ້າ, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ກາ​ນ​ລົງ​ທຶນ​ເຂົ້າ​ໃນ​ອຸດ​ສາ​ຫະ​ກຳ​ໄຟ​ຟ້າ​ແສງ​ຕາ​ເວັນ, ​ເພື່ອເພີ່ມ​ແຮງ​ຂັບ​ເຄື່ອນ​ສີ​ຂຽວ​ທີ່​ແຂງ​ແຮງ​ເຂົ້າ​ໃນ​ການ​ພັດ​ທະ​ນາທີ່ມີ​ຄຸນ​ນະ​ພາບ​ສູງ​ຂອງເສດ​ຖະ​ກິດ​ຢ່າງ​ຕໍ່​ເນື່ອງ.