ເພາະພັນປາຂາຍ ເຮັດໃຫ້ຄອບຄົວ ສ້າງລາຍຮັບໄດ້ 200 ລ້ານກວ່າກີບຕໍ່ປີ

ການເຮັດກະສິກໍາເປັນສິນຄ້າ ບໍ່ພຽງແຕ່ຊ່ວຍສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຄອບຄົວເທົ່ານັ້ນ, ແຕ່ຍັງເປັນສ່ວນໜຶ່ງໃນການຫຼຸດຜ່ອນຄວາມທຸກຍາກຢ່າງທັນການ. ເຊິ່ງໜຶ່ງໃນຄອບຄົວຕົວແບບທີ່ໂດດເດັ່ນ ແມ່ນຄອບຄົວຂອງ ທ່ານ ນາງ ຫຼ້າ ຂຸນໄຊ ພະນັກງານຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຄໍາເກີດ , ປັດຈຸບັນຢູ່ບ້ານໜອງປອງ ເມືອງຄໍາເກີດ, ແຂວງບໍລິຄໍາໄຊ.

ຄອບຄົວ ທ່ານ ນາງ ຫຼ້າ ຂຸນໄຊ ໄດ້ລິເລີ່ມທຸລະກິດເພາະພັນ ແລະ ຜະລິດລູກປາຂາຍມາແຕ່ປີ 2010. ໃນເບື້ອງຕົ້ນ ມີໜອງປາ 5 ໜອງ ໃນເນື້ອທີ່ 0,5 ເຮັກຕາ. ປາທີ່ຜະລິດພັນຕົ້ນມັກ ມີ: ປາເຂັງ, ປານິນ, ປາໄນ, ປາປາກ, ປາກິນຫຍ້າ, ປາດຸກ ແລະ ປາແຝກ (ເຊິ່ງເປັນປາພື້ນເມືອງ). ການຜະລິດລູກປາແຕ່ລະຊຸດແມ່ນໃຊ້ເວລາປະມານ 25–45 ມື້ (ຕາມຄວາມຕ້ອງການຂອງລູກຄ້າ) ກ່ອນຈະຍ້າຍຂຶ້ນອ່າງ ເພື່ອເປີດທາງໃຫ້ການຜະລິດຊຸດຕໍ່ໄປ. ໃນ 1 ປີ ສາມາດຜະລິດລູກປາໄດ້ສະເລ່ຍ 10–11 ຊຸດ ໂດຍເນັ້ນຜະລິດພັນຕາມຄວາມຕ້ອງການຂອງຕະຫຼາດເປັນຫຼັກ.

ດ້ານການຈໍາໜ່າຍ: 50% ຂາຍພາຍໃນເມືອງຄໍາເກີດ ແລະ ອີກ 50% ແມ່ນສົ່ງອອກໄປຂາຍໃຫ້ບັນດາເມືອງອ້ອມຂ້າງ ເຊັ່ນ: ເມືອງວຽງທອງ, ເມືອງໄຊຈໍາພອນ (ແຂວງບໍລິຄໍາໄຊ), ເມືອງນາກາຍ, ເມືອງຍົມມະລາດ ແລະ ເທສະບານເມືອງທ່າແຂກ (ແຂວງຄໍາມ່ວນ).

ຈາກການຂາຍລູກປາ, ຄອບຄົວສາມາດສ້າງລາຍຮັບສະເລ່ຍໄດ້ 200 ລ້ານກວ່າກີບຕໍ່ປີ. ນອກຈາກນັ້ນ, ໃນປີ 2023 ຄອບຄົວຍັງໄດ້ຂະຫຍາຍກິດຈະກໍາ ເພີ່ມການເປີດ "ຄລີນິກປິ່ນປົວສັດ" (ໂດຍສະເພາະ ໝາ ແລະ ແມວ) ໂດຍໃຫ້ບໍລິການປິ່ນປົວພະຍາດທົ່ວໄປ, ຜ່າຕັດເຮັດໝັນ (ເພດຜູ້-ເພດແມ່) ແລະ ສັກວັກຊີນປ້ອງກັນພະຍາດຕ່າງໆ.

ຄວາມສໍາເລັດໃນຄັ້ງນີ້ ແມ່ນຜົນມາຈາກການປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ທີ່ໄດ້ລົງຊຸກຍູ້ໃຫ້ປະຊາຊົນຫັນມາເຮັດກະສິກໍາເປັນອາຊີບ, ໂດຍມີການຕິດຕາມຢ່າງໃກ້ຊິດ, ຖ່າຍທອດທິດສະດີ ແລະ ນໍາພາເຮັດຕົວຈິງ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດທະກິດ-ສັງຄົມຂອງເມືອງກໍານົດໄວ້.

ໂດຍ: ທິນນະກອນ