ບຸນຫໍ່ເຂົ້າປະດັບດິນ: ທານໃຫຍ່ອຸທິດສ່ວນກຸສົນ ຫາຜູ້ລ່ວງລັບ ແລະເພີ່ມພູນຄວາມມີເມດຕາ

ເມື່ອໝູນວຽນມາຮອດເດືອນ 9 ລາວ, ພຸດທະສາສະນິກະຊົນລາວເຮົາ ກໍພ້ອມກັນກຽມຈັດງານປະເພນີອັນສັກສິດ ແລະ ສວຍງາມ ທີ່ສືບທອດກັນມາແຕ່ບູຮານນະກອນ ນັ້ນກໍຄື "ບຸນຫໍ່ເຂົ້າປະດັບດິນ" ຫຼື "ບຸນເດືອນ 9 ດັບ" ໂດຍປີນີ້ ກົງກັບ ວັນສຸກ ທີ 11 ກັນຍາ 2026 (ແຮມ 14 ຄ່ຳ ເດືອນ 9).

ຄຳວ່າ "ເຂົ້າປະດັບດິນ" ໝາຍເຖິງ ເຂົ້າປາອາຫານ, ຂອງຄາວ, ຂອງຫວານ, ໝາກໄມ້ ແລະ ຂອງຄ້ຽວຕ່າງໆ ທີ່ນຳມາຫໍ່ດ້ວຍໃບຕອງຢ່າງປະນີດ. ຕາມປະເພນີແລ້ວ, ຊາວພຸດຈະນຳຫໍ່ເຂົ້າເຫຼົ່ານີ້ໄປຖວາຍທານແດ່ພຣະສົງ, ວາງໄວ້ຕາມສາລາໂຮງທັມ, ຂ້າງໂບດວິຫານ , ຫ້ອຍໄວ້ຕາມກິ່ງໄມ້ ຫຼື ວາງໄວ້ເທິງດິນ-ເທິງຫຍ້າ ທັງພື້ນທີ່ໃນວັດ ແລະ ນອກວັດ.

ຈຸດປະສົງ ແລະ ຄຸນຄ່າທາງຈິດໃຈ:
ການເຮັດບຸນຫໍ່ເຂົ້າປະດັບດິນ ມີຈຸດປະສົງເພື່ອອຸທິດສ່ວນກຸສົນໃຫ້ແກ່ ເປຕະຊົນ ເຜດ, ເຈົ້າກຳນາຍເວນ, ດວງວິນຍານ ຍາດຕິພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ໃຫ້ໄດ້ມາຮັບອະນຸໂມທະນາສ່ວນກຸສົນ ເພື່ອໄປເກີດໃນພົບພູມທີ່ດີ. ນອກຈາກນີ້, ຍັງເປັນການຝຶກ "ຈາຄະເຈຕະນາ" ຫຼື ການເສຍສະຫຼະຢ່າງກວ້າງຂວາງ ໂດຍບໍ່ມີການຂີ້ຖີ່ ຫວງແຫນ. ໃນມື້ນັ້ນ, ບໍ່ພຽງແຕ່ມະນຸດ ແລະ ດວງວິນຍານເທົ່ານັ້ນ, ແຕ່ສັດສາວາສິ່ງ ເປັນຕົ້ນແມ່ນ ນົກ, ກາ, ໝາ, ໝູ ກໍຈະໄດ້ອີ່ມໜຳສຳຣານຈາກອາຫານທີ່ນຳໄປວາງໄວ້ຕາມພື້ນດິນອີກດ້ວຍ.

ຄຳບູຊາເຂົ້າປະດັບດິນ (ຄຳຖວາຍ):

(ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ 3 ຈົບ)
ອິມານິ ມະຍັງ ພັນເຕ ສັບພະໂພຊະນານິ ນານາ ວັດຖຸການິ ຣັດຕະນັດຕະຍັດສະ ອະພິປູເຊມະ ອັມຫາກັງ ມາຕາປີຕາທິນັງຄຸນະວັນຕານັນຈະ ໄມຫັນຈະ ທີຄະຣັດຕັງ ຫິຕາຍະ ສຸຂາຍະ
ຄຳແປ:
"ຂ້າແຕ່ທ່ານຜູ້ຈະເລີນ, ພວກຂະນ້ອຍທັງຫຼາຍ ຂໍບູຊາເຊິ່ງເຂົ້າປະດັບດິນ ອັນປະກອບດ້ວຍວັດຖຸຕ່າງໆ ທັງຫຼາຍເຫຼົ່ານີ້ ແດ່ພຣະຣັດຕະນະໄຕ, ພຣະສະຖູບ, ຮູບພຣະເຈດີ ແລະ ພຣະສີມະຫາໂພ ເພື່ອໃຫ້ເປັນປະໂຍດ, ຄວາມສຸກ ແລະ ຄວາມຈະເລີນ ແກ່ພວກຂະນ້ອຍທັງຫຼາຍ. ຂໍໃຫ້ຜູ້ມີຄຸນ ເປັນຕົ້ນແມ່ນ ບິດາ, ມານດາ, ຍາດຕິກາວົງສາ ແລະ ຄູອຸປັດຊາ ອາຈານ ທີ່ລ່ວງລັບດັບຂັນໄປສູ່ປະລາໂລກແລ້ວນັ້ນ ຈົ່ງມາອະນຸໂມທະນາ ສາທຸການຮັບເອົາຜົນທານຂອງພວກຂະນ້ອຍທັງຫຼາຍທຸກຕົນ ທຸກຄົນດ້ວຍເທີ້ນ."